ໜີ້ສິນສປປລາວທະວີຄູນ

ອະວາຣີ
2015.05.21
F-Vientiane ນະຄອນຫລວງວຽງຈັນ
RFA

ຣັຖບານ ສປປລາວ ຕິດໜີ້ ຫລາຍຂຶ້ນ ຢ່າງ ວ່ອງໄວ, ທະນາຄານ ໂລກ ຣາຍງານ ວ່າ ເມື່ອປີ 2013 ຣັຖບານ ລາວ ຕິດໜີ້ ທັງໝົົດ 5 ຕື້ ຫລື 5,000 ລ້ານ ດອນລ່າ ສະຫະຣັຖ; ໃນ ທ້າຍປີ ນີ້ ຈະ ເພິ້ມຂຶ້ນ ເປັນ 6.1 ຕື້ ດອນລ່າ ຫຼາຍກວ່າ ຜົນຜລິດ ຮວມ ພາຍໃນ ປະເທດ ຫລື ຈີດີພີ ຊຶ່ງ ປີນີ້ ຈະມີ ພຽງແຕ່ ປະມານ 12 ຕື້ ດອນລ່າ. ໄລ່ ສະເລັ່ຽ ແລ້ວ ຣັຖບານ ລາວ ຕິດໜີ້ ເພິ້ມຂຶ້ນ ປີລະ ນຶ່ງ ຕື້ ດອນລ່າ ຖືວ່າ ຫລາຍ ແລະ ກໍໄວ ສຳຣັບ ປະເທດ ທີ່ ມີ ເສຖກິດ ຫນ້ອຍ ຄື ລາວ.

ນັກ ຊ່ຽວຊານ ດ້ານ ການເງິນ ໃຫ້ ຂໍ້ ສັງເກດ ວ່າ ຣັຖບານ ສປປ ລາວ ຕິດໜີ້ ຕ່າງ ປະເທດ ຫລາຍ ເກີນໄປ, ເມື່ອ 2 ປີ ກ່ອນ ຣັຖບານ ລາວ ເກືອບ ບໍ່ມີເງິນ ທີ່ ຈະໃຊ້ ໜີ້ ຄືນ ຕາມ ຈຳນວນ ແລະ ກຳນົດ ເວລາ ເພາະ ຣັຖບານ ລາວ ຂາດ ເຂີນ ງົບປະມານ ຢ່າງໜັກ ທັ້ງໆທີ່ ໃນ ປີນັ້ນ ເສຖກິດ ຂອງລາວ ກໍ ຂຍາຍຕົວ ສູງ ເຖິງ 8 ສ່ວນຮ້ອຍ. ສຳລັບ ໃນ ປີ 2015 ນີ້ ທະນາຄານ ໂລກ ຕີ ຣາຄາ ວ່າ ຣັຖບານ ລາວ ຈະ ປະສົບ ກັບ ຄວາມ ຫຍຸ້ງຍາກ ຫຼາຍຂຶ້ນ ທີ່ຈະໃຊ້ ໜີ້ຄືນ.

ສ່ວນ ທະນາຄານ ພັທນາ ເອເຊັຽ ໃຫ້ ຂໍ້ ສັງເກດ ວ່າ ຖ້າ ຣັຖບານ ລາວ ຢືມເງິນ ຈາກ ຈີນ ຈຳນວນ 7.2 ຕື້ ດອນລ່າ ເພືື່ອ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ນັ້ນ, ຣັຖບານ ລາວ ຈະຕິດໜີ້ ເພີ້ມ ເປັນ 13.3 ຕື້ ດອນລ່າ ຫຼາຍກວ່າ ຜົນຜລິດຮວມ ພາຍໃນ ປະເທດ ຫລື ຈີດີພີ ເຖິງ 1.1 ຕື້ ດອນລ່າ, ຊຶ່ງ ຕາມ ຫລັກການ ເສຖສາດ ການເງິນ ແລ້ວ ເປັນໄປ ບໍ່ໄດ້ ທີ່ ປະເທດ ນຶ່ງ ຈະ ຕິດໜີ້ ໄດ້ຫຼາຍ ເຖິງ ປານນັ້ນ.

