ອິດທິພົນເສຖກິດຂອງຈີນ ຢູ່ລາວ

ສິດນີ
2015.04.26
F-Boten ເຂດເສຖກິດພິເສດບໍ່ເຕັນ ແຂວງຫລວງນໍ້າທາ
RFA

ຈີນ ໄດ້ ຂຍາຍ ອິດທິພົນ ທາງ ເສຖກິດ ການຄ້າ ແລະ ການ ລົງທຶ້ນ ໃນລາວ ຫລາຍຂຶ້ນ ໃນຫລາຍ ທຸຣະກິດ ນຶ່ງ ໃນນັ້ນ ແມ່ນ ການສ້າງ ເຂດ ເສຖກິດ ພິເສດ ຫລື ເສຖກິດ ສະເພາະ ໃນລາວ,  ໃນ ຈຸດປະສົງ ເພື່ອ ຍຶດ ພື້ນທີ່ ແລະ ຄອບຄອງ ລາວ ດ້ວຍການ ເອົາ ຄົນຈີນ ເຂົ້າມາ ຢູ່ ອາໄສ ໃນ ລາວ ເປັນ ຈຳນວນ ຫລວງ ຫລາຍ ສ້າງໃຫ້ ເປັນ ເມືອງຈີນ ປົກຄອງ ດ້ວຍ ກົດຫມາຍ ຈີນ ໃຊ້ ພາສາຈີນ ແລະ ໃຊ້ເງິນ ຈີນ ໃນເຂດ ດັ່ງກ່າວ.

ເຂດ ເສຖກິດ ພິເສດ ຫລື ສະເພາະ ແຫ່ງ ໃຫຍ່ໆ ທີ່ ຈີນ ເປັນ ເຈົ້າຂອງ ໃນ ປັດຈຸບັນ ກໍມີ ຫລາຍແຫ່ງ ເຊັ່ນ: ເຂດ ເສຖກິດ ພິເສດ ບໍ່ເຕັນ ແດນຄຳ ທີ່ ແຂວງ ຫລວງນ້ຳທາ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຂອງ ບໍຣິສັດ KING ROMANS ຫລື ດອກງິ້ວຄຳ ທີ່ ລົງທຶ້ນ ໂດຍ ຄົນຈີນ ພັທນາ ໃຫ້ ເປັນ ແຫລ່ງ ທ່ອງທ່ຽວ ແລະ ບ່ອນຫລິ້ນ ການ ພະນັນ.

ນອກຈາກ ນັ້ນ ກໍມີ ເຂດ ເສຖກິດ ພິເສດ ບຶງ ທາດຫລວງ ທີ່ ຈະສ້າງ ເປັນ ເມືອງຈີນ ຢູ່ ໃຈກາງ ນະຄອນ ຫລວງ ວຽງຈັນ, ເຂດ ເສຖກິດ ພິເສດ ເມືອງ ໄຊເສດຖາ ທີ່ ນະຄອນ ຫລວງ ວຽງຈັນ ແລະ ເຂດ ເສຖກິດ ພິເສດ ຂນາດ ນ້ອຍໆ ຫລາຍ ແຫ່ງ ແຕ່ ໃນ ມື້ນີ້ ຈະເວົ້າ ສະເພາະ ແຕ່ ເຂດ ໃຫຍ່ໆ ດັ່ງ:

