ລາວຈະມີປ່າໄມ້ 65% ປີ 2015

ຈໍາປາທອງ
2015.05.27
F-Logs ສປປ ລາວ ຈະມີປ່າໄມ້ປົກຫຸ້ມ 65 ສ່ວນຮ້ອຍ ໃນ ປີ 2015
RFA/NY

ລາວ ເປັນ ປະເທສ ທີ່ ອຸດົມ ໄປດ້ວຍ ຊັພຍາກອນ ທັມຊາດ ນາໆຊນິດ, ມີປ່າດົງ ພົງໄພ ທີ່ ເຕັມໄປ ດ້ວຍ ຕົ້ນໄມ້ ທີ່ ຄຸນຄ່າ ສູງ ຮວມທັງ ຕົ້ນໄມ້ ທີ່ ຫາຍາກ ເຊັ່ນ ໄມ້ ຂະຍູງ, ໄມ້ ໂລ່ງເລ່ງ, ໄມ້ ແຕ່ຂ່າ, ໄມ້ດູ່, ໄມ້ແຄນ ທີ່ ຖືກຕັດ ອອກໄປ ຢ່າງ ຫລວງຫລາຍ ເກືອບ ໝົດ ຈົນ ເຮັດໃຫ້ ປ່າ ຕຶບ ດົງໜາ ຫລຸດລົງ ຢ່າງ ໜ້າ ວິຕົກ. ດັ່ງ ອົງການ ປົກປ້ອງ ສິ່ງ ແວດລ້ອມ ຂອງ ຕ່າງ ປະເທສ ທີ່ ຕິດຕາມ ສະພາບ ປ່າໄມ້ ໃນເຂດ ລຸ່ມ ແມ່ນໍ້າຂອງ ເວົ້າວ່າ ປ່າຕຶບ ດົງໜາ ຢູ່ ສປປລາວ ເຫລືອ ພຽງ 4 ສ່ວນຮ້ອຍ ເທົ່ານັ້ນ.

ການ ຕັດໄມ້ ຢູ່ ປະເທສ ລາວ ຊາວລາວ ທ່ານນຶ່ງ ທີ່ ບໍ່ ປະສົງ ອອກຊື່ ເວົ້າວ່າ ຫລາຍ ແຂວງ ຖືກ ຕັດໄປ ເກືອບ ໝົດແລ້ວ: ກະວ່າ ທົ່ວ ປະເທສ ນໍ ໂດຍ ສະເພາະ ແຂວງ ແບບວ່າ ຕິດຊາຍ ແດນ ນໍ ທຸກແຂວງ ມີ ໄມ້ ປັດຈຸບັນ ນີ້ ຍັງ ສາຣະວັນ ຍັງ ບໍ່ທັນ ໝົດເທືຶ່ອ ແຕ່ວ່າ ສວັນນະເຂດ ນີ້ ຢາກເບິດ ແລ້ວນໍ ບໍຣິຄໍາໄຊ ຄໍາມ່ວນ ນີ້ ໂອ ກະບໍ່ຢາກ ມີແລ້ວໃດ໋.

ໄມ້ ທີ່ວ່າ ນັ້ນ ຖືກ ທາງການ ລາວ ພາຍໃຕ້ ການ ຈັດຕັ້ງ, ຊີ້ນຳ, ນຳພາ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຣະດົມ ຕັດ ເປັນ ຈຳນວນ ຫລວງຫລາຍ, ເພື່ອ ຂາຍ ເອົາ ເງິນຕຣາ ຕ່າງ ປະເທສ ມາ ຮັບໃຊ້ ການ ບໍຣິຫານ ປະເທສ ເປັນຕົ້ນ ໃຫ້ ກອງທັບ ຂອງ ຕົນ, ພາຍຫຼັງ ສະຫະພາບ ໂຊວຽດ ແລະ ປະເທສ ສັງຄົມ ນິຍົມ ອື່ນໆ ຕັດ ການ ຊ່ວຍເຫລືອ.

