ຜົນສໍາຫຣວດຄ່າແຮງງານ ໃນລາວ

ສິດນີ
2014.04.24
F-workers ຄົນງານລາວ ທີ່ແຂວງບໍ່ແກ້ວ
RFA

 

ຫໍການຄ້າ ແລະ ອຸດສາຫະກັມ ສະຫາພາບ ຢູໂຣບ ປະຈຳລາວ ເປີດເຜີຍ ຜົລ ຂອງການ ສຳຫຣວດ ກ່ຽວກັບ ການຈ່າຍ ເງິນ ເດືອນ ແກ່ ພະນັກງານ ຂອງ ບໍຣິສັດ ຕ່າງໆ ໃນລາວ ມື້ວານນີ້ ທີ່ ໂຮງແຮມ ດອນຈັນ ພາລັສ ນະຄອນ ຫລວງ ວຽງຈັນ ເປັນ ເທື່ອ ທຳອິດ.

ການສຳຣວດ ດັ່ງກ່າວ ແມ່ນ ສຳລັບ ເງີນເດືອນ ໃນ ສົກປີ 2013 2014 ທີ່ ຮ່ວມກັບ ອົງການ ຊ່ອຍເຫລືອ ຈາກ ປະເທດ ເຍັຽຣະມັນ ໃນຄຳຖາມ ທີ່ວ່າ ບໍຣິສັດ ຂອງ ທ່ານຈ່າຍ ເງີນເດືອນ ໃຫ້ ແກ່ ພະນັກງານ ຫຼາຍ ປານໃດ.

ໃນການ ສຳຫຣວດ ຍັງໄດ້ ແນະນຳ ໃຫ້ ບໍຣິສັດ ໃນການ ຊອກຫາ ແຮງງານ ທີ່ ມີ ຄຸນນະພາບ ແລະ ວິທີການ ປະຄັບ ປະຄອງ ຄົນ ງານ ຜູ້ທີ່ ເຮັດວຽກດີ. ຜົລ ຂອງການ ສຳຫຣວດ ຍັງເປັນການ ບອກເຖິງ  ຈຳນວນ ເງິນເດືອນ ທີ່ ບໍຣິສັດ ຕ່າງໆ ໃນລາວ ຈ່າຍໃຫ້ ພະນັກງານ ຂອງຕົນ ຕາມຫນ້າທີ່ ການງານ ໃນເຂດ ຕ່າງໆ ຂອງລາວ ຈະເປັນ ບໍຣິສັດ ພາຍໃນ ຫລື ຕ່າງປະເທດ ຫລື ບໍຣິສັດ ຮ່ວມ ຫຸ້ນ ກັບ ຣັຖບານ ນຳອີກ.

ນອກຈາກນັ້ນ ຜົລ ຂອງການ ສຳຫຣວດ ຍັງຈະເປັນ ການຊີ້ແນະ ໃຫ້ ບໍຣິສັດ ຕ່າງໆ ໃນລາວ ຮູ້ວ່າ ຕົນໄດ້ຈ່າຍ ຄ່າແຮງງານ ໃຫ້ແກ່ ພະນັກງານ ຂອງຕົນ ຫລາຍເກີນໄປ ຫລື ພຽງພໍ ກັບຄວາມ ຕ້ອງການ ຫລືບໍ. ເປັນຜົລ ສຳຣວດ ທີ່ຈະເຮັດໃຫ້ ຜູ້ຈ້າງງານ ໄດ້ຄຳນວນ ຕົວເລກ ຄ່າຈ້າງ ໃຫ້ຖືກຕ້ອງ ແລະ ເປັນທັມ ແກ່ແຮງງານ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.