ຮ້ານຂາຍຫວຍທວາຍຜົນເຕະບານ

ມະນີຈັນ
2014.07.23
ຮ້ານ “ຫວຍທວາຍຜົນເຕະບານ ຫຼື Soccer Lottery”
RFA/LX

 

ກະຊວງ ການເງິນ ຂອງລາວ ໄດ້ ອະນຸຍາດ ໃຫ້ ບໍຣິສັດ ເອກຊົນ ໃນ ນະຄອນຫຼວງ ວຽງຈັນ ຊຶ່ງເປັນ ບໍຣິສັດ ດຽວກັນກັບ ບໍຣິສັດ ຣັຖວິສາຫະກິດ ຫວຍ ພັທນາ  ໃຫ້ເປີດຮ້ານ ການພະນັນ ເຕະບານ ຂຶ້ນ ຫລາຍແຫ່ງ ໃນ ນະຄອນຫລວງ ວຽງຈັນ ຊື່ຮ້ານ “ຫວຍທວາຍ ຜົນເຕະບານ" ເຮັດໃຫ້ ປະຊາຊົນ ຢ້ານວ່າ ລູກຫລານ ຂອງຕົນ ຈະຕົກເປັນ ເຫຍື່ອ ຂອງ ການພະນັນ ແລະ ວ່າ ສັງຄົມ ກຳລັງ ຖືກເບື່ອເມົາ ໃຫ້ຕິດ ການພະນັນ ຈົນ ອາຈເສັຍການ ເສັຍງານ. ດັ່ງຊາວບ້ານ ທ່າພະລານໄຊ ເມືອງ ສີສັຕຕະນາກ ເວົ້າວ່າ:

"ມັນກະເຮັດໃຫ້ ຄົນຕິດ ຄົນກະຄຶດ ແຕ່ຫາກ ການພະນັນກິນ ບໍ່ເຮັດວຽກ ເຮັດງານ. ຄຶດເອົາແຕ່ວ່າ ພະນັນມາ ລະໄດ້ເງິນ ບໍ່ຄຶດເຫັນ ຕອນເສັຍ".

ຫລາຍຄົນ ສົງສັຍວ່າ ເປັນຫຍັງ ທາງການ ຈຶ່ງ ອະນຸຍາດ ໃຫ້ເປີດຫລິ້ນ ການພະນັນ ລົງບານ ໄດ້? ຈະຄຸ້ມຄອງ ກັນແນວໃດ? ມັນເປັນ ສິ່ງທີ່ເບື່ອເມົາ ສັງຄົມ ຈະມີການ ຈຳກັດ ອາຍຸ ຜູ້ຫລິ້ນໄດ້ ແນວໃດ? ເພາະ ປະຈຸບັນ ນີ້ ທຸກຄົນ ທຸກເພດ ທຸກວົຍ ແມ່ນສາມາດ ເຂົ້າໄປຫລິ້ນ ການພະນັນ ລົງບານ ໄດ້ ຢ່າງ ສະບາຍ.

ໃນຂະນະ ດຽວກັນ ຊາວລາວ ກໍ່ມີຄວາມ ເປັນຫ່ວງ ເຣື້ອງເກີດ ຄວາມບໍ່ສງົບ ເກີດຂີ້ລັກ ງັດແງະ ປຸ້ນຈີ້ ຊິງຊັພ ຍ້ອນເສັຍ ການພະນັນ. ດັ່ງຈະເຫັນໄດ້ ໃນຊ່ວງ ກິລາ ເຕະບານໂລກ ທີ່ ປະເທດ Brazil ປາກົດວ່າ ເກີດມີການ ລັກຣົດຈັກ ເພີ່ມຂຶ້ນ ຢ່າງ ຫລວງຫລາຍ ຖ້າທຽບໃສ່ ຊ່ວງຜ່ານມາ. ນາງວ່າ ຢາກໃຫ້ ທາງການ ທົບທວນ ເຣື່ອງການ ອະນຸຍາດ ໃຫ້ເປີດຮ້ານ ຫລິ້ນ ການພະນັນ ເຫຼົ່ານັ້ນ.

ປະຈຸບັນ ບໍລິສັດ ດັ່ງກ່າວ ເປີດ ໃຫ້ຫລິ້ນ ການພະນັນ ເຕະບານ ທຸກຮູບແບບ ໃນ ຕົວເມືອງ ນະຄອນຫລວງ ວຽງຈັນ ນອກຈາກນີ້ ບໍຣິສັດ ຍັງມີແຜນ ຂຍາຍໄປ ແຂວງອື່ນໆ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.