ເພື່ອ ແກ້ໄຂ ບັນຫາ ດັ່ງກ່າວ ຜູ້ນຳ ພັກ ໄດ້ຈັດ ຕັ້ງ ບໍຣິສັດ ພັທນາ ເຂດ ພູດອຍ ທີ່ ຂຶ້ນກັບ ກະຊວງ ປ້ອງກັນ ປະເທສ ໂດຍກົງ ທັງໝົດ, ແມ່ນແຕ່ ດ້ານ ການເງິນ ກໍບໍ່ ຂຶ້ນ ກັບ ກະຊວງ ການເງິນ ແລະ ບໍ່ ຖອກເຂົ້າ ງົບປະມານ ແຫ່ງຊາດ. ບໍຣິສັດ ນີ້ ຖືກ ຈັດຕັ້ງ ຂຶ້ນມາ ເພື່ອ ຊອກຫາ ເງິນ ລ້ຽງ ກອງທັບ ໂດຍ ການ ຕັດໄມ້ ແລະ ເອົາ ເຄື່ອງປ່າ ຂອງດົງ ໄປຂາຍ ໃຫ້ ຕ່າງ ປະເທສ ເປັນຕົ້ນ ກໍແມ່ນ ວຽດນາມ ທີ່ ສປປ ລາວ ຕິດໜີ້ ນອກ ຣະບົບ 1 ຕື້ ກວ່າ ໂດລາ ສະຫາຣັດ.

ດັ່ງນັ້ນ ຈຶ່ງ ເຮັດໃຫ້ ປ່າໄມ້ ທີ່ ອຸດົມ ສົມບູນ ຂອງ ລາວ ຫລຸດນ້ອຍ ຖອຍລົງ ຢ່າງ ໄວວາ ແລະ ເປົ່າແປນ ໄປຫລາຍ ຄື ຢູ່ໃນ ປັດຈຸບັນ, ຂນະທີ່ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ປະກາດ ຢູ່ ໃນ ກອງປະຊຸມ ໃຫຍ່ ຄັ້ງ ຫລ້າສຸດ ຂອງຕົນ ວ່າ ຈະເຮັດໃຫ້ ປ່າໄມ້ ປົກຫຸ້ມ ເນື້ອທີ່ ຂອງ ປະເທສ 65%, ຟື້ນຟູ ປ່າ ທັມຊາດ ໃຫ້ໄດ້ 3 ລ້ານ 9 ແສນ ເຮັກຕາ ໃນປີ 2015 ນີ້. ແຕ່ ມີການ ວິພາກ ວິຈານ ກັນໄປ ຕ່າງໆ ນານາ, ຮວມທັງ ວ່າ ມັນ ເປັນໄປ ບໍ່ໄດ້ ຖ້າວ່າ ທາງ ການລາວ ຍັງບໍ່ຢຸດ ຕັດໄມ້ ທຳລາຍ ປ່າ ຢ່າງ ເປັນ ຂະບວນ, ດ້ວຍ ຮູບການ ແລະ ວິທີການ ຕ່າງໆ ຄື ທີ່ ຜ່ານມາ ຕລອດ ຣະຍະ 40 ປີແລະ ຄື ທີ່ເປັນຢູ່ ໃນ ສູ່ມື້ ນີ້. ດັ່ງ ຊາວລາວ ອີກ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ: ...ສຽງ…

ຂນະທີ່ ທ່ານ ສົມຈິດ ສຸວັນນະຄີລີ ນັກ ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ເມືອງ ອາມາລິລໂລ ຣັດ ເທັກຊັສ ສະຫະຣັຖ ອະເມຣິກາ ຜູ້ໄດ້ ໄປເຫັນ ສະພາບ ປ່າໄມ້ ຢູ່ ປະເທສ ລາວ ເວົ້າ ໃນ ວັນທີ 26 ພຶສພາ 2015 ນີ້ວ່າ:

