ດິນຈາກເດິ່ນຍົນຖົມນາຊາວບ້ານ

ໄມຊູລີ
2015.04.20
f-image ບໍຣິສັດ ກໍ່ສ້າງ ດຸດດິນ ຈາກເດິ່ນຍົນ ຖົມນາ ຊາວບ້ານ
RFA

ປະຊາຊົນ ບ້ານ ໜອງຄ້າງ ບໍ່ ສາມາດ ປູກເຂົ້າ ໃນ ຣະດູ ແລ້ງ ໄດ້ ຍ້ອນ ດິນ ຈາກ ໂຄງການ ສ້າງ ສນາມບິນ ຖືກນໍາ ໄປ ຖິ້ມໃສ່ ພື້ີນທີ່ ດິນນາ ຂອງ ພວກ ເຂົາເຈົ້າ. ອີງຕາມ ຄໍາ ເປິດເຜີຍ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ເວົ້າວ່າ ປັຈຈຸບັນ ມີ ຊາວບ້ານ ຫລາຍ ຄອບຄົວ ຢູ່ ບ້ານ ໜອງຄ້າງ ເມືອງ ຊໍາເໜືອ ແຂວງ ຫົວພັນ ມີຄວາມ ເດືອດຮ້ອນ ຍ້ອນ ການ ກໍ່ສ້າງ ສນາມບິນ ສາກົນ ໜອງຄ້າງ ໄດ້ ດຸດ ເອົາດິນ ໄປ ຖິ້ມໃສ່ ນາ ຊາວບ້ານ ຫລາຍ ເຮັກຕາ ແລະ ທາງ ບໍຣິສັດ ແອງ ຍາລາຍ ເຈົ້າຂອງ ໂຄງການ ກໍຍັງບໍ່ ແກ້ໄຂ ບັນຫາ ນີ້ ເທື່ອ ໃນ ຂນະທີ່ ການ ປູກເຂົ້າ ຣະດູ ແລ້ງ ກໍມາ ຮອດ ແລ້ວ ເຮັດໃຫ້ ຊາວບ້ານ ຢ້ານວ່າ ຈະ ບໍ່ສາມາດ ປູກເຂົ້າ ໄດ້ ຕາມ ຣະດູກາຣ:

“ດິນ ທີ່ ສນາມບິນ ລົງໄປ ປົກໃສ່ ດິນນາ ຫັ້ນນະ ເອົາ ດິນແດງ ມາ ປົກໃສ່ ຍັງ ບໍ່ທັນໄດ້ ຈົກ ອອກຊໍ້າ ດຽວນີ້ ປະຊາຊົນ ຕຣຽມ ລໍຄອຍຖ້າ ຖືວ່າ ຊິຕຽມ ເຮັດນາ ແລ້ວ ກໍມີ ຫລາຍ ເຮັກຕາ ຢູ່ ສິມາ ຈົກ ອອກໃຫ້ ກໍຍັງ ບໍ່ທັນ ໄດ້ ມາເຮັດ ເທື່ອເດ່ ທຸກມື້ ນີ້”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າຕຶ່ມ ວ່າ ຫລັງ ເຫດການ ດັ່ງກ່າວ ເກີດຂຶ້ນ ຊາວບ້ານ ກໍ ພຍາຍາມ ແກ້ໄຂ ບັນຫາ ດ້ວຍ ຕົນເອງ ໂດຍ ເອົາ ຣົຖໄຖນາ ໄປຈົກ ດິນ ອອກຈາກ ນາ ແຕ່ ບໍ່ໄດ້ຜົນ ຕໍ່ມາ ຜູ້ນໍາ ຊາວບ້ານ ກໍໄດ້ໄປ ຂໍ ໃຫ້ ບໍຣິສັດ ຮອງ ແອງ ຍາລາຍ ມາ ຊ່ວຍ ດຸດ ດິນ ອອກ ແຕ່ ທາງ ບໍຣິສັດ ກໍບໍ່ໄດ້ ໃຫ້ ການ ຊ່ວຍເຫລືອ ຫຍັງເລີຍ.

ຢ່າງໃດ ກໍຕາມ ລ່າສຸດ ນີ້ ມີ ຣາຍງານ ວ່າ ຊາວບ້ານ ຜູ້ໄດ້ຮັບ ຜົນ ກະທົບ ໄດ້ ຂຽນ ຄໍາຮ້ອງ ໄປຍັງ ຫ້ອງການ ປົກຄອງ ແຂວງ ຫົວພັນ ເພື່ອ ໃຫ້ ສົ່ງ ເຈົ້າໜ້າທີ່ ລົງມາ ແກ້ໄຂ ບັນຫາ ດັ່ງກ່າວ ແຕ່ ກໍໄດ້ ຄໍາຕອບ ວ່າ ທາງ ພາກສ່ວນ ກ່ຽວ ຂ້ອງ ກໍາລັງ ວາງແຜນ ຊ່ວຍເຫລືອ ຢູ່ ແຕ່ ບໍ່ໃຫ້ ຣາຍ ຣະອຽດ ຫລາຍ ກວ່າ ນັ້ນ.

ເຈົ້າໜ້າທີ່ ກ່າວ ມ້ວນທ້າຍ ວ່າ ຊາວບ້ານ ຫນອງຄ້າງ 137 ຄອບຄົວ ທີ່ ຈະ ຖືກຍ້າຍ ເພື່ອ ຫລີກທາງ ໃຫ້ ໂຄງການ ສນາມບິນ ນັ້ນ ຍັງຄົງ ຢຶນຢັນ ວ່າ ພວກເຂົາ ຈະ ບໍ່ຍອມ ຍ້າຍອອກ ໄປຢູ່ ບ່ອນໃໝ່ ເດັດຂາດ ເຖິງ ແມ່ນວ່າ ຈະມີ ຫຍັງ ເກີດຂຶ້ນ ກັບ ເຂົາເຈົ້າ ກໍຕາມ ເພາະ ບໍ່ເຊື່ອວ່າ ໄປຢູ່ ບ່ອນ ໃໝ່ ແລ້ວ ຈະ ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ພວກ ເຂົາເຈົ້າ ດີ ຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.