1-ເຂດ ເສຖກິດ ພິເສດ ບໍ່ເຕັນ ແດນ ຄຳ ທີ່ ແຂວງ ຫລວງ ນ້ຳທາ ເຂດ ດັ່ງກ່າວ ໄດ້ ສ້າງຂຶ້ນ ໃນ ປີ 2003 ດ້ວຍ ການ ລົງທຶນ ຂັ້ນ ຕົ້ນ ປະມານ 74 ຫາ 103 ລ້ານ ໂດລາ ຕໍ່ມາ ເປັນ 500 ລ້ານ ໂດລາ ໃນ ການ ສຳປະທານ 50 ປີ ສາມາດ ຕໍ່ໄດ້ ອີກ 40 ປີ ເປັນ 90 ປີ ໃນ ເນື້ອທີ່ ປະມານ 1640 ເຮັກຕາ ຕິດ ກັບ ຊາຍແດນ ຈີນ ທີ່ ບໍ່ຫານ ກັບ ແຂວງ ຫລວງ ນ້ຳທາ. ກ່ອນຫນ້າ ນີ້ ຖືກສ້າງ ໃຫ້ ເປັນ ບ່ອນຫລີ້ນ ຄາຊີໂນ ແຕ່ ເມື່ອມີ ບັນຫາ ກ່ຽວກັບ ການ ຄາຕກັມ ທາງການ ລາວ ດ້ວຍ ຄວາມ ຮ່ວມມື ກັບ ຈີນ ຈຶ່ງ ສັ່ງ ໃຫ້ປິດ ໃນ ປີ 2011 ຕໍ່ຈາກ ນັ້ນມາ ບໍຣິສັດ ໃຫມ່ ຈາກ ແຂວງ ຢູນານ ຂອງຈີນ ເຂົ້າມາ ສັມປະທານ ຕໍ່ ຊຶ່ງ ໃນ ປັດຈຸບັນ ສະຖານທີ່ ແຫ່ງນັ້ນ ກໍຖືກ ປັບປຸງ ໃຫມ່ ໃຫ້ເປັນ ແຫລ່ງ ທ່ອງທ່ຽວ ຄົບ ວົງຈອນ ສູນ ຊັພສີນຄ້າ ໂຮງແຮມ ບ້ານພັກ ສນາມກ໊ອຟ ທະນາຄານ ສະຖາບັນ ການເງິນ ກຸດັງ ສິນຄ້າ ແລະ ສູນ ກະຈ່າຍ ສິນຄ້າ ຂອງ ຈີນ ບໍ່ແມ່ນ ບ່ອນຫລິ້ນ ຄາຊີໂນ ຄື ແຕ່ກ່ອນ ດ້ວຍການ ສັມປະທານ ເປັນ ເວລາ ຫລາຍ ປີ ເຊັ່ນກັນ.

ສະຖານທີ່ ດັ່ງກ່າວ ຈະໃຊ້ ກົດຫມາຍ ຈີນ ປົກຄອງ ດ້ວຍ ຄົນຈີນ ແລະ ມີ ຄົນຈີນ ຍ້າຍເຂົ້າ ມາຕັ້ງ ຖິ່ນຖານ ຫລາຍ ພັນ ຄົນ ແລ້ວ ຈະສ້າງ ເປັນ ເມືອງຈີນ ໃນລາວ ສຳລັບ ຄົນລາວ ນັ້ນ ຈະ ບໍ່ມີ ສີດໃນ ສະຖານທີ່ ດັ່ງກ່າວ ແຮງງານ ສ່ວນໃຫຍ່ ແມ່ນ ຄົນຈີນ ທັງນັ້ນ.