"ສໍາລັບ ຂ້າພະເຈົ້າ ນີ້ ເຫັນວ່າ ອັນທີ່ ເພີ່ນ ເວົ້າວ່າ ຊິໃຫ້ 2015 ນີ້ ເພິ່ນຊິ ໃຫ້ ປ່າໄມ້ ປົກຫຸ້ມ ປະເທສ 65% ນີ້ ຂ້າພະເຈົ້າ ຄິດວ່າ, ຄັນ ຊິຍັງ ກໍຊິຍັງ ແຕ່ປ່າ ຫຍ້າເພິນ ປ່າຫຍ້າຂິວ ມັນ ພໍຫຸ້ມ ຫັ້ນນະ ເພາະວ່າ ຕົ້ນໄມ້ ໃຫຍ່ ຫັ້ນມັນ ເບິດ ແລ້ວ ເຮັດແນວໃດ ຄື ຊິ ນິມິດ ໄວວາ ກະດໍ້ ກະເດັ້ຽ ໃຫ້ມັນ ປົກຫຸ້ມ ຮອດ 65% ຕັດມາ ໄດ້ 40 ປີ ແລ້ວ ຕາມທີ່ ຂ້າພະເຈົ້າ ເຫັນ ຫນີ້ ມັນ ຍັງເຫລືອ ຕັ້ງແຕ່ 30% ທົ່ວ ປະເທສ, ໃນ ຣະຍະ ກ່ອນ 1975 ມີປ່າໄມ້ ປົກຫຸ້ມ ປະເທສ ລາວ ນີ້ 75%".

ເມື່ອ ເວົ້າເຖິງ ການ ປູກ ຕົ້ນໄມ້ ທີ່ ທາງການ ລາວ ຈັດຂຶ້ນ ໃນ ແຕ່ລະ ປີ ໃນ ວັນປູກ ຕົ້ນໄມ້ ແຫ່ງຊາດ ວັນທີ 1 ເດືອນ ມິຖຸນາ ແລະ ການ ປົກປັກ ຮັກສາ ຕົ້ນໄມ້ ທີ່ ປູກແລ້ວ ນັ້ນ ຕາມ ຄວາມເຫັນ ຂອງ ຊາວລາວ ອີກ ທ່ານນຶ່ງ ທີ່ ບໍ່ ປະສົງ ອອກຊື່ ຄືກັນ ນັ້ນ ແລ້ວ ແມ່ນວ່າ: .ສຽງ...

ເວົ້າເຖິງ ການ ປົກປັກ ຮັກສາ ປ່າໄມ້, ການປູກ ຕົ້ນໄມ້ ແລະ ການ ນໍາໃຊ້ ໄມ້ ຢູ່ ປະເທສ ລາວ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຜູກຂາດ ອໍານາດ ມີທັງ ແນວທາງ ນະໂຍບາຍ, ມີ ຣະບຽບ ກົດໝາຍ ແລະ ມີທັງ ຂໍ້ ກໍານົດ ຕ່າງໆ ແມ່ນແຕ່ ຢູ່ໃນ ຣັຖທັມນູນ ມາດຕຣາ 19 ກໍໄດ້ ກໍານົດ ເອົາໄວ້ ວ່າ ໃຫ້ ທຸກ ອົງການ ຈັດຕັ້ງ ແລະ ພົລເມືອງ ທຸກຄົນ ຕ້ອງ ປົກປັກ ຮັກສາ ຊັພຍາກອນ ທັມຊາດ ຊຶ່ງ ຮວມທັງ ປ່າໄມ້ ນໍາດ້ວຍ ແຕ່ໃນ ພາກ ປະຕິບັດ ຕົວຈິງ ຫລາຍໆ ຄົນ ເວົ້າວ່າ ມັນ ບໍ່ ເປັນໄປ ຄື ແນວນັ້ນ ຍ້ອນ ກົດໝາຍ ລາວ ບໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດ ຜົລ ເປັນຈິງ ພໍ ເທົ່າໃດ.

