ໂຄງການສ້າງໂຮງງານຢາງ ແຂວງ ຜົ້ງສາລີ

ຈໍາປາທອງ
2014.04.14
F-rubber-tree ການປູກຢາງພາຣາ ຂອງຈີນ ໃນທາງພາກເໜືອຂອງລາວ
RFA

 

ປັດຈຸບັນ ໂຄງການ ກໍ່ສ້າງ ໂຮງງານ ແປຮູບ ຢາງພາຣາ ຂອງ ນັກລົງທຶນ ຈີນ ຢູ່ ແຂວງ ຜົ້ງສາລີ ກໍາລັງ ຢູ່ໃນຂັ້ນ ຕອນ ປະ ເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຫລັງຈາກ ໄດ້ມີການ ປັບປຸງ ແຜນຜັງ ໂຄງສ້າງ ໄປແລ້ວ. ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ກ່າວວ່າ:

"ປຸງແຕ່ງ ຢາງພາຣາ ນີ້ແຫລະ ຍັງບໍ່ທັນ ສ້າງຕັ້ງ ເທື່ອ ມັນຍັງ ສຶກສາ ບົດປະເມີນ ຜົລ ກະທົບ ຢູ່ ຂະເຈົ້າ ຍັງບໍ່ ອະນຸຍາດ ໃຫ້ຕັ້ງ ດຽວນີ້ຫັ້ນ ບໍຣິສັດ ເຂົາເຈົ້າ ກໍາລັງ ແບບວ່າ ຜ່ານບົດ ປະເມີນ ຫັ້ນແຫຼະ ເຂົາກະ ກຽມສິ ຕັ້ງແລ້ວ".

ຍານາງ ກ່າວອີກວ່າ ປັດຈຸບັນ ຍັງ ບໍ່ສາມາດ ຄາດຄະເນ ໄດ້ວ່າ ການ ປະເມີນ ຜົລ ກະທົບ ຕໍ່ ສິ່ງແວດລ້ອມ ທີ່ ນັກລົງທຶນ ກໍາລັງ ເຮັດຢູ່ນີ້ ຈະນໍາຂຶ້ນ ຜ່ານ ແຂວງ ເມື່ອໃດ ເພາະອາຈໃຊ້ ເວລາ ດົນ ພໍສົມຄວນ ກ່ອນ ທີ່ຈະສາມາດ ຢັ້ງຢືນ ໄດ້ວ່າ ໂຮງງານ ນັ້ນ ຈະບໍ່ສ້າງ ບັນຫາ ຫຍັງ ໃຫ້ ສິ່ງ ແວດລ້ອມ.

ປັດຈຸບັນ ສວນ ຢາງພາຣາ ຫລາຍບ່ອນ ທີ່ເປັນ ຂອງ ຊາວບ້ານ, ຂອງ ຄົນຈີນ ແລະ ຂອງຄົນຈີນ ຮ່ວມກັບ ຊາວບ້ານ ປູກໃນ ໂຄງການ ສອງ+ສາມ ສາມາດ ທີ່ີຈະໃຫ້ ຢາງ ໄດ້ແລ້ວ ແລະ ຊາວສວນຢາງ ຫລາຍ ຄົນ ກໍຢາກໃຫ້ ມີໂຮງງານ ແປຮູບ ຢາງພາຣາ ເກີດຂຶ້ນ ໄວໆ ເພາະຢາກ ຂາຍຢາງ ນັ້ນແລ້ວ.

ເມື່ອປີ 2013 ຜ່ານມາ ມີ ຣາຍງານວ່າ ຊາວສວນ ຢາງພາຣາ ຫລາຍຄົນ ຢູ່ແຂວງ ຜົ້ງສາລີ ເລີ່ມ ປະສົບກັບ ຄວາມ ເດືອດຮ້ອນ ເນື່ອງ ຈາກ ໂຄງການ ສ້າງຕັ້ງ ໂຮງງານ ແປຮູບ ຢາງພາຣາ ນັ້ນ ບໍ່ມີຄວາມ ຄືບໜ້າ ເຮັດໃຫ້ ພວກເຂົາເຈົ້າ ຂາດຣາຍໄດ້ ຍ້ອນ ບໍ່ສາມາດ ປາດເອົາ ຢາງພາລາ ໄປຂາຍ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.