ເສຖກິດຂຍາຍໂຕແຕ່ບັນຫາ ຍັງ ທ້າທາຍ

ສິດນີ
2015.01.05
F-Namtheun2 ເຂື່ອນນໍ້າເທີນ2 ທີ່ແຂວງຄໍາມ່ວນ ປະເທດລາວ
Photo: NTCP

 

ເວທີ ກອງປະຊຸມ ເອເຊັຽ ຕາເວັນ ອອກ ຣະບຸວ່າ ອຸດສາຫະກັມ ຂຸດຄົ້ນ ແຮ່ທາດ ແລະ ການສົ່ງອອກ ໄຟຟ້າ ສ້າງ ຣາຍໄດ້ ໃຫ້ ສປປ ລາວ ກວ່າ 60 ສ່ວນຮ້ອຍ. ການ ຂຍາຍ ອຸດສາຫະກັມ ຂຸດ ຄົ້ນ ແຮ່ທາດ ໃນລາວ ເປັນຕົວຢ່າງ ອັນນຶ່ງ ທີ່ ຈະເຮັດໃຫ້ ການ ເຕີບໂຕ ທາງດ້ານ ເສຖກິດ ທີ່ ວ່ອງໄວ ຂອງລາວ ປະສົບ ກັບ ເຫດວິກິດການ ຈາກ ພາຍນອກ ຍ້ອນວ່າ ຣາຄາ ແຮ່ທາດ ຕົກຕ່ຳ ໃນ ຕລາດ ໂລກ. ເຖີງແມ່ນວ່າ ການສົ່ງອອກ ໄຟຟ້າ ຈະ ສ້າງ ຣາຍໄດ້ ໃຫ້ ສປປລາວ ກໍຕາມ ແຕ່ໃນ ປັດຈຸບັນ ອຸດສາຫະ ກັມ ດັ່ງກ່າວ ນັ້ນ ກໍາລັງ ສ້າງຄວາມ ຂັດແຍ້ງ ກັບປະເທດ ເພື່ອນ ບ້ານ ໃນບັນຫາ ສະພາບ ແວດລ້ອມ.

ໃນຂນະທີ່ ກຸ່ມ ການຄ້າ ແລະ ນັກລົງທຶນ ສ່ວນໃຫຍ່ ສົນໃຈ ການ ລົງທຶນ ໃນລາວ ຍ້ອນ ຄ່າຈ້າງ ແຮງງານຕ່ຳ ແຕ່ ກຸ່ມດັ່ງກ່າວ ກໍ ບໍ່ ສາມາດ ຈ້າງ ແລະ ຮັກສາ ກຸ່ມ ແຮງງານ ທີ່ມີ ຄຸນນະພາບ ໄວ້ໄດ້. ສປປລາວ ຍັງຂາດ ແຮງງານ ທີ່ ມີ ຄຸນນະພາບ ເພື່ອ ບໍຣິການ ອຸດສາຫະກັມ  ການຜລິດ ແລະ ວຽກງານ ທີ່ ຕ້ອງການ ຝີມື ແຮງງານ ສູງ.

ໃນ ປັດຈຸບັນ ການລົງທຶນ ສ່ວນໃຫຍ່ ໃນລາວ ແມ່ນ ມາຈາກ ປະເທດ ເພື່ອນບ້ານ ຫລາຍກວ່າ ເຖີງແມ່ນວ່າ ຣັຖບານ ຈະ ພຍາຍາມ ຂຍາຍ ການລົງທຶນ ໄປຫາກຸ່ມ ອື່ນໆ ທີ່ເຄີຍ ລົງທຶນ ຢູ່ລາວ ມາກ່ອນ, ເຊັ່ນ ຍີ່ປຸ່ນ ແລະ ສະຫາພາບ ຢູໂຣບ ແຕ່ຍັງ ບໍ່ສຳເຣັດ ເທົ່າທີ່ ຄວນ. ການລົງທຶນ ສ່ວນໃຫຍ່ ແມ່ນ ຈີນ ໄທ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.