ບັດຜ່ານແດນເຮັດວຽກຢູ່ໄທ ໄປເຊົ້າ ແລງກັບ

ໄມຊູລີ
2014.09.23
F-Lao-workers ຕົວຢ່າງ ຊາຍໜຸ່ມລາວ 3 ຄົນ ທີ່ຖືກຈັບ ຢູ່ແຂວງໜອງຄາຍ ໃນຖານ ຄ້າຢາບ້າ (ວັນທີ 15 ກັນຍາ 2014)
Photo credit: Thai news by citizen journalist

 

ການທີ່ ທາງການ ໄທ ໄດ້ອອກ ກົດຣະບຽບ ບໍ່ ອະນຸຍາດ ໃຫ້ ຄົນງານ ລາວ ທີ່ ໃຊ້ບັດ ຜ່ານແດນ ໄປ ເຮັດວຽກ ຢູ່ ປະເທສໄທ ແບບ ໄປເຊົ້າ ກັບຄໍ່າ ແຕ່ຈະເຮັດ ບັດອອກ ແຮງງານ ສະເພາະ ໃຫ້ນັ້ນ ຈະສົ່ງ ຜົລກະທົບ ໄປໃນທາງ ລົບ ຕໍ່ ທຸຣະກິດ ບາງ ປະເພດ ຂອງ ໄທ ຍ້ອນ ຄົນງານ ຈະ ບໍ່ພຽງພໍ ກັບຄວາມ ຕ້ອງການ. ດັ່ງ ເຈົ້າໜ້າທີ່ ກົມຈັດຫາ ແຮງງານ ຂອງ ໄທ ເວົ້າວ່າ:

“ມັນຕ້ອງ ສົ່ງ ຜົນກະທົບ ບາງອັນ ຕໍ່ ອຸດສາຫະກັມ ບາງຢ່າງ ຍ້ອນວ່າ ວຽກງານ ບາງຢ່າງ ຄົນງານໄທ ບໍ່ເຮັດ ຕ້ອງໄດ້ ອາສັຍ ຄົນ ງານ ຕ່າງດ້າວ ເຂົາມີ ຫລາຍໂພດ ຈຶ່ງພາກັນ ຫລັ່ງໄຫລ ເຂົ້າມາໄທ”.

ທ່ານກ່າວ ຕໍ່ໄປວ່າ ພາກສ່ວນ ທຸຣະກິດ ທີ່ຈະໄດ້ ຮັບ ຜົລກະທົບ ນັ້ນ ສ່ວນຫຼາຍ ແມ່ນ ຈະຢູ່ຕາມ ແຂວງ ພາກອີສານ ເປັນຕົ້ນ ແຂວງ ໜອງຄາຍ ມຸກດາຫານ ນະຄອນ ພະນົມ ແລະ ແຂວງ ອຸບົນ.

ທ່ານ ເວົ້າຕື່ມວ່າ ສາເຫດ ທີ່ເຮັດໃຫ້ ທາງການໄທ ອອກ ກົດຣະບຽບ ໃໝ່ ອອກມານັ້ນ ກໍ ອາຈເປັນຍ້ອນ ຄົນງານ ລາວ ບາງກຸ່ມ ໃຊ້ ບັດ ຜ່ານແດນ ໄປເຮັດວຽກ ແລ້ວ ເຮັດສິ່ງທີ່ ຜິດ ກົດໝາຍ ເຊັ່ນ: ຄ້າ ຢາເສບຕິດ ຫລື ຄ້າສິ່ງທີ່ ຜິດ ກົດໝາຍ.

ກົດຣະບຽບ ດັ່ງກ່າວ ມີຂຶ້ນ ພາຍຫລັງ ທີ່ ທາງການໄທ ໄດ້ປຶກສາ ຫາລື ກັບ ທາງການ ລາວ ແລະ ໄດ້ຕົກລົງ ກັນວ່າ ທາງຝ່າຍໄທ ຈະ ອອກບັດ ສະເພາະ ໃຫ້ ຄົນງານ ລາວ ທີ່ ຕ້ອງການ ໄປ ເຮັດວຽກ ຢູ່ໄທ ແບບ ໄປເຊົ້າ ກັບຄໍ່າ.

ແຕ່ມາເຖິງ ປັດຈຸບັນ ຍັງບໍ່ທັນ ມີການ ປະກາດໃຊ້ ເທື່ອ ຍັງ ອະນຸຍາດ ໃຫ້ ຄົນງານ ລາວ ໃຊ້ ບັດຜ່ານແດນ ໄປເຮັດວຽກ ຢູ່ໄດ້ຕາມ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.