ຊາວບ້ານດອນສະໂຮງຕ້ອງການ ໂຮງຮຽນ

ສິດນີ
2014.08.26
F-DS-school ໂຮງຮຽນໃນໝູ່ບ້ານ ດອນສະຫົງ ທີ່ຈະຖືກມ້າງຖີ້ມ ໃນໂຄງການສ້າງເຂື່ອນ (ຮູປຖ່າຍ ກັນຍາ 5 2010)
RFA

 

ຊາວບ້ານ ຜູ້ນຶ່ງ ທີ່ອາສັຍ ຢູ່ໃນພື້ນທີ່ ກໍ່ສ້າງ ເຂື່ອນ ດອນ ສະໂຮງ ໃນ ເມືອງໂຂງ ແຂວງ ຈຳປາສັກ ເວົ້າວ່າ ປັດຈຸບັນ ສິ່ງທີ່ ຊາວບ້ານ ຕ້ອງການ ຫຼາຍທີ່ສຸດ ກໍແມ່ນ ຢາກໃຫ້ ເຈົ້າຂອງ ໂຄງການ ເຂື່ອນ ດອນສະໂຮງ ເລີ້ມ ການກໍ່ສ້າງ ໂຮງຮຽນ ໃຫມ່ ໃຫ້ຂະເຈົ້າ ໄວທີ່ສຸດ. ແທນ ໂຮງຮຽນ ຫລັງເກົ່າທີ່ ໂຄງການ ເຂື່ອນ ດອນສະໂຮງ ຈະມ້າງຖີ້ມ. ດັ່ງ ທ່ານ ກ່າວວ່າ:

"ຕົວນີ້ແຫລະ ເພີ່ນສົນໃຈ ເຈົ້າຂອງ ກໍສົນໃຈ ປະຊາຊົນ ກໍສົນໃຈ ເພາະວ່າ ສາມບ້ານ ຮັບ ຜິດຊອບໂຮງຮຽນ ອັນດຽວ ຖືຈັ່ງຊັ້ນ ເພີ່ນ ມາເຮັດ ໃຫ້ ເຮົາ ກໍໄດ້ຕີ ແຕ່ວ່າ ບໍ່ໄດ້ມາ ເຮັດ ໄມ້ກໍ ຟູຖີ້ມ ແລ້ວນະ ຄັນແມ່ນ ບໍ່ຖືກດີນ ຕົວເພີ່ນ ກວມເອົາດີນ MEGAS FIRST ກວມເອົາ ດີນເຮົາ ເຮົາກໍແລ້ວ ໄປແລ້ວເດ ເພາະວ່າ ທຶນເຮົາ ຈະມາຊ່ອຍ ຕັ້ງ ເທົ່າໃດ ເພາະຖືກ ນຳ ໂຄງ ການ ເຮັດບໍ່ໄດ້ ແຫລະ ເຮັດແລ້ວເຂົາ ຊີ່ທຸບຖີ້ມ ມ້າງຖີ້ມ".

ໂຮງຮຽນ ດັ່ງກ່າວ ເປັນໂຮງຮຽນ ມັທຍົມ ດອນ ສະດຳ ຕັ້ງຢູ່ໃນ ພື້ນທີ່ ກໍ່ສ້າງເຂື່ອນ ດອນສະໂຮງ ມີນັກຮຽນ ປະມານ 70 ຄົນ ສອນ ຕັ້ງແຕ່ ມ1 ຫາ ມ4 ໂດຍຮັບ ນັກຮຽນ ຈາກ ບ້ານ ດອນສະດຳ ບ້ານ ຫາງສະດຳ ແລະ ບ້ານ ຫາງສະໂຮງ. ປັດຈຸບັນ ໂຮງຮຽນ ຫຼັງນີ້ ມີສະພາບ ເກົ່າ ແລະ ເປ້ເພ ຫລາຍ. ກ່ອນຫນ້ານີ້ ຊາວບ້ານ ມີແຜນ ຈະປັບປຸງ ດ້ວຍການ ຂໍທຶນ ຊ່ອຍ ເຫລືອ ຈາກ ອົງການ ຕ່າງ ຊາດ. ແຕ່ເມື່ອ ໂຄງການ ດອນສະໂຮງ ປະກາດ ວ່າ ໂຮງຮຽນ ຫລັງນີ້ ຕ້ອງມ້າງຖີ້ມ ເພື່ອຫຼີກທາງ ໃຫ້ ໂຄງການ ເຂື່ອນ ດອນສະໂຮງ ຄວາມຕັ້ງໃຈ ຈະ ປັບປຸງ ຂອງ ຊາວບ້ານ ຈື່ງ ຢຸດສງັກ ແລະ ລໍຖ້າໂຄງການ ດອນສະໂຮງ ສ້າງໃຫ້. ແຕ່ເທົ່າເຖິງ ປັດຈຸບັນ ຊາວບ້ານ ກໍຍັງ ບໍ່ໄດ້ຮັບ ຄຳຕອບ ຈາກ ໂຄງການ ດັ່ງກ່າວ ເທື່ອວ່າ ຈະສ້າງ ໃຫ້ ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.