ເຖິງຢ່າງໃດ ກໍຕາມ ຄົນລາວ ຜູ້ນຶ່ງ ທີ່ ຕິດຕາມ ສະພາບການ ຢູ່ລາວ ເປັນ ປະຈຳ, ຄິດວ່າ ເຖິງ ສປປລາວ ຈະ ຕິດໜີ້ ຫລາຍ ແລ້ວ ກໍຕາມ ຈີນ ອາດ ຈະໃຫ້ ເງິນ ກູ້ຢືມ ແກ່ ສປປລາວ ຕື່ມ ອີກ ເພື່ອ ສ້າງ ທາງ ຣົດໄຟ ຄວາມ ໄວສູງ ລາວ-ຈີນ ເພາະ ຈີນ ຈະໄດ້ ຜົນ ປະໂຫຍດ ແຕ່ລາວ ຈະບໍ່ໄດ້ ຫຍັງຫຼາຍ ນອກຈາກ ເປັນ ໜີ້ ເພີ້ມຂຶ້ນ. ດັ່ງ ທ່ານເວົ້າ ຕອນນຶ່ງວ່າ:

“ບັນດາ ປະເທດ ທີ່ ທຸກຍາກ ທັງຫລາຍ ໃນ ໂລກນີ້ ແມ່ນ ສປປລາວ ຕິດໜີ້ ຫຼາຍ ກວ່າໝູ່; ໂຕ ທີສອງ ບອກວ່າ ຈະຢືມ ອີກ 7 ພັນ ລ້ານ ດອນລ່າ ສະຫະຣັຖ ຈາກ ຈີນ, ຈີນ ອາດ ຈະໃຫ້ ແຕ່ຜົນ ປະໂຫຍດ ລາວ ຈະໄດ້ ຫຍັງ ເສຖກິດ ລາວ ກໍບໍ່ມີ ຄົນລາວ ໄປ ທ່ອງທ່ຽວ ກໍບໍ່ມີ ຜົນ ປະໂຫຍດ ຈະໄດ້ ຈາກ ທາງ ຣົດໄຟ ນັ້ນ ບໍ່ມີ ເລີຍ.”

ເປັນຫຍັງ ຣັຖບານ ລາວ ຈຶ່ງ ເປັນໜີ້ ຫລາຍ ແທ້?

ເພາະວ່າ ຣັຖບານ ລາວ ຢາກ ສ້າງສາ ພັທນາ ແຕ່ ບໍ່ມີເງິນ ມີ ວິທີ ດຽວ ຕ້ອງ ຢືມເງິນ, ຖ້າ ຈະອາໄສ ຊັພຍາກອນ ທັມມະຊາດ ເຊັ່ນໄມ້ ກໍໝົດ ແລ້ວ ແລະ ຄຳ ປັດຈຸບັນ ສ່ວນນຶ່ງ ກໍ ໝົດໄປ ແລ້ວ ເຊັ່ນກັນ ແລະ ຣາຄາ ຄຳ ໃນຕລາດ ໂລກ ກໍ ຕົກຕ່ຳ. ອີກຢ່າງ ນຶ່ງ ຣັຖບານ ລາວ ຢາກຢືມ ເງິນ ຕື່ມ ເລື້ອຍໆ ກໍເພາະ ຣັຖບານ ຢາກ ສວຍ ໂອກາດ ໃນນາມ ເປັນ ປະເທດ ນ້ອຍ ດ້ອຍ ພັທນາ, ສປປລາວ ມີສິດ ຂໍຢືມເງິນ ດ້ວຍ ດອກເບັ້ຽ ຕ່ຳ ເປັນ ພິເສດ. ບໍ່ເທົ່ານັ້ນ ຣັຖບານ ລາວ ກໍຫວັງວ່າ ອີກບໍ່ດົນ, ເຈົ້າໜີ້ ເຊັ່ນ ສະຖານບັນ ການເງິນ ສາກົນ ແລະ ປະເທດ ທີ່ ຮັ່ງມີ ກໍຈະ ປະກາດ ລົບລ້າງ ໜີ້ ໃຫ້ ສປປ ລາວ ແປວ່າ ຣັຖບານ ລາວ ໄດ້ ເງິນ ລ້າໆ.

