ຣົຖໄຟລາວໄທພາກ 2 ຈະລົງມື ໄວໆນີ້

ສິດນີ
2014.04.24
F-Lao-train ຣົດໄຟສາຍ ໜອງຄາຍ ທ່ານາແລ້ງ
RFA

 

ໂຄງການ ສ້າງ ເສັ້ນທາງ ຣົຖໄຟ ລາວ-ໄທ ພາກສອງ ຈາກ ທ່າ ນາແລ້ງ ຫາ ນະຄອນ ຫລວງ ວຽງຈັນ ຈະເລີ້ມ ລົງມື ໃນ ໄວໆນີ້ ຊຶ່ງໄດ້ ຍືດເຍື້ອ ມາເປັນ ເວລາ 5 ປີ ຫລັງຈາກ ຣັຖບານ ລາວ ໄດ້ຍົກເລີກ ການ ຊ່ອຍເຫລືອ ຈາກໄທ ໂດຍຄິດວ່າ ທາງຣົຖໄຟ ໃນ ຄວາມຍາວ 9 ກິໂລແມັດ ກວ່ານັ້ນ ຈະ ເປັນພາກສ່ວນ ຂອງ ຣະບົບ ຣົຖໄຟ ຄວາມໄວສູງ ຈາກຈີນ ທີ່ຈະສ້າງ ໄປເຊື່ອມ ກັບ ຣະບົບ ຄວາມໄວສູງ ຂອງໄທ ທີ່ ໜອງຄາຍ. ແຕ່ ຫລັງຈາກ ໂຄງການ ຂອງຈີນ ມີການລ້າຊ້າ ທາງການ ລາວ ກໍໄດ້ປັບ ແຜນ ໃຫມ່ ໄປຂໍຄວາມ ຊ່ອຍເຫລືອ ຈາກໄທ ອີກໃຫມ່ ໃນການສ້າງ ຕໍ່ ເສັ້ນທາງ ສາຍດັ່ງກ່າວ.

ຕາມຣາຍງານ ການຕໍ່ ເສັ້ນທາງ ຣົຖໄຟ ພາກສອງ ເຂົ້າເມືອງ ຫລວງ ຂອງລາວ ສາຍດັ່ງກ່າວ ຈະໃຊ້ ງົບປະມານ ທັງຫມົດ ປະມານ 50 ລ້ານ ໂດລາ ໂດຍການ ຊ່ອຍເຫລືອ ຂອງ ຣັຖບານໄທ ທັງເປັນ ເງິນກູ້ ແລະ ເງິນໃຫ້ລ້າ ຈະມີການ ກໍ່ສ້າງ ຄັງສິນຄ້າ ປະມານ 22 ລ້ານ ໂດລາ ຈະໃຊ້ເວລາ ໃນການ ດຳເນີນງານ ເປັນເວລາ 6 ເດືອນ ແລະ ການກໍ່ສ້າງ ເສັ້ນທາງ ຣົຖໄຟ ພາກສອງ ຈາກ ທ່ານາແລ້ງ ເມືອງ ຫາດຊາຍຟອງ ໄປຫາ ສະຖານີ ບ້ານ ຄຳສະຫວາດ ເມືອງ ໄຊທານີ ນະຄອນ ຫລວງ ວຽງຈັນ ນີ້ ຈະໃຊ້ ງົບປະມານ 20 ລ້ານ ໂດລາ ກໍຈະເລີ້ມ ຂຶ້ນແລ້ວ. ເສັ້ນທາງ ຣົຖໄຟ ສາຍ ດັ່ງກ່າວ ຈະ ເຊື່ອມໃສ່ ເສັ້ນທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ໃນ ອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.