ຣັຖບານລາວກໍາລັງ ປຶກສາກູ້ເງິນຈີນ


2013.04.08
f-laos-train ເສັ້ນທາງຣົດໄຟ ຄວາມໄວສູງ ຂອງລາວ ທີ່ຈະໃຊ້ເງິນກູ້ ຈາກຈີນ 7 ຕື້ ໂດລ້າ ສະຫະຣັດ ເປັນຢ່າງຕໍ່າ ໃນການສ້າງ, ແຕ່ຍັງບໍ່ໄດ້ ຄິດສເລັ່ຍ ເຣື້ອງໂຍກຍ້າຍ ປະຊາຊົນ ເຮືອນຊານ ບ້ານຊ່ອງ ທີ່ກີດຂວາງ ໂຄງການ.
RFA

ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ຍັງຢູ່ໃນ ຂັ້ນຕອນ ເຈຣະຈາ ຂໍກູ້ເງິນ 7 ຕື້ ໂດລ້າ ສະຫະຣັດ ຈາກຈີນ.

ທາງການລາວ ເວົ້າວ່າ ຄວາມຄືບໜ້າ ໃນໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຈາກ ຊາຍແດນຈີນ ຫາ ນະຄອນຫລວງ ວຽງຈັນ ນັ້ນ ກໍາລັງ ປຶກສາກັນ ເຣື້ອງທຶນຮອນຢູ່່ ແລະວ່າ ຄວາມເປັນໄປໄດ້ ມັນກໍມີ ຍ້ອນ ຣັຖບານລາວ ເຫັນວ່າ ການສ້າງ ທາງຣົດໄຟ ໃນລາວ ມີຄວາມຈໍາເປັນ ໃນການເຮັດ ໃຫ້ລາວ ເປັນປະເທດ ເຊື່ອມຕໍ່ກັບ ພູມີພາກ ແລະ ສປປລາວ ໄດ້ປະກາດ ໃຫ້ຕົນເອງ ເປັນປະເທດ ເຊື່ອມຕໍ່ ການຄົມມະນາຄົມ ໃນ ພູມີພາກ ແລ້ວ ທີ່ເອີ້ນກັນວ່າ “Land link”:

"ເພິ່ນກໍາລັງ ເວົ້າກັນ ເພິ່ນກໍາລັງ ເຈຣະຈາ ເຣື້ອງທຶນ ເຣື້ອງຮອນ, ຄວາມເປັນໄປໄດ້ ກໍມີ ມັນມີຄວາມຈໍາເປັນ ຫັ້ນແລ້ວ ຄັນເຮົາບໍ່ໄປ ລໍ້ ປະຫວັດສາດ ມັນກ່າສີ່ເຕັງເຮົາ ແຫລະ. ມັນຈໍາເປັນ ມັນຮອດຍາມ ມັນແລ້ວເດ ມັນບັງຄັບ ໃນໂຕແລ້ວ ວ່າເຮົາຈະຕ້ອງ ອອກສູ່ ເຮົາປະກາດເປັນ ແລັນລິງແລ້ວເດ ເຮັດວິທີໃດ ເຮົາສີ່ເປັນ ແລັນລິງໄດ້".

ເມື່ອວັນພຸດ ວັນທີ 3 ເມສາ 2013 ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຮັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງ ປະເທດ ສປປ ລາວ ກໍໄດ້ນໍາ ຄະນະ ໄປຢ້ຽມຢາມ ນາຍົກ ຣັຖມົນຕຣີໄທ ຍານາງ ຍິ່ງລັກ ຊິນນະວັດ ແລະ ໄດ້ຂໍໃຫ້ ຝ່າຍໄທ ສ້າງ ທາງຣົດໄຟ ຈາກ ບາງກອກ ໄປຫາ ແຂວງໜອງຄາຍ ເພື່ອໃຫ້ເຊື່ອມຕໍ່ ກັບໂຄງການທາງ ຣົດໄຟ ລາວ ໄປຫາ ຈີນ ແລະ ໃນນັ້ນ ຮ່ວມທັງການ ສ້າງຂົວຂ້າມ ນໍ້າຂອງ ສະເພາະ ທາງຣົດໄຟ ຄວາມໄວສູງ ນໍາດ້ວຍ ຊຶ່ງຝ່າຍໄທ ຈະເປັນ ຜູ້ສຶກສາ ແລະ ອອກແບບ. ສ່ວນຣາຍລະອຽດ ຕ່າງໆ ແລະກໍານົດ ເວລາ ທີ່ໄທ ຈະລົງມືສ້າງ ນັ້ນ ທ່ານວ່າ ຍັງບໍ່ມີເທື່ອ ແຕ່ໃນສ່ວນເລິກ ແລ້ວ ຂັ້ນຜູ້ນໍາ ໄດ້ຫາຣືກັນ ຢ່າງຄັກແນ່ແລ້ວ ເພາະວ່າ ຕ່າງຝ່າຍ ກໍຕ້ອງສ້າງ ມາຈອດກັນ.

ໂຄງການ ສ້າງທາງຣົດໄຟ ດັ່ງກ່າວ ຖືກຊັກຊ້າ ມາສອງຄັ້ງແລ້ວ ຄັ້ງຫລ້າສຸດ ໄດ້ກໍານົດ ໄວ້ວ່າ ອະດີດ ນາຍົກ ຣັຖມົນຕຣີຈີນ ທ່ານ ເວັນເຈັຽບາວ ຈະຮ່ວມ ໃນພິທີວາງ ສີລາເຣິກ ໃນການກໍ່ສ້າງ ເມື່ອເດືອນ ພຶສຈິກາ ປີ 2012 ແຕ່ຜິດພາດໄປ. ເຖິງຢ່າງໃດກໍດີ ຣັຖບານລາວ ກໍບໍ່ຍອມປ່ອຍ ໂຄງການນີ້ ໃຫ້ຫລຸດພົ້ນ ໄປໄດ້ ແລະ ເປັນທີ່ຄາດກັນວ່າ ຈະລົງມືສ້າງ ໃນປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.