2-ເຂດ ເສຖກິດ ພິເສດ ຂນາດ ໃຫຍ່ ຂອງຈີນ ອີກ ແຫ່ງນຶ່ງ ໃນລາວ ກໍແມ່ນ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ ຂອງ ບໍຣິສັດ ຄິງໂຣມັນສ ຫລື ດອກງິ້ວຄຳ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ສ້າງ ເປັນບ່ອນ ຫລິ້ນ ການພະນັນ ໃນ ເນື້ອທີ່ ປະມານ 3 ພັນ ເຮັກຕາ ສ້າງ ໃນ ປີ 2007 ໂດຍ ການ ລົງທຶນ ຂັ້ນຕົ້ນ ປະມານ 86.6 ລ້ານ ໂດລາ ແລະ ມີ ແຜນການ ຈະເພີ້ມ ການ ລົງທຶນ ເປັນ 1 ຕື້ ກວ່າ ໂດລາ ດ້ວຍ ການ ສຳປະທານ 99 ປີ ສ້າງ ເປັນ ບ່ອນຫລິ້ນ ຄາຊີໂນ ຂນາດໃຫຍ່ ໃນລາວ ສ້າງ ເປັນ ເມືອງຈີນ ໃຊ້ ກົດຫມາຍ ຈີນ ເຫນືອ ກົດຫມາຍ ລາວ ຄືແບບ ເປັນ ເອກຣາດ ໃຊ້ ຄົນງານ ຈີນ ພາສາ ຈີນ ແລະ ໃຊ້ ເງິນ ຫລື ທະນາຄານ ຈີນ ໃນ ພື້ນທີ ດັ່ງກ່າວ ຜູ້ ສຳປະທານ ຄົນ ຈີນ ໄດ້ ສ້າງ ຫລາຍ ຢ່າງ ໃນ ສະຖານທີ່ ແຫ່ງນີ້ ດັ່ງ ໂຮງແຮມ ບ້ານພັກ ສູນ ຊັພສິນຄ້າ ສະຖານທີ່ ທ່ອງທ່ຽວ ຄົບ ວົງຈອນ ຮ່ວມດ້ວຍ ສນາມບິນ ແລະ ສນາມ ກ໊ອຟ ພື້ນທີ່ ບາງບ່ອນ ກວມເອົາ ດິນ ຊາວບ້ານ. ເປັນຕົ້ນ ບ່ອນທີ່ ຈະ ສ້າງ ສນາມບິນ ທີ່ ເມືອງ ຕົ້ນເຜິ້ງ ແລະ ຫລາຍ ບ່ອນ ກໍຖືກ ໄຮ່ນາ ບ່ອນ ປູກຝັງ ຂອງ ປະຊາຊົນ ຊາວບ້ານ ຫລາຍ ຄອບຄົວ ຖືກ ໂຍກຍ້າຍ ແລະ ຫລາຍຄົນ ກໍ ບໍ່ພໍໃຈ ກັບ ຄ່າ ຊົດເຊີຍ ທີ່ ໄດ້ຮັບ ຍ້ອນ ບໍ່ມີ ບ່ອນ ທຳມາ ຫາກີນ ຈົນຮອດ ທຸກ ມື້ນີ້ ແຕ່ ກໍເຮັດ ຫຍັງ ບໍ່ໄດ້.

ແຮງງານ ລາວ ສ່ວນໃຫຍ່ ທີ່ ໄດ້ ເຮັດວຽກ ໃນ ສະຖານທີ່ ແຫ່ງນີ້ ກໍເປັນ ຄົນ ປັດກວາດ ທຳຄວາມ ສະອາດ ເຝົ້າຍາມ ຮັບໃຊ້ ໃນ ໂຮງແຮມ ແລະ ຮ້ານ ອາຫານ ຈີນ ເປັນ ເຈົ້າຂອງ ແລະ ມີ ກຳມະສິດ ທຸກຢ່າງ ໃນ ພື້ນທີ່ ແຫ່ງນັ້ນ ເຈົ້າຫນ້າທີ່ ລາວ ບໍ່ສາມາດ ຄວບຄຸມ ໄດ້ ແລະ ຄົນລາວ ກໍ ຫ້າມເຂົ້າ ໄປ ໃນເຂດ ດັ່ງກ່າວ ດັ່ງ ຄົນລາວ ທ່ານນຶ່ງ ເວົ້າວ່າ: ---ສຽງ----

