ຄ່າປີ້ເຂົ້າທ່ຽວຄອນພະເພັງ

ມະນີຈັນ
2015.01.19
F-Ticket ຄ່າປີ້ເຂົ້າທ່ຽວຄອນພະເພັງ
Citizen Journalist

 

ການຂຶ້ນຄ່າ ປີ້ ເຂົ້າຊົມ ທ່ອງທ່ຽວ ນໍ້າຕົກຕາດ ຄອນພະເພັງ ເມືອງໂຂງ ແຂວງ ຈໍາປາສັກ ທັງ ສໍາລັບ ຄົນລາວ ແລະ ຄົນ ຕ່າງປະເທດ ແບບ ເກີນເຫດ ເລີ້ມແຕ່ ປີໃໝ່ 2015 ເປັນຕົ້ນ ມາ ເຮັດໃຫ້ ມີສຽງ ວິພາກ ວິຈານກັນ ຢ່າງ ກວ້າງຂວາງ ໃນຊຸມຊົນ ທ້ອງຖີ່ນ ນັກທ່ອງທ່ຽວ. ໃນນັ້ນມີ ສຽງທີ່ໃຫ້ ທັສນະວ່າ ການຂຶ້ນ ຄ່າ ຄືແນວນັ້ນ ເປັນການ ບໍ່ສົ່ງເສີມ ໃຫ້ ຄົນລາວ ມີໂອກາດ ໄດ້ ຊົມ ຄວາມງາມ ທິວທັດ ອັນເປັນ ທັມຊາດ ຊຶ່ງເປັນ ສົມບັດ ຂອງ ຊາວລາວ ທັງມວນ ນັ້ນ.

ຄອນພະເພັງ ຢູ່ ແມ່ນໍ້າຂອງ ໃນເຂດ ສີພັນດອນ ພາກໃຕ້ສຸດ ຂອງລາວ ເປັນນໍ້າຕົກ ທີ່ໄຫລລົງ ຕາມຮູ ແລະ ຫວ່າງຫີນ ເມື່ອ ຣະດູຝົນ ຜ່ານໄປ ນໍ້າ ຈະບົກລົງ ກາຍສະພາບ ເປັນ ນໍ້າຕົກ ສວຍງາມ ແລະ ມີຊື່ສຽງ ທີ່ສຸດ ແຫ່ງໜຶ່ງ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້.

ເຈົ້າຂອງ ຮ້ານອາຫານ ແລະ ຮ້ານຂາຍເຄື່ອງ ທີ່ ລະລຶກ ທີ່ ຂໍ ບໍ່ອອກຊື່ ເວົ້າວ່າ ການຂຶ້ນຄ່າ ປີ້ເຂົ້າຊົມ ນໍ້າຕົກ ຄອນພະເພັງ ປີ້ລະ 10 ພັນກີບ ເປັນ 20 ພັນກີບ ສໍາລັບ ຊາວລາວ ແລະ ສໍາລັບ ຄົນ ຕ່າງປະເທດ ຂຶ້ນຈາກ 30 ພັນກີບ ເປັນ 55 ພັນກີບ ຊຶ່ງມີຜົລ ກະທົບ ຕໍ່ການ ທໍາມາ ຫາກິນ ຂອງ ພວກ ເຂົາເຈົ້າ.

ນັບແຕ່ ນັ້ນມາ ກໍບໍ່ມີ ນັກ ທ່ອງທ່ຽວ ມາກິນ ອາຫານ ຢູ່ໃນຮ້ານ ແລະ ຊື້ເຄື່ອງຂອງ ແມ່ນແຕ່ ມື້ຄົບຮອບ 2 ປີ ຂອງ ບຸນສົມໂພດ ຕົ້ນໄມ້ ມະນີໂຄດ ຊຶ່ງ ຊາວລາວ ພາກັນ ສັກກະຣະ ບູຊາ ແລະ ກໍເຊື່ອວ່າ ເປັນຕົ້ນໄມ້ ສັກສິດ ກົກຊີ້ຕາຍ ປາຍຊີ້ເປັນ ເມື່ອ ວັນທີ 12 ມົກຣາ ຜ່ານມາ ຮ້ານ ຂອງທ່ານ ໄດ້ຂາຍເຝີ ຖ້ວຍດຽວ ແລະ ແກງສົ້ມປາ ອີກ 2 ຖ້ວຍ ຮ້ານອື່ນໆ ກໍຄືກັນ ..ສຽງ.. .

ຖ້າຫາກວ່າ ປີ້ເຂົ້າຊົມ ນັ້ນ ຍັງບໍ່ ຫລຸດລົງ ເປັນໄປໄດ້ ທີ່ ພວກນັກ ທ່ອງທ່ຽວ ຈໍານວນ ຫລວງຫລາຍ ຈະໄປຊົມ ແຫລ່ງ ທ່ອງທ່ຽວ ຜາສ້ວມ ທີ່ ຄ່າເຂົ້າຊົມ ຖືກກວ່າ: ..ສຽງ..

ເຖິງຢ່າງໃດ ກໍຕາມ ພວກ ເຂົາເຈົ້າ ກໍຫວັງວ່າ ທາງການ ຈະຊ່ວຍ ພິຈາຣະນາ ແກ້ໄຂ ໃຫ້ພວກ ເຂົາເຈົ້າ ໄດ້ຄ້າຂາຍ ພໍມີ ຣາຍໄດ້ ຕໍ່ໄປ: ..ສຽງ...

ສໍາລັບ ເຣື່ອງຕົ້ນໄມ້ ມະນີໂຄດ ທີ່ ລົ້ມລົງ ຢູ່ກາງຕາດ ຄອນພະເພັງ ເມື່ອ 2 ປີ ກ່ອນ ແລະ ທາງການ ລາວ ໄດ້ກູ້ຂຶ້ນ ມາຈາກ ແມ່ນໍ້າຂອງ ນັ້ນວ່າ ດຽວນີ້ ເພິ່ນກໍເຮັດ ຕູ້ແກ້ວ ໃສ່ ສູງງາມ ບໍ່ມີຮາກ ແລ້ວ:.ສຽງ ..

ທ່ານກ່າວ ໃນຕອນທ້າຍ ວ່າ ບ່ອນ ຂາຍເຄື່ອງ ຂອງ ພວກເຂົາເຈົ້າ ແຕ່ກ່ອນ ຄຶກຄື້ນ ຜູ້ຄົນ ເຂົ້າຮ້ານ ບໍ່ໄດ້ຂາດ ແຕ່ດຽວນີ້ ບໍ່ຄືເກົ່າ ແລ້ວ ງຽບເຫງົາ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.