ເຖິງແມ່ນ ຜູ້ນໍາ ລາວ ປັດຈຸບັນ ຈະໄດ້ ກໍານົດ ເອົາໄວ້ ຢູ່ ໃນ ມາດຕຣາ 2 ຂອງ ກົດໝາຍ ວ່າດ້ວຍ ປ່າໄມ້ ນັ້ນວ່າ: ປ່າໄມ້ ແມ່ນ ຊັພຍາກອນ ທັມຊາດ ອັນ ລໍ້າຄ່າ ທີ່ ມີ ຣະບົບ ນິເວດ ສະເພາະ ແລະ ທັງໄດ້ ແບ່ງ ປ່າໄມ້ ອອກເປັນ 3 ປະເພດ ເພື່ອ ປົກປັກ ຮັກສາ ແລະ ພັທນາ ຄື: ປ່າ ປ້ອງກັນ, ປ່າ ສງວນ ແລະ ປ່າຜລິດ ນັ້ນ ກໍຕາມ.

ເວົ້າ ສະເພາະ ປ່າ ສງວນ ທີ່ ມີໄວ້ ເພື່ອ ອະນຸຮັກ ທັມຊາດ ປົກປັກ ຮັກສາ ພືດພັນ ພັນສັດ ຕລອດເຖິງ ການ ທ່ອງທ່ຽວ ຊຶ່ງ ມີທັງ ປ່າ ສງວນ ແຫ່ງຊາດ, ປ່າ ສງວນ ແຂວງ , ເມືອງ ແລະ ບ້ານ ຊຶ່ງ ປັດຈຸບັນ ທົ່ວ ປະເທສ ມີ ປ່າ ສງວນ ແຫ່ງຊາດ 24 ແຫ່ງ. ໃນນັ້ນ ຢູ່ ບາງແຫ່ງ ສ້າງ ຣາຍຮັບ ໃຫ້ ປະເທສ ຫລາຍ ສົມຄວນ ໃນ ແຕ່ລະປີ ຂນະທີ່ ໃນ ປ່າ ສງວນ ນັ້ນ ມີການ ລັກ ຕັດໄມ້ ແລະ ລ່າສັດ ຮວມທັງ ສັດປ່າ ທີ່ ຫາຍາກ ແລະ ໃກ້ ຈະ ສູນພັນ ນໍາດ້ວຍ.

ເມື່ອ ປີ ຜ່ານມາ ມີ ໂຮງເລື່ອຍ ຫລາຍແຫ່ງ ໄດ້ ບຸກລຸກ ປ່າ ສງວນ ຢູ່ເຂດ ຕ່າງໆ ເປັນຕົ້ນ ຢູ່ ປ່າ ສງວນ ແຫ່ງຊາດ ນໍ້າຫ້າ ແຂວງ ຫລວງ ນໍ້າທາ, ປ່າ ສງວນ ນໍ້າການ ແຂວງ ບໍ່ແກ້ວ, ມີການ ລັກ ຕັດໄມ້ ດູ່, ໄມ້ຂ່າ, ໄມ້ແຕ້ ໃນ ຂນະທີ່ ເມື່ອ ວັນທີ 13 ພຶສພາ 2015 ນີ້ ຣັຖບາລ ສປປ ລາວ ໄດ້ອອກ ດໍາຣັດ ວ່າດ້ວຍ ປ່າ ສງວນ ທີ່ ກໍານົດ ເອົາໄວ້ ວ່າ, ໃນ ກໍຣະນີ ຈໍາເປັນ ທີ່ ຈະປ່ຽນປ່າ ສງວນ ແຫ່ງຊາດ ຫລື ຂອງ ແຂວງ ທັງໝົດ ຫລື ສ່ວນໃດ ສ່ວນນຶ່ງ ເພື່ອ ຈຸດປະສົງ ແນວອື່ນ ຊຶ່ງ ຈະກໍ່ ປໂຍດ ສໍາລັບ ປະເທສ ຫລາຍຂຶ້ນ ນັ້ນ ຕ້ອງໄດ້ ຮັບ ອະນຸມັດ ຈາກ ຄນະ ປະຈໍາ ສະພາ ແຫ່ງຊາດ, ຕາມ ຄໍາສເນີ ຂອງ ຣັຖບາລ ນັ້ນ ກ່ອນ.