3-ເຂດ ເສຖກິດ ພິເສດ ຂນາດ ໃຫຍ່ ອີກ ແຫ່ງນຶ່ງ ຂອງ ຈີນ ກໍແມ່ນ ໂຄງການ ບຶງ ທາດຫລວງ ຈີນ ສຳປະທານ ເປັນ ເວລາ 50 ປີ ສາມາດ ຕໍ່ໄດ້ ອີກ 25 ປີ ສອງເທື່ອ ເພື່ອ ແລກກັບ ການສ້າງ ສນາມ ກິລາ ຊິເກມ ທີ່ລາວ ເປັນ ເຈົ້າພາບ ໃນປີ 2009. ເຂດ ເສຖກິດ ພິເສດ ບຶງ ທາດຫລວງ ສ້າງ ໃນປີ 2011 ໃນ ເນື້ອທີ່ ປະມານ 365 ເຮັກຕາ ໃນ ການ ລົງທຶນ ປະມານ 1.6 ຕື້ ໂດລາ ສຫະຣັດ ສະຖານທີ່ ແຫ່ງນີ້ ຈະ ພັທນາ ໃຫ້ ເປັນເມືອງ ຈີນ ເຕັມ ຮູບແບບ ຈະມີຄົນ ຈີນ ຍ້າຍ ເຂົ້າມາ ຢູ່ ຫລາຍ ຫມື່ນ ຄົນ, ເປັນ ພື້ນທີ່ ເອກຣາດ ຂອງ ຈີນ ໃນ ໃຈກາງ ນະຄອນ ຫລວງ ວຽງຈັນ ຈະ ໃຊ້ ກົດຫມາຍ ຈີນ ພາສາ ຈີນ ເງິນ ຢວນ ຂອງ ຈີນ ໃນ ການ ແລກປ່ຽນ ຄົນຈີນ ຜູ້ທີ່ ເຂົ້າມາ ອາສັຍ ຢູ່ ໃນເຂດ ດັ່ງກ່າວ ມີ ສິດ ພິເສດ ເຫນືອ ຄົນ ລາວ ເພາະໃຊ້ ກົດຫມາຍ ຈີນ ເສັຽພາສີ ກໍເສັຽ ໃຫ້ ຜູ້ ສຳປະທານ ບໍ່ແມ່ນ ໃຫ້ ຣັຖບານ ລາວ ບໍຣິສັດ ຜູ້ ສຳປະທານ ມີ ອຳນາດ ເດັດຂາດ ບໍ່ແມ່ນ ຣັຖບານ ລາວ ເຫມືອນ ດັ່ງ ເປັນ ອານານິຄົມ ຂອງ ຈີນ ໃນລາວ.

ປະຊາຊົນ ລາວ ຫລາຍ ຄອບຄົວ ຖືກ ໂຍກຍ້າຍ ດ້ວຍ ຄວາມ ບໍ່ພໍໃຈ ຍ້ອນໄດ້ ຮັບ ຄ່າ ຊົດເຊີຍ ບໍ່ ສົມເຫດ ສົມຜົລ ແລະ ບາງ ຄອບຄົວ ກໍ ຍັງ ບໍ່ມີ ບ່ອນຢູ່ ອາສັຍ ແລະ ບ່ອນ ທຳມາ ຫາກິນ ຈົນຮອດ ທຸກ ມື້ນີ້ ຍ້ອນວ່າ ຄ່າ ຊົດເຊີຍ ທີ່ ຂະເຈົ້າ ໄດ້ຮັບ ນັ້ນ ຫາຊື້ ທີ່ດີ່ນ ບ່ອນໃຫມ່ ບໍ່ໄດ້ ເລີຍ. ປັດຈຸບັນ ໄດ້ ສ້າງ ຕຶກ ອາຄານ ຫລາຍ ຫລັງ ຖນົນ ເຊື່ອມຕໍ່ ແລະ ສາທາຣະນຸປະໂພກ ປະເພດ ຕ່າງໆ ຫລາຍ ແລ້ວ ບໍຣິສັດ ຜູ້ ສຳປະທານ ຈະ ພັທນາ ໃຫ້ ເມືອງ ຈີນ ໃນລາວ, ເປັນ ສູນກາງ ການຄ້າ ການ ລົງທຶນ ແລະ ການ ທ່ອງທ່ຽວ ທະນາຄານ ການເງິນ ແລະ ໂຮງແຮມ ບ້ານພັກ ຫ້າງ ຊັພສິນຄ້າ ສຳລັບ ລູກຄ້າ ຄົນຈີນ ແລະ ຄົນ ຕ່າງຊາດ ຫລາຍ ກວ່າ ສຳລັບ ຄົນລາວ ນັ້ນ ອາດເປັນ ພຽງແຕ່ ຄົນ ປັດກວາດ ທຳຄວາມ ສະອາດ ແລະ ເຝົ້າຍາມ ຫລາຍກວ່າ ເປັນ ແບບດຽວ ກັນກັບ ເຂດ ເສຖກິດ ພິເສດ ອື່ນໆ ໃນລາວ.

