ສິນຄ້າປອມຢູ່ ຂ.ອຸດົມໄຊ

ສົມເນ
2015.05.01
f-image ຍັງມີສິນຄ້າປອມ ວາງຂາຍ ຢູ່ຕາມຕລາດ ແຂວງອຸດົມໄຊ
RFA

ການສໍາຣວດ  ຕລາດ ແລະ ຮ້ານຄ້າ ທົ່ວ ແຂວງ ອຸດົມໄຊ ຂອງ ເຈົ້າໜ້າທີ່ ກະຊວງ ວິທຍາສາຕ ແລະ ເທັກໂນໂລຈີ ໄດ້ ພົບເຫັນ ສິນຄ້າ ປອມແປງ ແລະ ສິນຄ້າ ຣະເມີດ ລິຂສິດ ຢ່າງ ຫລວງຫລາຍ, ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ວິທຍາສາຕ ເທັກໂນໂລຈີ:

"ກໍມີ ຫລາຍຢູ່ ມັນຈະມີ ພວກແຟ໋ບ ເນາະ ມັນມີ ແປ້ງນົວ ຜົງຊູຣົຊ ຢາສີແຂ້ວ ດອກບົວຄູ່ ເຄື່ອງໝາຍ ການຄ້າ ປອມ ຄົນລາວ ແຫລະ ຕົວນີ້ເຮົາ ບໍ່ຮູ້ວ່າ ເຂົາ ເອົາມາ ແຕ່ໃສ ເຫັນ ວາງຂາຍ ຢູ່ຕາມ ຮ້ານ ແລ້ວ ກໍໄປຢຶດ ເອົາ ບໍ່ຮູ້ ແຫ່ລງ ທີ່ມາ ວ່າມັນ ມາຈາກ ບ່ອນໃດ ຜລິດ ຢູ່ໃສ".

ໃນ ວັນທີ 26 ເມສາ ຊຶ່ງ ເປັນວັນ ຊັພສິນ ທາງ ປັນຍາ ໂລກ ແຂວງ ອຸດົມໄຊ ໄດ້ຈັດ ພິທີ ຈູດເຜົາ ແລະ ທໍາລາຍ ສິນຄ້າ ປອມ ແລະ ສິນຄ້າ ຣະເມີດ ລິຂສິດ ທີ່ ຢຶດໄດ້ ໃນ ປີ 2015  ປະກອບ ດ້ວຍ ສິນຄ້າ ປະເພດ ເຄື່ອງໃຊ້ ແລະ ເຄື່ອງ ປຸງ ອາຫານ  ເປັນ ມູນຄ່າ 7 ລ້ານ ກວ່າ ກີບ.

ເຈົ້າໜ້າທີ່ ວ່າ ຈໍານວນ ທີ່ຈັບ ຢຶດໄດ້ ນີ້ ຖືວ່າ ຍັງມີ ໜ້ອຍຢູ່ ເພາະວ່າ ໜ່ວຍງານ ນີ້ ເປັນ ໜ່ວຍງານ ຕັ້ງໃໝ່ ຍັງ ບໍ່ສາມາດ ກວດກາ ໄດ້ ທົ່ວ ແຂວງ. ສິນຄ້າ ປອມແປງ ແລະ ສິນຄ້າ ຣະເມີດ ລິຂສິດ ເຮັດໃຫ້ ຜູ້ຂາຍ ສິນຄ້າ ທີ່ ຖືກຕ້ອງ ບໍ່ ປອມແປງ ເສັຽ ຣາຍໄດ້, ເປັນການ ເອົາປຽບ ເຈົ້າຂອງ ປາຕັງ ການຜລິດ ແລະ ເປັນການ ຂີ້ໂລບ ຜູ້ ບໍຣິໂພກ ຍ້ອນ ຄຸນພາບ ຕໍ່າ ແຕ່ຣາຄາ ແພງ. ຖ້າເປັນ ປະເພດ ເຄື່ອງ ປຸງ ອາຫານ ກໍອາດ ເຮັດໃຫ້ ຜູ້ ບໍຣິໂພກ ມີຄວາມ ສ່ຽງ ດ້ານ ສຸຂພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.