ຊາວຫົງສາທີ່ຖືກໃຫ້ຍ້າຍ ຍັງ ລໍາບາກ

ສິດນີ
2015.01.30
f-default ຊາວຫົງສາທີ່ຖືກໃຫ້ຍ້າຍ ຍັງ ລໍາບາກ
RFA

ຊາວບ້ານ ຜູ້ ທີ່ໄດ້ຮັບ ຜົລ ກະທົບ ຈາກ ໂຄງການ ໄຟຟ້າ ຫົງສາ ລິກໄນ ເວົ້າວ່າ ພວກ ຂະເຈົ້າ ຢາກໃຫ້ ໂຄງການ ຊ່ອຍ ລ້ຽງດູ ຊາວບ້ານ ຕໍ່ໄປ ອີກ ຫລັງຈາກ ຄົບ 3 ປີ ທີ່ ໂຄງການ ໄດ້ ລ້ຽງດູ ມາ ແຕ່ ດຽວນີ້ ໂຄງການ ກໍ ເຊົາ ຊ່ອຍ ຊາວບ້ານ ແລ້ວ ທັ້ງໆທີ່ ພວກ ຂະເຈົ້າ ຍັງ ຕັ້ງຕົວ ບໍ່ໄດ້ ເທື່ອ. ດັ່ງ ຊາວບ້ານ ສອງ ທ່ານ ອະທິບາຍ ວ່າ:

"ທາງການ ໂຄງການ ນີ້ເຂົາ ສນອງ ໃຫ້ວ່າ ເດືອນນຶ່ງ ເງິນລ້ຽງ ເຂົາ 1.5 ແສນ ກີບ ຕໍ່ຄົນ ດຽວນີ້ ກໍຫມົດ ໄປແລ້ວ ກໍຢາກໃຫ້ ທາງ ໂຄງການ ທາງ ຣັຖບານ ມາເບິ່ງແຍງ ຫັ້ນ ແຫລ້ວ ຈົນກວ່າ ມັນຊີ່ ພໍ່ແມ່ ປະຊາຊົນ ພໍຢູ່ ພໍກິນ ພໍພຽງ ພໍໃຊ້".

ປະຊາຊົນ ອີກ ຜູ້ນຶ່ງ ເວົ້າວ່າ:

"ຂໍ້ຕົກລົງ ຂອງ ທ່ານ ເຈົ້າແຂວງ ຫັ້ນວ່າ ເຂົາ ມີເງີນຕໍ່ ຄອບຄົວ ນຶ່ງ 800 ໂດລາ ຕໍ່ ຄອບຄົວ ເນາະ ແຕ່ວ່າຍັງ ບໍ່ ເຫັນຜົລ ເທື່ອ ອັນນີ້ ໃນ ຣະຍະປີ ແລ້ວນີ້ ກໍ່ ຂະເຈົ້າ ກໍຊີ່ເອົາ ຜູ້ ທີ່ເປັນ ສະມາຊິກ ກອງທຶນ ເອົາເງີນ ໃຫ້ ຄອບຄົວ ນຶ່ງ 5 ແສນກີບ ແຕ່ວ່າ ມາເຖິງ ປັດຈຸບັນ ມີແຕ່ ຄອບຄົວ ນຶ່ງ 2 ແສນ ກີບ".

ທັງ ສອງຄົນ ໃຫ້ ຂໍ້ມູນວ່າ ບ້ານ ຈັດສັນ ຂອງ ໂຄງການ ໄຟຟ້າ ຫົງສາ ມີ ປະຊາຊົນ ຖືກ ໂຍກຍ້າຍ ມາຈາກ 5 ບ້ານ ຄື: ບ້ານ ຈຳປາ ບ້ານ ນາມະຍົມ ບ້ານ ປາກຫ້ວຍ ຫລວງ ບ້ານ ນາຫນອງຄຳ ແລະ ບ້ານ ນາຊາຍຄຳ ຊຶ່ງ ໃນ ເດືອນ ພຶສຈິກາ ປີ 2014 ໂຄງການ ກໍເຊົາ ລ້ຽງດູ 3 ບ້ານ່ ທຳອິດ ເພາະ ຄົບ 3 ປີ ແຕ່ 2 ບ້ານ ສຸດທ້າຍ ທີ່ ເຫລືອ ຢູ່ນັ້ນ ຈະຄົບ 3 ປີ ແລະ ຈະ ເຊົາ ລ້ຽງດູ ໃນ ເດືອນ ມິຖຸນາ ປີ 2015 ນີ້.

ຊາວບ້ານ  ຕ້ອງການ ຢາກໃຫ້ ທາງ ໂຄງການ ສືບຕໍ່ ການ ຊ່ອຍເຫລືອ ຕື່ມອີກ ເພາະ ພວກ ຂະເຈົ້າ ຍັງ ຕັ້ງຕົວ ບໍ່ໄດ້ ເທື່ອ. ເຈົ້າຫນ້າທີ່ ຈາກ ໂຄງການ ໄຟຟ້າ ຫົງສາ ເວົ້າວ່າ ໄດ້ ຊ່ອຍ ຊາວບ້ານ ໃຫ້ ເຂົ້າໄປ ເຮັດການ ໃນ ໂຄງການ ດັ່ງກ່າວ ແຕ່ ຫລາຍຄົນ ເຮັດ ບໍ່ໄດ້ ດັ່ງ ທ່ານ ກ່າວວ່າ:

"ປະຊາຊົນ ເວົ້າ ເຣື້ອງ ຄວາມຮູ້ ຄວາມ ສາມາດ ກໍບໍ່ເຖິງ ບາງ ຄອບຄົວ ຂະເຈົ້າ ກໍບໍ່ໄປ ມັນຢູ່ ພາຍໃຕ້ ບັງຄັບ ບັນຊາ ຂອງເຂົາ ແນ່ເນາະ ສົມມຸດ ວ່າ ເຮົາຊີ່ ເຮັດວຽກ ຢູ່ບ້ານ ເຮັດໄຮ່ ເຮັດສວນ ຈັ່ງຊີ້ມັນ ສະບາຍ ໃຈເດ່ ສັນຍາ ກໍໄດ້ ກຳນົດ ໃວ້ ຢູ່ ແຕ່ວ່າ ປະຊາຊົນ ບໍ່ໄປ ເຮົາ ກໍ ຍອມຮັບ".

ທ່ານ ບອກ ອີກວ່າ ທາງ ໂຄງການ ຈະ ຊ່ອຍ ສນັບສນູນ ອາຊີບ ໃຫ້ ປະຊາຊົນ ຕື່ມອີກ ຫລັງຈາກ ທີ່ ໂຄງການ ສຳເຣັດ ຫມົດ ທຸກຢ່າງ ແຕ່ທ່ານ ບໍ່ໄດ້ ກ່າວ ເຖິງ ເຣື້ອງ ເງິນ ໃຫ້ລ້າ ແລະ ເງິນກູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.