ບໍຣິສັດແພນອອສຊ່ອຍເຫຼືອ ຜູ້ທຸກຍາກ ໃນລາວ

ມະນີຈັນ
2014.06.23
F-Pan-aus-Phubia ການຂຸດຄົ້ນ ບໍ່ຄໍາບໍ່ເງີນ ຂອງບໍຣິສັດ ແພນອອສທ໌ ຢູ່ບ້ານ ຫ້ວຍຊາຍ ທີ່ຈະເລີ້ມ ການຜລິດ ໃນກາງເດືອນ ເມສາ ປີ 2012.
panaust

 

ທ່ານ Gary Stafford ຄະນະ ຜູ້ ບໍຣິຫານ ບໍຣິສັດ ອອສເຕຣເລັຽ ຂຸດຄົ້ນ ແຮ່ທາດ PanAuss ເວົ້າວ່າ ເມື່ອປີກາຍ ແພນອອສ ໄດ້ ເປັນ ພາກສ່ວນ ເອກກະຊົນ ທໍາອິດ ຮ່ວມກັບ ພາຄີ ທະນາຄານ ພັທນາ ເອເຊັຽ ໃຫ້ການ ຊ່ວຍເຫລືອ ໃນໂຄງການ ຊ່ວຍເຫລືອ ຂອງຕົນ ດ້ວຍເງິນ ຈໍານວນ 6 ລ້ານ ໂດລາ ເພື່ອ ໃຫ້ມີ ນໍ້າ ສະອາດ ແລະ ປັບປຸງ ສຸຂອະນາມັຍ ໃນ 11 ຊຸມຊົນ ລາວ ທີ່ມີ ການ ຂຸດຄົ້ນ ແຮ່ທາດ. ຕາມຣາຍງານ ວັນທີ 21 ມີຖຸນາ 2014 ນີ້.

ພ້ອມດຽວກັນ ແພນອອສ ຍັງໃຫ້ ການຊ່ວຍເຫລືອ ແກ່ ທິມການ ແພດ Interplast ໃນ ແຂວງ ຊຽງຂວາງ ໃນ ການຜ່າຕັດ ບໍ່ໄດ້ ເສັຽຄ່າ ສໍາລັບ ປະຊາຊົນ ທີ່ຢູ່ໃນ ເຂດ ທີ່ ອັນຕຣາຍ ມີຣະເບີດ ທີ່ ຍັງບໍ່ແຕກ ຫລາຍຢູ່ນັ້ນ.

ໃນປີ 2013 ບໍຣິສັດ ແພນອອສ ໄດ້ຮັບ ຣາງວັນ ຜູ້ນໍາພາ ການ ພັທນາ ເພື່ອ ຄວາມຍືນຍົງ ເປັນ ເທື່ອທີ 3 ຈາກສະພາ ຂຸດຄົ້ນ ແຮ່ທາດ ເອເຊັຽ ຊຶ່ງ ຖືເປັນ ການຮັບຮູ້ ການ ສນັບສນູນ ຂອງ ແພນອອສ ແກ່ຊຸມຊົນ ໃນລາວ ທີ່ຢູ່ໃກ້ ກັບເຂດ ຂຸດຄົ້ນ ແຮ່ທາດ. ທ່ານ Stafford ກ່າວວ່າ ເມື່ອເຂົ້າໄປ ປະເທດ ທີ່ ທຸກຍາກ ຫລາຍ ຄືດັ່ງ ປະເທດລາວ ຊຶ່ງ ອັດຕຣາ ການເສັຽ ຊີວິດ ຂອງ ແມ່ ສູງ. ເດັກນ້ອຍ ຂາດສານ ອາຫານ ຂາດ ສຸຂອະນາມັຍ ແລະ ມີນໍ້າດື່ມ ທີ່ ບໍ່ສະອາດ.

ແລະວ່າ ເມື່ອເຂົ້າໄປ ແລ້ວ ພວກທ່ານ ພ້ອມກັບ ຊຸມຊົນ ແລະ ຣັຖບານ ລາວ ກໍ ຮ່ວມມືກັນ ເລີ່ມ ໂຄງການ ຕ່າງໆ ເພື່ອ ປັບປຸງ ຄຸນນະພາບ ຊີວິດ ຂອງ ຄົນທ້ອງຖີ່ນ ໃຫ້ ດີຂຶ້ນ. ພ້ອມທັງ ເລີ້ມຮັບຄົນ ທ້ອງຖີ່ນ ເຂົ້າ ເຮັດວຽກ ທັງ ຊາຍແລະຍິງ.

ປັຈຈຸບັນ ແພນອອສ ມີ ແມ່ຍິງ ຂັບຣົດ trucks ແລະ ຄວບຄຸມ ເຄື່ອງຈັກ ເຮັດວຽກ ທີ່ ໃຊ້ ມັນສມອງ ຈໍານວນ ບໍ່ໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.