ຄນະ ຜູ້ນໍາ ພັກ ແລະ ຣັຖບານ ລາວ ເວົ້າ ຢູ່ເລື້ອຍໆ ວ່າ ພັກຣັດ ບໍ່ພຽງແຕ່ ຢາກ ຂໍ ຢືມເງິນ ເທົ່ານັ້ນ, ແຕ່ຍັງ ພຍາຍາມ ຍາດແຍ່ງ ເອົາ ການ ຊ່ວຍເຫລືອ ຈາກ ຕ່າງ ປະເທດ ເພື່ອ ມາ ສ້າງສາ ພັທນາ ແຕ່ ຄວາມຈິງ ແລ້ວ ເງິນ ຊ່ວຍເຫຼືອ ທີ່ວ່າ ນັ້ນ, ສ່ວນນຶ່ງ ອາດ ຈະເປັນ ເງິນ ຊ່ວຍເຫລືອ ລ້າ ຢູ່ ແຕ່ ສ່ວນຫຼາຍ ແລ້ວ ຈະ ແມ່ນ ເງິນ ໃຫ້ ຢືມ. ຄົນລາວ ຜູ້ນຶ່ງ ຄິດວ່າ:

“ກ່ຽວກັບ ວ່າ ຣັຖບານ ລາວ ຈະຢືມ ເງິນ ມາ ເພື່ອ ທາງ ຣົດໄຟ ຫລື ຫລາຍໆ ຢ່າງ ນັ້ນ, ຣັຖບານ ເຂົາ ຮູ້ຢູ່ແລ້ວ ໃຊ້ ຄືນ ບໍ່ໄດ້ ເພາະເຂົາ ບໍ່ມີ ຣາຍໄດ້ ເດ໋; ເງິນ 7 ພັນ ລ້ານ ເຂົາ ກໍຈ່າຍຄືນ ບໍ່ໄດ້ ແຕ່ ເຂົາ ກໍຢືມ ເພາະເຂົາ ຢາກໄດ້ ເງິນ ຄ່າ ນາຍໜ້າ ແລະ ເມື່ອ ເຂົາ ຈະ ຈ່າຍຄືນ ຫັ່ນ ເຂົາ ຮັ່ງມີ ແລ້ວ ບາງທີ ຕໍ່ໄປ ເຂົາ ກໍຕາຍ ໄປ ແລ້ວ ແລະ ເງິນ ທີ່ ເຂົາ ຕິດໜີ້, ມັກຈະໄປ ຄາ ຢູ່ກັບ ປະຊາຊົນ ລາວ ພຸ້ນ ລູກຫລານ ທີ່ ຈະ ເກີດມາ ຊິມາ ເສັຽຄ່າ ຢືມເງິນ ຫລື ດອກເບັ້ຽ ຕ່າງໆ ນີ້ ແປວ່າ ອັນຕະຣາຍ ອັນຕະຣາຍ ຫລາຍ ໂຕນີ້ ນ໋າ.”

ທ່ານ ຜູ້ຟັງ ອາດຈະ ສົນໃຈ ຢາກຖາມ ວ່າ ໃນເມື່ອ ເປັນ ໜີ້ ຫລາຍ ເຖິງປານ ນັ້ນ, ຣັຖບານ ລາວ ຈະ ໃຊ້ໜີ້ ຄືນ ໄດ້ບໍ່?

