ອາເລັກຊານດຣາ ບຸນຊ່ວຍ

ສິລປິນສາວ ຍອດນິຍົມ, ອາເລັກຊານດຣາ ທິດາວັນ ບຸນຊ່ວຍ (Alexandra Bounxouei), ທີ່ມີພອນສວັນ ຫລາຍໆດ້ານ, ສາມາດ ຮ້ອງເພງ ໄດ້ຫລາຍພາສາ ແລະ ຫລິ້ນເຄື່ອງດົນຕຣີ ໄດ້ຫລາຍປະເພດ.
ສໍາພາດ ໂດຍ: ຈະເຣີນສຸກ
2008.02.06
web-alexandra-3.jpg

ສໍາພາດ ຕອນທີ 1: ອາເລັກຊານດຣາ ເລົ່າສູ່ຟັງ ກ່ຽວກັບ ຜົລງານເພງ ຊຸດໃໝ່ ຄືຊຸດ “ລືມຊະ” ເປັນຊຸດທີ 2 ຂອງ ນາງ, ຫລັງຈາກ ທີ່ໄດ້ອອກຊຸດທີ 1 ໄດ້ 2 ປີ ກ່ວາໆ. ໃນຊຸດ “ລືມຊະ” ນີ້, ມີນໍາກັນ 11 ເພງ: 1. ຢາກຈະບອກ 2. ມີແຕ່ເຈົ້າ 3. ລືມຊະ 4. Memories 5. ເຫັນລະບໍອ້າຍເອີຍ 6. ວັນທີ່ ເຈົ້າມາຫາ 7. ຄິດເຖິງເພື່ອນ 8. ສູ້ເພື່ອຄວາມຝັນ 9. Complete 10. ສບາຍດີ ປີໃໝ່ 12. ຢາເສບຕິດ. ໃນນັ້ນ ອາເລັກຊານດຣາ ແຕ່ງເພງນຶ່ງ ຄື ເພງ ລືມຊະ. ຜົລງານເພງ ຊຸດນີ້ ເປັນຊຸດທີ່ມີເພງຫລາຍປະເພດ ຫລາຍຈັງຫວະ ແລະ ກໍມີສຽງແຄນ ເຂົ້ານໍາ. ອາເລັກຊານດຣາ ຍັງບອກອີກວ່າ ເພງ ຊຸດ “ລືມຊະ” ນີ້ ຈະອອກມາເປັນຮູບ ວີຊີດີ ຄາຣາໂອເກະ (VCD Karaoke) ໃນທ້າຍປີ 2006. ເຊີນທ່ານຮັບຟັງ ລາຍລະອຽດເພີ້ມຕື່ມ ຈາກສຽງສໍາພາດ ທີ່ບັນທຶກໄວ້.

web-alexandra-2.jpg

ສໍາພາດ ຕອນທີ 2: ອາເລັກຊານດຣາ ເລົ່າສູ່ຟັງ ກ່ຽວກັບ ການໄປສແດງ ຢູ່ຕ່າງປະເທດ ແລະ ການໄປອອກ ໂທລະທັດ ໃນປະເທດໄທ. ອາເລັກຊານດຣາ ເປັນສິລປິນ ທີ່ໄດ້ຮັບຄວາມນິຍົມ ຫລາຍທີ່ສຸດ ໃນປະເທດ ເຂດເອເຊັຍ, ໂດຍສະເພາະ ໃນປະເທດໄທ. ນາງ ໄດ້ໄປສແດງ ຄອນເສີດທ໌ ທີ່ປະເທດໄທ, ຍີ່ປຸ່ນ, ເກົາຫລີ ແລະ ສະຫະຣັຖ ອະເມຣິກາ. ນອກຈາກນັ້ນ, ນາງ ຍັງໄດ້ໄປອອກຣາຍການ ໂທລະທັດ ຂອງໄທ ເຖິງ 3 ຄັ້ງແລ້ວ ພາຍໃນຕົ້ນປີ 2006 ຄື ຣາຍການ ຄຸນພຣະຊ່ວຍ, ຣາຍການ ຊັຍບໍດິນ ໂຊວ໌ ແລະ ອອກຂ່າວ ໃນຣາຍການ ຊີບພະຈອນໂລກ. ການທີ່ ອາເລັກຊານດຣາ ມາປະກົດໂຕ ຢູ່ປະເທດໄທ ເຮັດໃຫ້ ຄ້າຍເພງໃຫຍ່ໆ ຂອງໄທ ສົນໃຈ ໃນຜົລງານ ຊຸດໃໝ່ ຂອງນາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.