ເງິນເກັບພາສີຮົ່ວໄປໃສ?

ອຸ່ນແກ້ວ ສຸກສະຫວັນ
2014.07.23
F-kip ທະນາບັດ ເງິນກີບ ສປປລາວ
LPDR

 

ຣາຍຮັບ ຈາກ ການເກັບ ພາສີ ນຳເຂົ້າ ມີການ ຮົ່ວໄຫລ ຈຶ່ງມີ ຜົນກະທົບ ຕໍ່ ເສຖກິດ ຂອງ ສປປລາວ ຢ່າງໜັກໜ່ວງ ແລ້ວເງິນ ເກັບໄດ້ນັ້ນ ໄປໃສ?

ໃນອາທິດ ທີ່ ຜ່ານມາ ກະຊວງ ການເງິນ ໄດ້ຜ່ານ ການຂຶ້ນ ນຳສະເໜີ ຣະບຽບການ ເກັບພາສີ ອາກອນ ໃຫ້ສະດວກ ວ່ອງໄວ ໂດຍໃຫ້ ຜູ້ ເສັຍພາສີ ມອບເງິນສົດ ຜ່ານ ທະນາຄານ ທີ່ ນຳໃຊ້ບັດ Smart Card ແທນເງິນສົດ ແລ້ວມອບ ຜ່ານບັດຮູດເງິນ ຂອງ ທະນາຄານ ການຄ້າ ຕ່າງປະເທດ ໂອນເຂົ້າ ບັນຊີ ເງິນຝາກ ຂອງ ຄັງເງິນ ແຫ່ງຊາດ.

ເຫດຜົນ ທີ່ ກະຊວງ ການເງິນ ຈັດຕັ້ງ ຣະບົບ ການເກັບເງິນ ພາສີ ແລະ ອາກອນ ຜ່ານຣະບົບ ທະນາຄານ ກໍຄື ທີ່ຜ່ານມາ ງົບປະມານ ຮົ່ວໄຫລ ຈາກ ການເກັບ ພາສີ ແລະ ການເກັບ ອາກອນ ມີຢ່າງ ຫລວງຫລາຍ.

ເງິນ ທີ່ຮົ່ວໄຫລ ຈາກການ ເກັບພາສີ ແລະ ອາກອນ ກໍຄື ພະນັກງານ ຈຳນວນນຶ່ງ ເອົາເງິນ ທີ່ເກັບມາໄດ້ ເຂົ້າຖົງ ຕົນເອງ ຫລື ພະນັກງານ ກໍຊ່ອຍ ຫົວໜ່ວຍ ທຸຣະກິດ ຫລີກລ້ຽງ ພາສີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.