4-ເຂດ ເສຖກິດ ພິເສດ ຂນາດ ໃຫຍ່ ອັນດັບ ສີ່ ໃນລາວ ແມ່ນ ໂຄງການ ພັທນາ ເມືອງ ໄຊເສດຖາ ທີ່ ນະຄອນ ຫລວງ ວຽງຈັນ ສ້າງ ໃນ ປີ 2010 ໃນ ມູນຄ່າ ການ ລົງທຶນ ປະມານ 128 ລ້ານ ໂດລາ ໃນ ເນື້ອທີ່ ປະມານ 1 ພັນ ເຮັກຕາ ໃນ ຣະຍະ ສຳປະທານ 50 ປີ ສາມາດ ຕໍ່ໄດ້ ເປັນ ເວລາ 90 ປີ. ສະຖານທີ່ ດັ່ງກ່າວ ໄດ້ ແບ່ງເປັນ ຫລາຍ ພາກສ່ວນ ດັ່ງ ສູນກາງ ຜລິດ ສິນຄ້າ ການ ກະເສດ ປຸງແຕ່ງ ອາຫານ ອຸດສາຫະກັມ ເບົາ ໂຮງແຮມ ບ້ານພັກ ສູນ ຊັພສິນຄ້າ ທີ່ ພັກ ອາສັຍ ອຸດສາຫະກັມ ພລັງງານ ແນວທາງ ເລືອກ ການຄ້າ ແລະ ການ ທະນາຄານ ມີ ປະຊາຊົນ ລາວ ຖືກ ໂຍກຍ້າຍ ຫລາຍ ຄອບຄົວ ແລະ ປະຊາຊົນ ຈີນ ກໍ ຈະເຂົ້າມາ ອາສັຍ ຢູ່ ຫລາຍ ຫມື່ນ ຄົນ. ດັ່ງ ຄົນລາວ ອີກທ່ານ ນຶ່ງ ເວົ້າວ່າ: ---ສຽງ---

ທາງການ ລາວ ໃຫ້ ເຫດຜົລ ວ່າ ການສ້າງ ເຂດ ເສຖກິດ ພິເສດ ໃນລາວ ແມ່ນ ເພື່ອ ດືງດູດ ນັກ ລົງທຶນ ແລະ ສ້າງ ຣາຍໄດ້ ໃຫ້ ແກ່ ລາວ ໃນ ການພັທນາ ສ້າງສາ ປະເທດ ຊາດ ໃຫ້ ຫລຸດພົ້ນ ຈາກ ຄວາມ ທຸກຍາກ ແລະ ວ່າ ໃນ ແຕ່ລະ ເຂດ ເສຖກິດ ພິເສດ ຕ່າງໆ ໃນລາວ ກໍເສັຽ ຄ່າ ສຳປະທານ ແລະ ພາສີ ໃຫ້ ຣັຖບານ ທ້ອງຖິ່ນ ແລະ ຣັຖບານ ກາງ ສ້າງ ແລະ ປັບປຸງ ຖນົນ ຫົນທາງ ໂຮງຮຽນ ໂຮງຫມໍ ແລະ ສາທາຣະນຸ ປະໂພກ ໃນ ບາງເຂດ ປະຊາຊົນ ລາວ ຜູ້ ທີ່ບໍ່ມີ ຄວາມຮູ້ ກໍໄດ້ ວຽກເຮັດ ງານທຳ ໃນ ຄວາມ ສາມາດ ຂອງຕົນ ແຕ່ ປະຊາຊົນ ລາວ ຜູ້ ທີ່ໄດ້ ຮັບ ຜົລກະທົບ ເວົ້າວ່າ ຂະເຈົ້າ ບໍ່ພໍໃຈ ໃນ ໂຄງການ ເຂດ ເສຖກິດ ພິເສດ ຂອງ ຣັຖບານ ຍ້ອນ ຂະເຈົ້າ ຖືກ ໂຍກຍ້າຍ ຈາກ ບ່ອນ ຢູ່ ອາສັຍ ບ່ອນ ທຳມາ ຫາກິນ ຂອງ ພວກ ຂະເຈົ້າ ແລະ ຫລາຍ ຄອບຄົວ ຈົນ ຮອດ ທຸກມື້ ນີ້ ຍັງ ບໍມີບ່ອນ ຢູ່ ອາສັຍ ແລະ ບ່ອນ ທຳມາ ຫາກິນ.

