ຫົງສາລິກໄນທົດລອງຜລິດ ໄຟຟ້າ

ສົມເນ
2015.05.06
F-Hongsa ໂຮງງານຜລິດໄຟຟ້າ ຫົງສາລິກໄນ ທີ່ ແຂວງໄຊຍະບູຣີ. ຮູປຖ່າຍ 14 ສິງຫາ 2014
Citizen Journalist/Mek

ຣາຍງານ ການຜລິດ ໄຟຟ້າ ຣາຊບູຣີ ແຈ້ງວ່າ ຫົວໜ່ວຍ ຜລິດ ໄຟຟ້າ ທີ່ ໃຊ້ ພລັງງານ ຄວາມຮ້ອນ ຂນາດ 626 ເມກາວັດ ໜ່ວຍ ທໍາອິດ ຂອງ ໂຮງໄຟຟ້າ ຫົງສາ ລິກໄນ ແຂວງ ໄຊຍະບູຣີ ໄດ້ຜ່ານ ການ ທົດລອງ ປະສິດທິພາບ ຂອງ ການ ທໍາງານ ໄດ້ 90 ສ່ວນຮ້ອຍ ແລ້ວ ຕາມ ກໍານົດ ຂອງ ຂໍ້ຕົກລົງ ການ ຊື້-ຂາຍ ໄຟຟ້າ ແລະວ່າ ການ ດໍາເນີນງານ ຜລິດ ໄຟຟ້າ ອອກໄປ ຂາຍ ຈະມີ ຂຶ້ນ ໃນ ວັນທີ 2 ເດືອນ ມີຖຸນາ ນີ້. ຕາມຣາຍງານ ໜັງສືພິມ ເດີເນຊັນ.

ຣາຍງານ ແຈ້ງວ່າ ນັບແຕ່ ວັນທີ 12 ເມສາ ມານີ້ ຫົວຫນ່ວຍ ຜລິດ ໄຟຟ້າ ທີ 1 ຂນາດ 626 ເມກາວັດ ສາມາດ ຜລິດ ໄຟຟ້າ ເຖິງ 450 ເມກາວັດ ແລ້ວ ຫລືວ່າ ຈາກ ວັນທີ່ 12 ຫາ ວັນທີ 21 ເມສາ ສາມາດ ຜລິດ ໄຟຟ້າ ໄດ້ 85 ລ້ານ ກິໂລວັດ ຊົ່ວໂມງ, ເທົ່າກັບ ວ່າ ບໍ່ຕ້ອງ ໃຊ້ ນໍ້າມັນ 20 ລ້ານ ລິດ ເພື່ອ ຜລິດ ໄຟຟ້າ ໃຫ້ໄດ້ ຈໍານວນ ນີ້.

ໂຮງງານ ໄຟຟ້າ ຫົງສາ ທີ່ ໃຊ້ ພລັງ ຖ່ານຫີນ ລິກໄນ ເພື່ອ ປ່ຽນເປັນ ພລັງງານ ໄຟຟ້າ ນີ້ ປະກອບ ດ້ວຍ 3 ຫົວຫນ່ວຍ ການຜລິດ, ຮວມ ທັງໝົດ 1,800 ກວ່າ ເມກາວັດ. ຫົວຫນ່ວຍທີ່ 2 ແລະ ທີ 3 ຈະສໍາເຣັດ ການ ທົດລອງ ໃນ ຂັ້ນ ຕໍ່ໄປ ແລະ ການດໍາເນີນ ຜລິດ ໄຟຟ້າ ອອກຂາຍ ໃຫ້ ຕາໜ່າງ ອົງການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດ ໄທ ພາຍໃນ ເດືອນ ພຶສຈິກາ ປີ 2015 ແລະ ເດືອນ ມິນາ ປີ 2016 ຕາມ ອັນດັບ. 90 ສ່ວນຮ້ອຍ ຂອງ ໄຟຟ້າ ທີ່ ຜລິດ ໄດ້ ທັງໝົດ ຈະສົ່ງ ໄປ ປະເທດ ໄທ,  ສ່ວນເຫລືອ ແມ່ນ ຈໍາໜ່າຍ ຢູ່ໃນ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.