ຊາວບ້ານຕ້ອງການ ນໍ້າ ໄຟຟ້າ ຖນົນ


2014.02.13
F-villagers ຊາວບ້ານຕ້ອງການ ນໍ້າໃຊ້ ໄຟຟ້າ ຖນົນຫົນທາງ
RFA

 

ປະຊາຊົນໃນໂຄງການຫລຸດຜ່ອນ ຄວາມທຸກຍາກ ໃນລາວ ເວົ້າວ່າ ໃນຣະຍະ 2 ປີຜ່ານມາ ຫລັງຈາກບ້ານໄດ້ເຂົ້າຮ່ວມໂຄງການຫລຸດຜ່ອນ ຄວາມທຸກ ຍາກຂອງທາງການ ມີເຈົ້າຫນ້າທີ່ ເຂົ້າມາເຮັດໂຄງການພັທນາໂຄງຮ່າງພື້ນຖານ ຫລາຍໂຄງການ ແຕ່ສ່ວນຫລາຍ ດຳເນີນການ ບໍ່ສຳເຣັດ ແລະ ກໍບໍ່ສາ ມາດໃຊ້ການໄດ້:

"ນ້ຳຣິນຕົວນັ້ນ ບໍ່ຮອດບ້ານ ເຈົ້າຫົວງານມັນຕ່ຳ ຍັງບໍ່ທັນ ແກ້ໄຂ ສເນີເມືອງຢູ່ ແຕ່ວ່າຍັງ ບໍ່ທັນ ໄດ້ແກ້ໄຂ ຕາຂ່າຍມັນ ກໍຮອດໄກພໍສົມຄວນ ແຕ່ໄດ້ສຸມ ໃຊ້ກໍແຄ່ໄດ້ ບ້ານນື່ງ ຝັງເສົາ ຝັງຕາຂ່າຍໄປ ແຕ່ວ່າມາຮອດ ປັດຈຸບັນນີ້ ໄຟຟ້າຂະເຈົ້າ ບໍ່ໄດ້ມາສືບຕໍ່".

ທ່ານກ່າວວ່າ ໂຄງການນ້ຳຣິນ ເຮັດມາໄດ້ສອງປີແລ້ວ ແຕ່ບ່ອນກໍ່ສ້າງ ບໍ່ເຫມາະສົມ ຍ້ອນອ່າງເກັບນ້ຳ ຢູ່ໃນບ່ອນຕ່ຳ ຈື່ງບໍ່ສາມາດຈ່າຍນ້ຳ ໄດ້ຢ່າງ ສະດວກ ໃນຂະນະດຽວກັນການຂຍາຍຕາຂ່າຍ ໄຟຟ້າກໍໄດ້ເລີ້ມມາໄດ້ ນື່ງປີແລ້ວ ແຕ່ໃນປັດຈຸບັນ ກໍບໍ່ມີການ ກະຈ່າຍໄຟຟ້າ ສອງ ໂຄງການ ດັ່ງກ່າວ ນີ້ໄດ້ແຈ້ງໄປຫາ ຫ້ອງການເມືອງແລ້ວ ແຕ່ຍັງບໍ່ມີ ການແກ້ໄຂເລີຍ. ຊາວບ້ານອີກ ທ່ານນື່ງເວົ້າວ່າ ຢາກໃຫ້ທາງການ ແກ້ໄຂເຣື້ອງ ຖນົນຫົນທາງ ເພື່ອ ການສັນຈອນກ່ອນ:

"ການສຳຣວດ ຄັກແນ່ແລ້ວ ແຕ່ບໍ່ມີເງີນ ສຳຣວດແລ້ວ ທາງຂຍາຍເລນ 2 ປີ ສຳຣວດໄວ້ ແຕ່ບໍ່ມີເງິນ ກໍເລີຍຢູ່ຫນ້າຝົນ ຕິດທຸກໆ ປີ 2.3 ກິໂລເບຕົງ ຫລື ທາງດຳກໍໄດ້ ເບຕົງແຮ່ງດີ ແຮ່ງງາມ".

ອິງຕາມ ຫນັງສືພິມ ລາວພັທນາ ສບັບວັນທີ 12 ກຸມພາ ປີ 2014 ໂຄງການລົບລ້າງ ຄວາມທຸກຍາກ ໃນລາວ ທີ່ເລີ້ມມາແຕ່ ປີ 2011 ສາມາດລົບ ລ້າງບ້ານ ທຸກຍາກໄດ້ 886 ບ້ານ ຫລືປະມານ 10% ປັດຈຸບັນ ໃນລາວຍັງເຫລືອ ບ້ານທຸກຍາກ 2289 ບ້ານ ຊື່ງຣັຖບານ ໄດ້ຕັ້ງເປົ້າຫມາຍວ່າ ພາຍໃນ ປີ 2015 ຈະຕ້ອງເຫລືອບ້ານ ທຸກຍາກ ຢ່າງນ້ອຍ 960 ບ້ານຫລື ປະມານ 11%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.