ຂັນທອງ ດວງເດືອນ (Lomax)

ສໍາພາດ ຂັນທອງ ດວງເດືອນ (Lomax) ສິລປິນໜຸ່ມລາວ ແລະ ທັງເປັນເຈົ້າຂອງ ຄ້າຍເພງ ແຟນແຟມ ທີ່ ແຂວງຫລວງພຣະບາງ
ສໍາພາດ ໂດຍ: ຈະເຣີນສຸກ
2008.02.06
lomax-150.jpg

ຟັງການສໍາພາດ: ເມື່ອວັນທີ 1 ເດືອນກໍຣະກະດາ 2006, ສິລປິນ ຄ້າຍເພງ ແຟນແຟມ ຈາກແຂວງຫລວງພຣະບາງ ໄດ້ເດີນທາງ ລົງໄປສແດງ ຄອນເສີດທ໌ ທີ່ສູນວາງສແດງ ສິນຄ້າ ໄອເທັກ ທີ່ນະຄອນຫລວງວຽງຈັນ, ໂດຍການນໍາພາ ຂອງ ຂັນທອງ ດວງເດືອນ ຫລື ເອີ້ນກັນ ໃນວົງການບັນເທີງ ວ່າ Lomax.

ໃນການສໍາພາດ ຄັ້ງນີ້, ຂັນທອງ ເລົ່າສູ່ຟັງ ກ່ຽວກັບ ການກະຕຣຽມ ໃນການວາງສແດງ ແລະ ການນໍາ ບັນດາສິລປິນ ໃນຄ້າຍເພງ ແຟນແຟມ ທີ່ມີຫລາຍປະເພດເພງ ຫລາຍລີລາ. ນອກຈາກນັ້ນ, ຂັນທອງ ຍັງໄດ້ເລົ່າສູ່ຟັງ ກ່ຽວກັບ ການມາສແດງ ທີ່ນະຄອນຫລວງວຽງຈັນ ແລະ ແຟນເພງ ຂອງ ແຟນແຟມ. ການສແດງ ຄອນເສີດທ໌ ຄັ້ງນີ້ ມີຂຶ້ນ ເນື່ອງໃນໂອກາດ ຣັຖບານລາວ ແລະ ໄທ ຈັດງານສແດງສິນຄ້າ ຮ່ວມກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.