ຕາມ ມາດຕຣາ 32 ຂອງ ດຳຣັດ ສະບັບ ນີ້ ພວກທີ່ ຈະ ສ້າງ ເຂື່ອນ ໄຟຟ້າ, ຂຸດຄົ້ນ ແຮ່ທາດ, ສ້າງ ຖນົນ ຫົນທາງ ຕິດຕັ້ງ ເຄືອຂ່າຍ ສາຍ ໄຟຟ້າ ແລະ ໂຄງການ ອື່ນໆ, ທີ່ ມີການ ຫັນ ປ່ຽນ ປ່າ ສງວນ ເພື່ອ ຈຸດປະສົງ ແນວອື່ນ ແບບ ຖາວອນ ນັ້ນ ຕ້ອງໄດ້ ປະກອບ ທຶນ ເຂົ້າໃນ ການ ຟື້ນຟູ ປ່າ, ແລະ ປູກ ຕົ້ນໄມ້ ທົດແທນ ຄືນ ຕາມ ຈໍານວນ ເນື້ອທີ່ ທີ່ ຖືກ ກະທົບ ໃນ ມູນຄ່າ 800 ໂດລາ ຕໍ່ ເຮັກຕາ. ສຳລັບ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຕ້ອງຈ່າຍ ເພີ່ມ ອີກ 2 ໂດລາ ຕໍ່ ເຮັກຕາ ຕໍ່ປີ ເພື່ອ ຄຸ້ມຄອງ ແລະ ປົກປັກ ຮັກສາ ປ່າ ສງວນ ໃນ ຂອບເຂດ ອ່າງ ເກັບນ້ຳ ໜ້າ ເຂື່ອນ.

ເຖິງຢ່າງໃດ ກໍດີ ເມື່ອ ສລຸບ ແລ້ວ ຫລາຍຄົນ ເຫັນວ່າ ການ ປົກປັກ ຮັກສາ ປ່າໄມ ແລະ ການ ຕັດໄມ້ ແລະ ການ ປູກຕົ້ນ ໄມ້ ຢູ່ ສປປລາວ ຕລອດ ຣະຍະ 40 ປີ ມານີ້ ແມ່ນ ບໍ່ ດຸ່ນດ່ຽງ ກັນ ຍ້ອນວ່າ ຕັດ ຕົ້ນໄມ້ ອອກໄປ ຢ່າງ ຫລວງຫລາຍ ນໍາ ທຸກມື້ ແຕ່ມີ ຂະບວນ ປູກ ຕົ້ນໄມ້ ພຽງ ມື້ດຽວ ຕລອດ 1 ປີ ແລະ ປູກ ກໍບໍ່ ປູກ ຕົ້ນໄມ້ ຊນິດ ດີ ທີ່ ໄດ້ ຕັດອອກ ໄປ ແລະ ການທີ່ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ວ່າ ຈະເຮັດໃຫ້ ປ່າໄມ້ ປົກຫຸ້ມ ເນື້ອທີ່ ປະເທສ 65% ໃນປີ 2015 ນັ້ນ ກໍຈະເປັນ ໄປ ບໍ່ໄດ້ ຢ່າງ ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.