ຄົນງານລາວວ່າຄ່າແຮງຕໍ່າ ຢູ່ລາວ

ສົມເນ
2014.04.24
F-Lao-workers-thailand ຄົນງານລາວ ໄປເຮັດວຽກ ໃນປະເທດໄທ ຍ້ອນຄ່າແຮງງານ ທີ່ສົມມາພາຄວນ.
jclao

 

ປັດຈຸບັນ ນີ້ ຫລາຍ ຂແນງ ອຸດສາຫະກັມ ຢູ່ລາວ ທີ່ກໍາລັງ ຂຍາຍ ໂຕ ປະສົບ ກັບ ຄວາມ ຫຍຸ້ງຍາກ ໃນການ ຊອກຫາ ຄົນງານ ຍ້ອນວ່າ ຄົນງານ ລາວ ສ່ວນຫລາຍ ໄດ້ໜີ ອອກໄປ ເຮັດວຽກ ຢູ່ຕ່າງ ປະເທດ. ຄົນງານ ລາວ ຄິດວ່າ ຄ່າແຮງ ທີ່ໄດ້ ຢູ່ປະເທດ ຂອງຕົນ ບໍ່ກຸ້ມຢູ່ ກຸ້ມກິນ. ຊາວລາວ ຜູ້ນຶ່ງ ຢູ່ ນະຄອນ ຫລວງ ວຽງຈັນ ເວົ້າວ່າ:

"ເຣື້ອງເງິນ ເດືອນ ໜ້ອຍນີ້ ກໍແມ່ນແທ້ ແຕ່ເປັນ ພຽງສາເຫດ ດຽວ ເທົ່ານັ້ນ: ແມ່ນຫັ້ນ ແລ້ວ ເງິນເດືອນ ນີ້ມັນ ຫນ້ອຍ ດຽວນີ້ມັນ ກ່າ ລ້ານ ປາຍແລ້ວ, ລ້ານປາຍ ມັນກໍບໍ່ ກຸ້ມກິນ ຫັ້ນນະ  ອັນນັ້ນລະ. ແຮງງານ ກໍ່ສ້າງ ທັມມະດາ ນີ້ ແບກຫາບ ອີ່ສັງ ຂົນຫີນ ຂົນຊາຍ ມື້ນຶ່ງ ຫ້າສິບ ພັນ. ແຮງງານ ມີ ສີມືແດ່ ພວກກໍ່ສ້າງ ເປັນຊ່າງ ກໍ່ສ້າງ ໂບກ ນັ້ນກ່າໄດ້ ມື້ລະ ແສນ".

ກ່ຽວກັບ ເຣື້ອງ ຂາດເຂີນ ຄົນງານ ນີ້ ເຈົ້າໜ້າທີ່ ຄົນນຶ່ງ ຢູ່ແຂວງ ສວັນະເຂດ ເວົ້າວ່າ ອຸດສາຫະກັມ ໃນແຂວງ ນີ້ ກໍປະສົບ ກັບບັນຫາ ການຊອກ ຫາຄົນງານ ຣະດັບຕໍ່າ ພໍສົມຄວນ. ບາງ ໂຮງງານ ທີ່ເປີດ ກິຈການ ໃໝ່ ກໍປະສົບ ກັບ ບັນຫານີ້. ທ່ານວ່າ ເມື່ອກ່ອນ ຄົນ ງານລາວ ມີແຕ່ຈົ່ມວ່າ ຢູ່ລາວ ບໍ່ມີ ວຽກເຮັດ ງານທໍາ. ດຽວນີ້ ໂຮງງານ ແລະ ທຸຣະກິດ ຂແນງ ບໍຣິການ ທີ່ເກີດຂຶ້ນ ໃນແຂວງ ກໍມີເພີ້ມ ຂຶ້ນ, ເງິນເດືອນ ທີ່ ບໍຣິສັດ ຈ້າງຄົນງານ ມາເຮັດວຽກ ນີ້ ແມ່ນຢູ່ທີ່ ວ່າ ອີງເອົາຕາມ ຄ່າຈ້າງ ແຮງງານ ເດືອນນຶ່ງ 6 ແສນ ກວ່າກີບ  ຫລື ປະມານ 2,500 ບາທ, ແຕ່ໂຕຈິງ ນັ້ນ ຄັນໄລ່ຄ່າ ສວັດດີການ ແລະ ເງິນອື່ນໆ ເພີ້ມເຂົ້າ ແລ້ວ ເດືອນນຶ່ງ ມັນກ່າ ຫລາຍ ກວ່າ 2,5000 ບາທ ຊຶ່ງບໍ່ແຕກໂຕນ ຫລາຍປານໃດ ກັບ ຄ່າຈ້າງ ແຮງງານ ຢູ່ ປະເທດໄທ, ແຕ່ຄົນງານ ລາວ ພັດບໍ່ ມາສມັກ ເຮັດວຽກ.

ການເຮັດວຽກ ຢູ່ໂຮງງານ ໃນລາວ ມັນກໍມີ ບ່ອນກ້າວ ຂື້ນ ຄືກັນ ເຊັ່ນວ່າ ເຮັດວຽກ ຫລາຍປີ ມີຄວາມ ຊໍານິ ຊໍານານ ຕື່ມ ຄົນງານ ກໍສາມາດ ຮັບຜິດຊອບ ໜ້າທີ່ ສູງຂຶ້ນ ແລະ ມີເງິນເດືອນ ເພີ້ມຂຶ້ນ. ເຮັດວຽກຢູ່ ລາວ ມີວັນ ຢຸດພັກ, ມີໂອກາດ ຢູ່ໃກ້ ຄອບຄົວ.

ຕາມຣາຍງານ ຜ່ານມາ ນັ້ນ ຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດ ໄທ ສ່ວນຫລາຍ ແມ່ນໄປແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ. ບໍ່ ແມ່ນວ່າ ທຸກໆຄົນ ຈະໄດ້ ຄ່າຈ້າງສູງ. ບາງ ຈໍານວນ ປະເຊີນ ກັບຄວາມສ່ຽງ ຫລາຍຢ່າງ, ນາຍໜ້າ ຮຽກຄ່າ ໃຊ້ຈ່າຍ ໃນການ ຕິດຕໍ່ ວຽກ ແລະ ຄ່າຂົນສົ່ງ, ນາຍຈ້າງ ຂູດຮີດ ແລະ ຕັດເງິນເດືອນ ເພື່ອ ໃຊ້ຄືນໃຫ້ ນາຍໜ້າ, ການຢູ່ໃນ ປະເທດໄທ ກໍຢູ່ແບບ ບໍ່ມີ ຄວາມ ປອດພັຍ ຫລົບ ຫລີກ ເຈົ້າໜ້າທີ່ ຢູ່ເລື້ອຍໆ, ຍິ່ງໄປ ກວ່ານັ້ນ  ບາງຄົນຖືກ ນາຍຈ້າງ ທຸບຕີ, ຂັງໄວ້ຢູ່ ໃນໂຮງງານ ບໍ່ໃຫ້ອອກ ໄປໃສ, ໃຫ້ກິນເຂົ້າ ມື້ລະຄາບ, ບາງຄົນ ຖືກຂ້າ ກໍມີ ດັ່ງທີ່ເປັນ ຂ່າວຢູ່ ເລື້ອຍໆ ເຣື້ອງຄົນງານ ລາວ ໃນ ປະເທດໄທ ຖືກຂ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.