ຄົນງານປະທ້ວງໂຮງງານບໍ່ຈ່າຍ ເງິນເດືອນ

ສິດນີ
2015.03.20
f-image ຄົນງານລາວ ທີ່ ບໍ່ໄດ້ຮັບເງິນ ຄ່າແຮງງານ ພາກັນ ປະທ້ວງ ໂຮງງານ ເກືອກາລີ ຂອງ ບໍຣິສັດ ຈີນ
Photo courtesy of Noy Lamleuth

ກັມມະກອນ ໂຮງງານ ເກືອ ກາລີ ປະມານ 70 ຄົນ ປະທ້ວງ ເຈົ້າຂອງ ໂຮງງານ ຊາວຈີນ ທີ່ ບໍ່ຈ່າຍ ເງິນເດືອນ ໃຫ້ ຂະເຈົ້າ ເປັນ ເວລາ 2 ເດືອນ ໃນ ຂນະທີ່ ກັມມະກອນ ຊາວຈີນ ໄດ້ ຮັບເງິນ ເດືອນ ຕາມ ປົກກະຕິ, ອີງຕາມ ຣາຍງານ ຈາກ ທ້ອງຖິ່ນ ໃນ ວັນທີ 19 ມິນາ ນີ້.

ການ ປະທ້ວງ ມີຂຶ້ນ ໃນ ວັນທີ 18 ມິນາ ທີ່ ໂຮງງງານ ເກືອ ກາລີ ຂອງ ຊາວຈີນ, ຕັ້ງຢູ່ ບ້ານ ດົງບອງ, ເມືອງ ນາຊາຍທອງ, ນະຄອນ ຫລວງ ວຽງຈັນ ພາຍຫລັງ ທີ່ ກັມມະກອນ ຊາວລາວ ຮູ້ວ່າ ມີແຕ່ ພວກຕົນ ທີ່ ບໍ່ໄດ້ ຮັບເງິນ ເດືອນ ເປັນ ເວລາ 2 ເດືອນ ໃນຂນະ ທີ່ ກັມມະກອນ ຊາວຈີນ ຊ້ຳພັດ ໄດ້ຮັບເງິນ ເດືອນ ເປັນ ປົກກະຕິ. ກັມມະກອນ ຜູ້ນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ວ່າ:

“ປະທ້ວງ ນີ້ ມີ 70 ນີ້ ແຫລະ ເອົາແຕ່ ພວກ ຫໍພັກ ໄປນະ. ເປັນຫຍັງ ຣັຖບານ ລາວ ຄືບໍ່ ມາເບິ່ງວະ, ພວກກົມ ແຮງງານ ຂະເຈົ້າ ຄືບໍ່ມາເບິ່ງ ມາຫຍັງ ວະ. ກາງຄືນ ກະເຮັດເດ໋, ເຮັດທັງເວັນ ທັງຄືນ ເລີຍ, ເຮັດ ຕລອດ 24 ຊົ່ວໂມງເລີຍ ເຮັດວຽກ ນີ້ນະ.”

ໃນຂນະ ດຽວກັນ, ວາຣະສານ ມະຫາຊົນ ຣາຍງານ ທາງ ເຟສບຸກ ວ່າ ພວກ ປະທ້ວງ ເວົ້າວ່າ ຖ້າຫາກ ວ່າ ບໍ່ໄດ້ ຮັບເງິນ ເດືອນ ພວກ ຂະເຈົ້າ ຈະເອົາ ຊັພສິນ ໃນ ໂຮງງານ ອອກໄປ ຂາຍ. ເຖິງຢ່າງໃດ ກໍຕາມ ຂ່າວ ຫລ້າສຸດ ຣາຍງານ ວ່າ ເມື່ອ ວັນທີ 19 ມິນາ ເຈົ້າຂອງ ໂຮງງານ ຊາວຈີນ ໄດ້ຈ່າຍ ຄ່າແຮງານ ໃຫ້ ກັມມະກອນ ແລ້ວ. ປັຈຈຸບັນ ນີ້ ກັມມະກອນ ຫລາຍຄົນ ໄດ້ ລາອອກ ຈາກ ໂຮງງານ ດັ່ງກ່າວ ແລະ ມີຂ່າວ ອອກມາ ວ່າ ທາງ ໂຮງງານ ຈະເອົາ ກັມມະກອນ ລາວ ອອກຈາກ ວຽກຕື່ມ:

“ອີກມື້ອື່ນ ມື້ຮື ນີ້ ທາງ ຫົວໜ້າ ຈີນ ຂະເຈົ້າ ຊິປະຊຸມ ຊິຄັດ ຄົນອອກ ວ່າຊັ້ນ ເຂົາວ່າ”.

ພ້ອມດຽວ ກັນນັ້ນ ຍັງມີການ ຮຽກຮ້ອງ ໃຫ້ ກະຊວງ ແຮງງານ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ໄປກວດກາ ກ່ຽວກັບ ເຫດການ ດັ່ງກ່າວ ແລະ ຂ່າວ ທີ່ວ່າ ມີການໄລ່ ກັມມະກອນ ລາວ ອອກ ເພື່ອ ຈະເອົາ ກັມມະກອນ ຈີນ ເຂົ້າໄປ ເຮັດວຽກ ແທນນັ້ນ ວ່າມີ ຄວາມຈິງ ໜ້ອຍຫລາຍ ປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.