ນັກ ວິຊາການ ລາວ ທ່ານນຶ່ງ ເວົ້າວ່າ ໂຄງການ ເຂດ ເສຖກິດ ພິເສດ ຂອງ ຣັຖບານ ລາວ ແມ່ນ ການ ຄອບຄອງ ລາວ ໃນ ຣະຍະ ຍາວ ຂອງ ຄົນຈີນ, ຄົນລາວ ແລະ ປະເທດ ລາວ ຈະ ບໍ່ໄດ້ຮັບ ຜົລ ປໂຍດ ຫລາຍ ເທົ່າກັບ ນັກ ລົງທຶນ ແລະ ຜູ້ນຳ ລາວ ບາງຄົນ ດັ່ງ ທ່ານ ກ່າວວ່າ: ---ສຽງ---

ຄວາມຈິງ ກໍແມ່ນ ວ່າ ສປປລາວ ມີ ແຜນການ ຈະ ສ້າງ ເຂດ ເສຖກິດ ພິເສດ 41 ແຫ່ງ ໃນ ທົ່ວ ປະເທດ ຊຶ່ງ ໃນ ປັດຈຸບັນ ໄດ້ ສ້າງ ແລ້ວ ປະມານ 10 ແຫ່ງ ມີ ເຂດ ເສຖກິດ ສະເພາະ ສອງ ແຫ່ງ, 8 ແຫ່ງ ແມ່ນ ເຂດ ເສຖກິດ ພິເສດ ເຂດ ເສຖກິດ ພິເສດ ທີ່ ໃຫຍ່ ກວ່າ ຫມູ່ ກໍແມ່ນ ສວັນ-ເຊໂນ ມີ ສີບ ກວ່າ ບໍຣິສັດ ເຂົ້າມາ ລົງທຶນ ແລ້ວ ນອກຈາກ ນັ້ນ ກໍມີ ເຂດ ພິເສດ ອື່ນໆ ດັ່ງ ເຂດ ພູຂຽວ ທີ່ ແຂວງ ຄຳມ່ວນ ເຂດ ສາມຫລ່ຽມ ເສຖກິດ ທີ່ ໃນ ສີ່ ແຂວງ ພາກໃຕ້ ຂອງລາວ ເຂດ ເສຖກິດ ພິເສດ ຕາມ ແຂວງ ຕ່າງໆ ແຕ່ ເໜືອ ຕລອດໃຕ້ ເລີ້ມຈາກ ແຂວງ ຜົ້ງສາລີ ຫລວງ ນ້ຳທາງ ຫລວງ ພຣະບາງ ອຸດົມໄຊ ອັດຕະປື ສາຣະວັນ ແລະ ເຊກອງ ບາງເຂດ ກໍຖືກ ສ້າງ ແລ້ວ ບາງເຂດ ກໍ ກຳລັງ ສ້າງ ແລະ ບາງເຂດ ຍັງ ສຶກສາ ຄວາມ ເປັນໄປໄດ້ ຫລື ຫາທຶນ ຢູ່ ທາງການ ລາວ ຫວັງວ່າ ການສ້າງ ເຂດ ເສຖກິດ ພິເສດ ແມ່ນ ເພື່ອ ດຶງດູດ ນັກ ລົງທຶນ ແລະ ສ້າງ ຣາຍຮັບ ໃຫ້ ແກ່ ປະເທດຊາດ. ແຕ່ ຜົລກະທົບ ທາງລົບ ນັ້ນ ບໍ່ໄດ້ ກ່າວ ເຖິງ ເລີຍ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.