ຊາວສວນຖືກໂຮງງານນ້ຳຕານ ເອົາປຽບ

ສິດນີ
2014.07.21
F-sugar ສວນປູກອ້ອຍ ຂອງຊາວບ້ານ
RFA

 

ຊາວສວນ ໃນ ແຂວງ ສວັນນະເຂດ ຈຳນວນ ນຶ່ງ ໃນເຂດໃກ້ ໂຮງງານ ນ້ຳຕານ ມິດລາວ ພາກັນ ຈົ່ມວ່າ ພວກຕົນ ມີຫນີ້ສິນ ຈົນຖ້ວມ ຫົວ ທີ່ ບໍ່ຈຳເປັນ ພາຍຫລັງ ທີ່ ໄດ້ພາກັນ ປູກອ້ອຍ ປ້ອນ ໂຮງງານ ດັ່ງກ່າວ. ເຫດການນີ້ ໄດ້ເກີດຂຶ້ນ ຫລັງຈາກທີ່ ເຈົ້າຫນ້າທີ່ ໂຮງ ງານ ແລະ ເຈົ້າຫນ້າທີ່ ທ້ອງຖິ່ນ ແຂວງ ສວັນນະເຂດ ໄດ້ ຣົນນະຣົງ ຊັກຊວນ ຊາວນາ ໃຫ້ຫັນມາ ປູກອ້ອຍ ແທນການ ປູກເຂົ້າ ໂດຍ ເວົ້າວ່າ ຈະໄດ້ຮັບ ຜົລຕອບແທນ ສູງກວ່າ ເຮັດນາ ແລະ ມີຣາຍຮັບ ທີ່ ຫມັ້ນຄົງ.

ຍ້ອນການ ຊັກຊວນ ດັ່ງກ່າວ ຊາວບ້ານ ຈຶ່ງພາກັນ ເຊື່ອ ແລ້ວພາກັນ ຫັນມາ ປູກອ້ອຍ ຫລາຍພັນ ເຮັກຕາ ເພື່ອປ້ອນ ໂຮງງານ ນ້ຳຕານ ມິຕລາວ. ເບື້ອງຕົ້ນ ທາງ ບໍຣິສັດ ໄດ້ໃຫ້ເງິນກູ້ ເພື່ອບຸກເບີກ ເນື້ອທີ່ ແລະ ຊື້ ວັດຖຸດິບ ໃນການ ປູກອ້ອຍ ໃນ ປີທຳອີດ ແຕ່ ຫລັງຈາກ ນັ້ນ ນື່ງປີ ປາກົດວ່າ ຫລາຍຄົນ ກໍມີຫນີ້ສິນ ຫລາຍຂຶ້ນ ຍ້ອນ ຜົລຜລິດ ບໍ່ໄດ້ຕາມ ຄາດຫມາຍ ຂາຍອ້ອຍ ບໍ່ໄດ້ຣາຄາ ອ້ອຍຂາດ ມາຕຖານ ຂອງ ໂຮງງານ ຫລາຍຄົນ ກໍຕັດສິນໃຈ ເຊົາປູກ ແລະ ຂາຍດິນ ຂອງຕົນ ໃນຣາຄາຖືກ ເພື່ອເອົາເງິນ ມາຊຳຣະ ຫນີ້ ໃຫ້ແກ່ ໂຮງງານ. ດັ່ງຊາວສວນ ປູກອ້ອຍ ທີ່ເມືອງ ວິຣະບຸຣີ ທ່ານນຶ່ງ ເວົ້າວ່າ:

"ມັນຫນີ້ ກໍເປັນຫນີ້ ບໍຣິສັດ ຫັ້ນ ຕົນຕໍ ກະດາຍ ເພາະວ່າ ຕັ້ງແຕ່ ແນວພັນອ້ອຍ ຕັ້ງແຕ່ປຸຍ ຕັ້ງແຕ່ຄ່າ ບຸກເບີກ ລະແມ່ນ ບໍຣິສັດ ເປັນ ຜູ້ລົງທຶນ ໃຫ້ ລະບາດນີ້ ຄົນເນາະ ເຫັນກະຢາກໄດ້ ຫັ້ນນະ ກໍໃຫ້ ບໍຣິສັດ ລົງທຶນ ໃຫ້ ລົງທຶນ ໃຫ້ແລ້ວ ບາດນີ້ ມັນບໍ່ໄດ້ຜົລ ຕາມທີ່ ໂຕເອງ ຕ້ອງການ ຫັ້ນນ່າ ອ້ອຍບໍ່ງາມ ເກດ 2 ເກດ 3 ຂຶ້ນໄປ ຊີ່ນາ ມັນຂາຍບໍ່ໄດ້ ຣາຄາ ກໍເປັນຫນີ້".

ທ່ານກ່າວ ຕື່ມວ່າ ໃນ ປັດຈຸບັນ ມີກຸ່ມ ນາຍທຶນ ເຂົ້າມາຫາ ຊື້ດິນ ໃນຣາຄາຖືກ ຊື່ງຊາວບ້ານ ກໍຢາກ ຂາຍດິນ ເພື່ອໃຊ້ຫນີ້ ຢູ່ແລ້ວ ຈື່ງ ພາກັນຂາຍ. ນາຍທຶນ ກຸ່ມນີ້ ຈະບຸກເບີກ ເນື້ອທີ່ ດັ່ງກ່າວ ເພື່ອປູກອ້ອຍ ໃຫ້ແກ່ ບໍຣິສັດ ກຸ່ມຊາວບ້ານ ຍັງມີຄວາມ ສົງສັຍ ຢູ່ວ່າ ກຸ່ມ ນາຍທຶນ ອາດຈະຮ່ວມຫົວ ກັບ ໂຮງງານ ເພື່ອຊື້ດິນ ຣາຄາຖືກໆ ຈາກ ຊາວບ້ານ ກໍເປັນໄດ້ ຈຶ່ງຢາກໃຫ້ ທາງການອອກ ໄປສືບສວນ ເບີ່ງ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ຂອງຣັຖ ເຂົ້າມາເບີ່ງແຍງ ປະຊາຊົນ ໃນບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.