ແອ ເລິບວ໌ ຊັອງ
2008.02.06
ການສໍາພາດ ໃນຣາຍການບັນເທີງ ວັນນີ້, ແອ ເລິບວ໌ຊັອງ ເລົ່າສູ່ຟັງ ກ່ຽວກັບ ການຈັດງານ ມະຫາກັມ ດົນຕຣີ ທີ່ຣັຖ ແຄລີຟໍເນັຍ, ທີ່ກໍານົດຈັດຂຶ້ນ ໃນວັນທີ 2 ກໍຣະກະດາ ໃນໂອກາດ ວັນສລອງ ເອກະຣາດ ຂອງສະຫະຣັຖ ອະເມຣິກາ ຄື ວັນທີ 4 ກໍຣະກະດາ. ໃນຕອນກາງເວັນ ຈະມີການສແດງ ຄອນເສີດທ໌ ຂອງສິລປິນໜຸ່ມນ້ອຍ ແລະ ຮຸ່ນໃຫຍ່ ທີ່ເດີນທາງມາຈາກຫລາຍໆຣັຖ ເພື່ອສົມທົບ ກັບສິລປິນ ທ້ອງຖິ່ນ. ງານ ດັ່ງກ່າວ ຈະຈັດຂຶ້ນ ທີ່ວັດລາວ Riverside.
ສໍາລັບ ຕອນຄໍ່າ ຈະມີງານຣາຕຣີ ສະໂມສອນ ຢູ່ທີ່ ຮ້ານອາຫານ Seafood Palace #2, ໃນນັ້ນ ຈະມີການຮັບປະທານອາຫານ, ຟ້ອນ ແລະ ເຕັ້ນລໍາ.
ແອ ເລິບວ໌ຊັອງ, ສິລປິນ ລາວ ທີ່ສາມາດຮ້ອງເພງ ໄດ້ຫລາຍປະເພດ ແລະ ຫລິ້ນດົນຕຣີ ໄດ້ຫລາຍຊະນິດ. ປັດຈຸບັນ ຢູ່ທີ່ ເຂດຊານເມືອງ Los Angeles, ສະຫະຣັຖ ອະເມຣິກາ.
ນອກຈາກ ເປັນສິລປິນ ທີ່ມີພອນສວັນ ຫລາຍໆຢ່າງແລ້ວ, ແອ ເລິບວ໌ຊັອງ ຍັງມີບົດບາດສໍາຄັນ ໃນການພັທະນາ ແລະ ສົ່ງເສີມວົງການບັນເທີງລາວ ເປັນຕົ້ນແມ່ນ ຊ່ອຍສິລປິນລາວ ອອກເພງຊຸດໃໝ່, ຈັດການສແດງຄອນເສີດທ໌ ເພື່ອໃຫ້ສິລປິນລາວ ມີໂອກາດສແດງ ເພື່ອໃຫ້ຊາວລາວ ໄດ້ຮັບຊົມກັນ ແລະ ນອກຈາກນັ້ນ ກໍຍັງສ້າງ ເວັບໄຊທ໌ ຂຶ້ນມາ ເພື່ອໂຄສນາ ແລະ ສົ່ງເສີມສິລປິນລາວ ໃນຕ່າງແດນ.