ຊາວບ້ານຕ້ອງໂຍກຍ້າຍຈາກ ໂຄງການ ເຂື່ອນ

ອະວາຣີ
2014.12.22
F-Sekong-river ອ່າງນໍ້າເຊກອງ
International river

 

ປັດຈຸບັນ ວຽດນາມ ກຳລັງ ສ້າງ ເຂື່ອນ ໄຟຟ້າ ຫລາຍແຫ່ງ ຢູ່ພາກໃຕ້ ຂອງລາວ ເຊັ່ນ ເຂື່ອນ ເຊກະໝານ1 ຊານໄຊ, ເຂື່ອນ ເຊກອງ3 B ແລະ ເຂື່ອນ ເຊກະໝານ5. ປະຊາຊົນ ໃນ ຫລາຍບ້ານ ຖືກ ບັງຄັບ ໃຫ້ ໂຍກຍ້າຍ ອອກຈາກ ບໍຣິເວນ ສ້າງ ເຂື່ອນ ນັ້ນ.

ເມື່ອ ເດືອນທີ່ແລ້ວ ເຈົ້າໜ້າທີ່ ອົງການ ແມ່ນ້ຳ ສາກົນ ຊຶ່ງ ເປັນອົງການ ຮັກສາ ແມ່ນ້ຳ ທີ່ມີ ສຳນັກງານ ໃຫຍ່ຢູ່ ສະຫະຣັຖ ອະເມຣິກາ ໄດ້ໄປ ສຳພາດ ປະຊາຊົນ ທີ່ ຖືກ ໂຍກຍ້າຍ ແລະ ຂຽນ ບົດຣາຍງານ ອອກເຜີຍແພ່ ເມື່ອວັນຈັນ ນີ້ວ່າ ເມື່ອ ປະມານ ສິບ ປີ ກ່ອນ ເຈົ້າໜ້າທີ່ ທາງການ ລາວ ແລະ ບໍຣິສັດ ວຽດນາມ ສັ່ງໃຫ້ ປະຊາຊົນ ໃນຫລາຍບ້ານ ທີ່ ອາສັຍຢູ່ ບໍຣິເວນ ນ້ຳເຊກອງ ແລະ ເຊກະ ໝານ ຍົກຍ້າຍ ອອກຈາກ ບ້ານ ເພາະ ບໍຣິສັດ ວຽດນາມ ຈະສ້າງ ເຂື່ອນ ໄຟຟ້າ.

ກ່ອນອື່ນໝົດ ຊາວບ້ານ ໂຍກຍ້າຍ ໄປຢູ່ ບ້ານ ຊົ່ວຄາວ ບໍ່ດົນ ກໍເຫັນ ບໍຣິສັດ ວຽດນາມ ຕັດໄມ້ ແລະ ຂົນອອກໄປ ວຽດນາມ. ຫລັງ ຈາກ ນັ້ນ ບໍຣິສັດ ດົງຮາ ຂອງ ວຽດນາມ ກໍເລີ້ມສ້າງ ເຂື່ອນ ເຊກະໝານ1 ຊານໄຊ ໂດຍ ໃຊ້ຄົນງານ ວຽດນາມ ຫລາຍຮ້ອຍ ຄົນ; ສ່ວນ ບໍຣິສັດ ຢາງ ວຽດນາມ ກໍເຮັດສວນ ປູກ ຢາງພາຣາ ຢ່າງ ກວ້າງຂວາງ.

ຕໍ່ມາ ເມື່ອ ສອງເດືອນ ກ່ອນ ເຈົ້າໜ້າທີ່ ຣັຖບານ ລາວ ແລະ ບໍຣິສັດ ວຽດນາມ ໄດ້ມາສັ່ງ ໃຫ້ ປະຊາຊົນ ໂຍກຍ້າຍ ອີກ ເທື່ອນີ້ ໃຫ້ ຍ້າຍໄປຢູ່ ບ້ານຈັດສັນ ຖາວອນ ຊຶ່ງຕັ້ງຢູ່ ໃກ້ໆກັບ ສວນ ຢາງພາຣາ ຂອງ ວຽດນາມ. ແຕ່ ປະກົດວ່າ ປະຊາຊົນ ສ່ວນຫລາຍ ບໍ່ຢາກ ຍ້າຍ; ພວກເຂົາ ຢູ່ບ້ານ ຊົ່ວຄາວ ນີ້ເປັນເວລາ ດົນນານ ແລ້ວ ມີເຮືອນ ມີນາ ແລະ ມີສວນ ຫລື ບ່ອນຢູ່ ແລະ ບ່ອນທຳມາ ຫາກິນ ດີ ແລ້ວ.

ຊາວບ້ານ ບ້ານ ດອນແຄນ ທີ່ຢູ່ໃກ້ ເຂື່ອນ ເຊກະໝານ1 ໃນແຂວງ ອັດຕະປື ເວົ້າວ່າ ຊາວບ້ານ ບໍ່ຢາກ ເຮັດວຽກ ເປັນຄົນງານ ສວນ ຢາງ ເພາະເງິນເດືອນ ໜ້ອຍ ບໍ່ພໍກິນ; ພວກເຂົາ ຢາກຢູ່ໃກ້ ປ່າໃກ້ນ້ຳ ແລະ ບ່ອນທີ່ມີ ທີ່ດິນ ກວ້າງຂວາງ ທີ່ສາມາດ ຫາຢູ່ ຫາກິນໄດ້ ສະດວກ ສະບາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.