ການຝຶກອົບຮົມຕ້ານການ ສໍ້ໂກງ

ມະນີຈັນ
2015.05.21
F-Dan-Clune ທູດສະຫະຣັຖ ປະຈໍາລາວ Daniel Clune ແລະ ຮອງປະທານຄນະກັມການ ກວດກາແລະຕ້ານການສໍ້ຣາສບັງຫລວງ ທ່ານ ບຸນສົມ ສັງສົມສັກ ເປີດຝຶກອົບຮົມ ເຈົ້າໜ້າທີ່ລາວ.
US Embassy in Laos

ທ່ານ ທູດ ສະຫະຣັຖ ອະເມຣິກາ ປະຈໍາ ລາວ, Daniel Clune ແລະ ຮອງ ປະທານ ຄນະ ກັມການ ກວດກາ ແລະ ຕ້ານ ການ ສໍ້ຣາສ ບັງຫລວງ, ທ່ານ ບຸນສົມ ສັງສົມສັກ ເປີດ ຝຶກ ອົບຮົມ ເຈົ້າໜ້າທີ່ ລາວ ທີ່ ໂຮງແຮມ ຄໍາປະເສີດ ເມືອງ ວັງວຽງ ເປັນ ເວລາ 1 ສັປດາ ແຕ່ວັນ ທີ 18 ຫາ 22 ພຶສພາ 2015.

ໃນ ການຝຶກ ອົບຮົມ ຄັ້ງນີ້ ມີ ເຈົ້າໜ້າທີ່ ກວດກາ ແລະ ຕ້ານ ການ ສໍ້ຣາສ ບັງຫລວງ ຈາກ 18 ຫ້ອງການ ແຂວງ ຂອງລາວ, ແລະ ຊຶ່ງ ແນ່ໃສ່ ການ ປັບປຸງ ຄວາມ ສາມາດ ຂອງ ເຈົ້າໜ້າທີ່ ພະນັກງານ, ເຣື່ອງ ວິທີການ ສືບສວນ ສອບສວນ ກໍຣະນີ ຕ້ອງ ສົງໄສ ສໍ້ຣາສ ບັງຫລວງ ຕ່າງໆ. ການຝຶກ ອົບຮົມ ຄັ້ງນີ້ ຖືກ ຈັດຂຶ້ນ ໂດຍ ການອຸປຖັມ ຂອງ ສະຖານທູດ ສະຫະຣັຖ ແລະ ຂໍ້ ລິເລີ່ມ ເພື່ອ ກົດຣະບຽບ ແລະ ກົດໝາຍ ຂອງ ສະມາຄົມ ທະນາຍຄວາມ ອະເມຣິກັນ.

ທ່ານ ທູດ Daniel Clune ກ່າວວ່າ ສະຫະຣັຖ ມີຄວາມ ພູມໃຈ, ໃນ ການຊ່ວຍ ເຣື້ອງ ງົບປະມານ ໃນການ ຈັດຊຸດ ຝຶກ ອົບຮົມ ໃນຄັ້ງນີ້, ແລະ ເຮັດວຽກ ຮ່ວມກັບ ເຈົ້າໜ້າທີ່ ກວດກາ ແລະ ຕ້ານການ ສໍ້ຣາສ ບັງຫລວງ ຂອງລາວ. ແລະວ່າ ການ ສໍ້ຣາສ ບັງຫລວງ ສາມາດ ເປັນ ບັນຫາ ຫຍູ້ງຍາກ ທີ່ສຸດ ທີ່ ຕ້ອງ ປະເຊີນ. ໃນ ຣະດັບ ຕໍ່າ ການ ສໍ້ຣາສ ບັງຫລວງ ທ່ວງດຶງ ຣະບົບ ຍຸຕິທັມ ສະກັດກັ້ນ ການຄ້າ ທີ່ ທ່ຽງທັມ ແລະ ກໍ ສາມາດ ເອົາປຽບ ຜູ້ທີ່ຢູ່ ໃນ ສະພາບ ສ່ຽງ ທີ່ສຸດ ຂອງ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.