ຍາກ ເພາະ ຣັຖບານ ມີ ຣາຍໄດ້ ຣາຍຮັບ ໜ້ອຍ, ຣັຖບານ ປະເທດ ໃດ ກໍຕາມ ຈະມີ ຣາຍຮັບ ສ່ວນຫລາຍ ຈາກການ ເກັບ ພາສີ ອາກອນ ຈາກ ປະຊາຊົນ ນັກ ລົງທຶນ ແລະ ນັກ ທຸຣະກິດ ການຄ້າ. ແຕ່ ໃນລາວ ປະຊາຊົນ ສ່ວນຫລາຍ ເກືອບ 80 ສ່ວນຮ້ອຍ ເປັນ ຊາວ ກະສິກອນ ຫາ ກິນ ພໍແຕ່ ລ້ຽງ ກຸ້ມ ຕົວເອງ ຫລື ບໍ່ກຸ້ມ ຕົວເອງ ຊ້ຳ ບໍ່ ສາມາດ ຈ່າຍ ພາສີ ອາກອນ ໃຫ້ ແກ່ຣັດ ໄດ້. ສຳຣັບ ຜູ້ທີ່ ມີຣາຍໄດ້ ສູງ ກໍມີ ວິທີ ຫລີກລ້ຽງ ພາສີ ເຊັ່ນ ວິທີ ຊື້ຈ້າງ ຈອບອອຍ ເຈົ້າໜ້າທີ່ ເກັບ ພາສີ ອາກອນ ແລະ ອີກ ວິທີ ນຶ່ງ ແມ່ນ ວິທີ ເຊື່ອງອຳ ຫລື ຊຸກເຊື່ອງ ຣາຍໄດ້ ຣາຍຮັບ. ໃນ ຣະຍະ 2-3 ປີ ຜ່ານມາ ແຮງຮ້າຍ ຣັຖບານ ລາວ ມີຣາຍຮັບ ຫລື ເກັບ ພາສີ ອາກອນ ໄດ້ ໜ້ອຍລົງ.

ປັດຈຸບັນ ຣັຖບານ ພໍມີ ຣາຍຮັບ ແດ່ ຈາກການ ເກັບ ພາສີ ອາກອນ ກັບ ນັກ ລົງທຶນ ແລະ ນັກ ທຸຣະກິດ ຕ່າງ ປະເທດ ເທົ່ານັ້ນ. ທຸຣະກິດ ຂອງ ນັກ ລົງທຶນ ຕ່າງ ປະເທດ ຢູ່ລາວ ກໍ ຕົກຕໍ່າ; ຕົວຢ່າງ ການຜລິດຄຳ ຂອງ ບໍຣິສັດ ແພນອອສ ຂອງ ອອສເຕຣເລັຽ ກໍ ຫລຸດລົງ ຫລາຍ ເພາະ ຄວາມ ຕ້ອງການ ຄຳ ໜ້ອຍລົງ ແລະ ຣາຄາ ຄຳ ໃນ ຈີນ ແລະ ໃນຕລາດ ໂລກ ຖືກລົງ; ທາງ ບໍຣິສັດ ແພນອອສ ກໍມີ ຣາຍໄດ້ ໜ້ອຍລົງ ແລະ ກໍຈ່າຍ ພາສີ ອາກອນ ໃຫ້ ແກ່ ຣັຖບານ ລາວ ໜ້ອຍລົງ. ຍ້ອນ ສາເຫດ ນັ້ນ ຣັຖບານ ລາວ ຈຶ່ງ ຂາດເຂີນ ງົບປະມານ ຢ່າງ ໜັກ ເມື່ອ ປີກາຍ ແລະ ປີນີ້.

ປີກາຍ ຣັຖບານ ລາວ ຍອມ ຮັບວ່າ ລາວ ອາດຈະ ໃຊ້ໜີ້ ຄືນ ບໍ່ຄົບ ຕາມ ຈຳນວນ ແລະ ກຳນົດ ເວລາ; ແຕ່ ຫລັງຈາກ ປະຢັດ ມັທຍັດ ເຊັ່ນ ຕັດເງິນ ອຸດໜຸນ ພະນັກງານ ຣັຖກອນ ແລະ ໂຈະ ໂຄງການ ພັທນາ ໃຫຍ່ໆ ຫລາຍຮ້ອຍ ໂຄງ ການ, ຣັຖບານ ກໍມີເງິນ ພໍຈ່າຍ ໜີ້ ຄືນໄດ້. ປີນີ້ ແຮ່ງຮ້າຍ ຣັຖບານ ບໍ່ມີຮອດ ເງິນ ເພື່ອ ຈ່າຍ ເງິນ ເດືອນ ໃຫ້ ພະນັກງານ ຣັຖກອນ ຂອງຕົນ, ໂດຍ ສະເພາະ ບັນດາ ຄຣູ ແລະ ອາຈານ ບໍ່ໄດ້ຮັບ ເງິນ ເດືອນ ມາ ຫລາຍ ເດືອນ ແລ້ວ.

