ການຄ້າໄມ້ເຖື່ອນຄືບ່ອນທໍາຣາຍ

ຈໍາປາທອງ
2014.03.12
F-corruption ການຄ້າໄມ້ເຖື່ອນຄືບ່ອນທໍາຣາຍ
Mek/fb

 

ເຈົ້າໜ້າທີ່ ໃນຄະນະ ກວດກາ ຂອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ທ່ານນຶ່ງ ເປີດເຜີຍ ຕໍ່ ຜູ້ສື່ຂ່າວ ເອເຊັຍ ເສຣີ ເມື່ອທ້າຍ ສັປດາ ຜ່ານມາວ່າ ຈາກຜົນ ຂອງການ ກວດກາ ກ່ຽວກັບ ການໃຊ້ຈ່າຍ ງົບປະມານ ແລະ ການຈັດ ເກັບ ຣາຍຮັບ ຂອງ ຣັຖບາລ ລາວ ໃນຊ່ວງ ແຜນ ງົບປະມານ ປະຈໍາປີ 2012- 2013 ທີ່ຜ່ານມາ ພົບວ່າ ການ ສໍ້ຣາສ ບັງຫລວງ ໃນວົງການ ພັກ ແລະ ຣັຖບາລ ລາວ ມີຢູ່ໃນ ຫລາຍຂແນງ ດ້ວຍ 11 ວິທີການ.

ອັນທີ່ເຮັດ ໃຫ້ ຣັຖບາລ ໄດ້ຮັບຜົລ ເສັຍຫາຍ ຫລາຍ ທີ່ສຸດ ແມ່ນ ການ ອະນຸມັດ ໃຫ້ ບໍຣິສັດ ເອກກະຊົນ ສໍາປະທານ ປ່າໄມ້ ໃນການ ລົງທຶນ ພັທນາ ໂຄງການ ຕ່າງໆ ຂອງ ຣັຖບາລ ເພາະ ວ່າ ພາຍຫລັງທີ່ ໄດ້ຮັບ ສໍາປະທານ ແລ້ວ ບໍຣິສັດ ເຫລົ່ານັ້ນ ກໍພາກັນ ສວຍໂອກາດ ບຸກລຸກ ເຂົ້າໄປ ຕັດໄມ້ ຮວມທັງ ໃນເຂດ ປ່າສງວນ ຢ່າງກວ້າງ ຂວາງ ໂດຍໄດ້ຮັບ ການຮ່ວມມື ຈາກ ເຈົ້າໜ້າທີ່ ພັກ ແລະ ຣັຖລານ ລາວ ນັ້ນເອງ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ:

"ພາຍຫລັງ ອະນຸມັດ ໂຄຕາໄມ້ ໄປແລ້ວ ມັນເຮັດໃຫ້ ການສູ້ຊົນ ປະຕິບັດ ແຜນ ໃນການ ຂຸດຄົ້ນໄມ້ ຫັ້ນ ມັນກໍເຂົ້າ ໄປສູ່ບັນດາ ຈຸດ ແລະແຫລ່ງ ປ່າໄມ້ ທີ່ພວກເຮົາ ໄດ້ກໍານົດ ໄວ້ວ່າ ເປັນເຂດ ປ່າສງວນ ເຂດຫວງຫ້າມ ແລະ ປ່າໄມ້ ແຫລ່ງນໍ້າ ສະພາບການ ດັ່ງກ່າວ ນີ້ ເຫັນວ່າມີ ລັກສນະ ແພ່ຫລາຍ ທີ່ມັນ ປາກົດ ໃຫ້ເຫັນ ກໍແມ່ນເຣື່ອງ ການ ອະນຸມັດ ໂຄຕາໄມ້ ເພື່ອ ການຊໍາຣະໂຄງການ ຕ່າງໆ".

ສໍາລັບອີກ 10 ວິທີການ ທີ່ເຫລືອ ນັ້ນ ກໍແມ່ນ ການລັກລອບ ຂຸດຄົ້ນ ແຮ່ທາດ ການຍັກຍອກ ງົບປະມານ ແລະ ເງິນບໍານານ ຂອງ ພະນັກງານ ຣັຖກອນ, ການຂາຽ ທີ່ດິນ ຂອງຣັຖ, ການໃຊ້ ອໍານາດ ໜ້າທີ່ ຫາຜົລ ປະໂຫຽດ ຈາກການ ອະນຸມັດ ໂຄງການ ລົງທຶນ, ການຮັບ ສິນບົນ, ການສໍ້ໂກງ ຄ່າພາສີ ອາກອນ, ການສໍ້ໂກງ ຣາຍຮັບ ດ້ານ ວິຊາການ ການປະມູນ ໂຄງການ, ການຈັດຊື້ ອຸປກອນ, ການຈ້າງ ບໍຣິສັດ ເອກກະຊົນ ແລະ ການກວດຮັບ ໂຄງການ ຕ່າງໆ ທີ່ບໍ່ມີ ຄຸນນະພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.