ທາງເຂົ້າບ້ານຜູ້ໃຫຽ່ຂອງລາວ

ອຸ່ນແກ້ວ ສຸກສະຫວັນ
2015.05.18
F-Road-map ແຜນທີ່ ເຂດບ້ານພະຂາວ ເສັ້ນສີແດງ ສອງເສັ້ນ ແມ່ນ ຈຸດທີ່ຈະມີ ການກໍ່ສ້າງ ເສັ້ນທາງເຂົ້າບ້ານ ທ່ານ ບຸນທອງ ຈິດມະນີ
RFA/NY

ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ອະນຸມັດ ງົບປະມານ 400 ລ້ານກີບ ເພື່ອ ສ້າງທາງ ເຂົ້າບ້ານ ດຣ. ບຸນທອງ ຈິດມະນີ, ກັມມະການ ກົມ ການເມືອງ ສູນກາງ ພັກ ແລະ ທັງເປັນ ຫົວໜ້າ ອົງການ ຕ້ານ ການສໍ້ຣາສ ບັງຫຼວງ ຂັ້ນ ສູນກາງ ຊຶ່ງ ຕັ້ງຢູ່ ບ້ານ ພະຂາວ ເມືອງ ໄຊເສດຖາ ນະຄອນ ຫລວງ ວຽງຈັນ. ອີງຕາມ ເອກກະສານ ຈາກ ຫ້ອງການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ຫ້ອງການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ມອບໝາຍ ໃຫ້ ກົມ ຂົວທາງ ແລະ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ ຮັບ ຜິດຊອບ ວຽກງານ ການ ກໍ່ສ້າງ ທາງ ເຂົ້າ ບ້ານ ດຣ ບຸນທອງ ຈິດມະນີ.

ກ່ຽວກັບ ຄວາມ ຄືບໜ້າ ຂອງ ການ ກໍ່ສ້າງ, ວິທຍຸ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປ ສອບຖາມ ທ່ານ ເດດສົງຄາມ ທັມມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ ວຽງຈັນ, ແຕ່ ທ່ານ ກໍບໍ່ ປະຕິເສດ ທີ່ ຈະໃຫ້ ຣາຍຣະອຽດ ເຣື້ອງ ການ ກໍ່ສ້າງ. ເສັ້ນທາງ ດັ່ງກ່າວ ມີ ຄວາມຍາວ ປະມານ 600 ແມັດ ແລະ ກວ້າງ 5 ແມັດ ແລະ ຈະ ປູ ຢາງ 2 ຊັ້ນ.

ໃນຂນະ ທີ່ ບັນດາ ພະນັກງານ ຂັ້ນສູງ ຫລື ຜູ້ໃຫຍ່ ຈໍານວນ ນຶ່ງ ນິຍົມ ກັນ ໃຊ້ ງົບປະມານ ຮວມ ຂອງ ປະເທດ ເພື່ອ ສ້າງ ເສັ້ນທາງ ເຂົ້າບ້ານ ຂອງ ຕົນເອງ, ແຕ່ວ່າ ປະຊາຊົນ ພັດ ເຫັນວ່າ ຍັງມີ ເສັ້ນທາງ ຫລາຍ ເສັ້ນ ທີ່ ຈໍາເປັນ ກວ່າ ເສັ້ນທາງ ເຂົ້າບ້ານ ຜູ້ນໍາ ຫລາຍເທົ່າ. ດັ່ງ ປະຊາຊົນ ຜູ້ນຶ່ງ ໄດ້ ເວົ້າຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ລະ ເປັນຫຍັງ ບັນດາ ເຈົ້າ ບັນດາ ນາຍ ແຕ່ລະ ບ່ອນ ຫັ້ນນ່າ ມາເບິ່ງ ຢູ່ໃສ ລະ ຢາກ ຄືກັນໝົດ ໂຕນີ້ ເນາະ ເພາະວ່າ ພວກເຈົ້າ ພວກນາຍ ວ່າຊັ້ນ ຊາ ແມ່ນ ຈະໃຊ້ ງົບປະມານ ສ້າງ [ທາງ] ໄປຫາ ບ້ານ ຕົວເອງ ເປັນ ສ່ວນຫລາຍ ໂດຍ ທີ່ ບໍ່ຄິດວ່າ ຍັງມີ ປະຊາຊົນ ບ່ອນ ອື່ນ ຫັ້ນ ຫລື ວ່າ ຫລາຍ ບ້ານ ຫລາຍ ທີ່ວ່າ ເຂົາ ຕ້ອງການ ເສັ້ນທາງ ຫັ້ນເນາະ ກະຢາກ ໃຫ້ ເພີ່ນ ຄຶດ ແດ່ວ່າ ຄັນຊິ ເຮັດ ອັນນັ້ນ ນ່າ ກະ ບໍຢາກ ໃຫ້ ເຫັນແກ່ ໂຕ ຫລາຍ ຢາກໃຫ້ ເບິ່ງແດ່ ວ່າ ບ່ອນໃດ ມັນ ມີຄວາມ ສໍາຄັນ ຫລືວ່າ ຕ້ອງການ".

ປັດຈຸບັນ ນີ້ ຢູ່ ນະຄອນ ຫລວງ ວຽງຈັນ ແລະ ທົ່ວ ປະເທດ ມີ ບັນຫາ ງົບປະມານ ເພື່ອ ມາ ກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງ ຍ້ອນວ່າ ເສັ້ນທາງ ເປ່ເພ ຫລາຍ ແລະ ບໍ່ໄດ້ ມາຕຖານ ສ້າງ ຄວາມ ຫຍຸ້ງຍາກ ໃຫ້ ປະຊາຊົນ ມາໄດ້ ຫລາຍປີ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.