ຖ້າຢືມ ເງິນ ຈາກ ຈີນ ຕື່ມ 7.2 ຕື້ ດອນລ່າ ນັກ ເສຖກິດ ເຊື່ອວ່າ ແນ່ນອນ ທີ່ສຸດ ຣັຖບານ ລາວ ຈະ ບໍ່ ສາມາດ ໃຊ້ໜີ້ ຄືນ ເປັນ ເງິນສົດ ໄດ້ ຈຳເປັນ ຕ້ອງໃຊ້ ຄືນ ດ້ວຍ ຊັພຍາກອນ ທັມມະຊາດ ເຊັ່ນ ຈະໃຫ້ ຈີນ ມາ ຂຸດ ເອົາຄຳ ຫລື ແຮ່ທາດ ອື່ນໆ ແທນ. ວິທີ ນີ້ ຣັຖບານ ລາວ ໄດ້ ໃຊ້ ມາຫລາຍ ເທື່ອແລ້ວ ຕົວຢ່າງ ເວລາ ສ້າງ ສນາມ ກິລາ ແຫ່ງຊາດ ໃໝ່ ຣັຖບານ ລາວ ກໍຢືມ ຈີນ 50 ລ້ານ ດອນລ່າ ແລ້ວ ກໍໃຊ້ ຄືນ ດ້ວຍການ ໃຫ້ ສັມປະທານ ທີ່ດິນ ບຶງ ທາດຫລວງ ໃຫ້ ແກ່ ຈີນ.

ອີກ ຕົວຢ່າງ ນຶ່ງ ຣັຖບານ ລາວ ໃຫ້ ວຽດນາມ ສ້າງ ຫໍພັກ ນັກ ສຶກສາ ຊີເກມ ຊຶ່ງ ປັດຈຸບັນ ກາຍເປັນ ຫໍພັກ ນຶກສາ ມະຫາວິທຍາໄລ ແຫ່ງຊາດ; ເຊັ່ນ ດຽວກັນ ຣັຖບານ ລາວ ກໍໃຊ້ ໜີ້ ຄືນ ດ້ວຍການ ມອບ ທີ່ດິນ ນຶ່ງ ໝື່ນ ເຮັກຕາ ຢູ່ ພາກ ໃຕ້ ໃຫ້ ວຽດນາມ ເພື່ອ ປູກ ຢາງພາຣາ.

ແຕ່ ເຖິງຈະໃຊ້ ໜີ້ ຄືນ ດ້ວຍ ຊັພຍາກອນ ທັມມະຊາດ ກໍຕາມ ປະເທດ ລາວ ກໍຈະ ບໍ່ ສາມາດ ໃຊ້ໜີ້ ຄືນ ທັງໝົດ ດ້ວຍ ວິທີ ນີ້ ວິທີ ດຽວ ເທົ່ານັ້ນ ເພາະ ປັດຈຸບັນ ຊັພຍາກອນ ທັມມະຊາດ ຂອງລາວ ກໍນັບມື້ ນັບໃກ້ ຈະໝົດ ແລ້ວ. ຖ້າ ຈະ ອາໄສ ການ ເກັບເງິນ ພາສີ ອາກອນ ຈາກ ປະຊາຊົນ ລາວ ເພື່ອ ໃຊ້ ໜີ້ ກໍຄົງຈະ ຍາກ ເພາະ ປະຊາຊົນ ລາວ ສ່ວນຫລາຍ ຍັງ ທຸກຍາກ ຂາດເຂີນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.