ຄໍາຕອບໂຕ້ທີ່ວ່າສ້າງເຂື່ອນ ຜິດບ່ອນ

ອຸ່ນແກ້ວ ສຸກສວັນ
2014.03.10
F-donsahong ສາຍນໍ້າຂອງ ໃນເຂດ ຈະສ້າງເຂື່ອນ ດອນສະໂຮງ ພາກໃຕ້ຂອງລາວ
RFA

 

ເຈົ້າຂອງ ໂຄງການ ເຂື່ອນ ໄຟຟ້າ ດອນສະໂຮງ ຢູ່ພາກໃຕ້ ຂອງລາວ ໄດ້ຕອບໂຕ້ ຕໍ່ອົງການ ກອງທຶນ ອະນຸຮັກ ສັດປ່າ ສາກົນ ຫລັງຈາກ ທີ່ທາງ ອົງການ ໄດ້ອອກ ບົດຣາຍງານ ສອງສະບັບ ໃນຫລາຍ ອາທິດ ຜ່ານມາ ກ່ຽວກັບໂຄງການ ເຂື່ອນ ດອນ ສະໂຮງ.

ອົງການ ກອງປະທຶນ ອະນຸຮັກ ສັດປ່າ ສາກົນ ຫລື WWF ໄດ້ອອກ ຣາຍງານ ໂດຍຫຍໍ້ ໃນວັນທີ 19 ກຸມພາ ທີ່ຜ່ານມາ ຊື່ງ ບົດຣາຍງານ ໄດ້ຊີ້ໃຫ້ ເຫັນວ່າ ການກໍ່ສ້າງ ເຂື່ອນ ດອນສະໂຮງ ສາມາດ ສົ່ງຜົນ ຕໍ່ປາຂ່າ ຫລື ໂລມານ້ຳຈືດ ທີ່ເປັນ ສາຍພັນປາ ໃກ້ຈະສູນພັນ ຢູ່ ແມ່ນ້ຳ ຂອງ. ເຈົ້າໜ້າທີ່ ສິ່ງ ແວດລ້ອມ ໂຄງການ ເຂື່ອນ ດອນສະໂຮງ ກ່າວ່າວ:

ໃນຖານະ ເປັນນັກ ວິທຍາສາດ ຂ້າພະເຈົ້າ ຕົກໃຈ ກັບແນວທາງ ວິທີການ ທີ່ອົງການ ກອງທຶນ ອະນຸຮັກ ສັດປ່າ ສາກົນ ເລືອກທີ່ ຈະອອກ  ບົດຣາຍງານ ແບບນີ້ ໂດຍບໍ່ມີ ຄວາມຈິງ ແລະ ເຮັດໃຫ້ ປະຊາຊົນ ຕົກໃຈ.

ເຖີງຢ່າງໃດ ກໍຕາມ, ການປະເມີນ ຜົນກະທົບ ທາງດ້ານ ສິ່ງ ແວດລ້ອມ ຂອງ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ໂດຍແມ່ນ ທາງການ ລາວ ເປັນຜູ້ ຈັດຕັ້ງ ປະຕິບັດ ໃນເດືອນ ກັນຍາ ປີ 2013 ຜ່ານມາ ໄດ້ຊີ້ໃຫ້ ເຫັນວ່າ ມັນມີ ແນວໂນ້ມ ທີ່ຈະສົ່ງ ຜົນກະທົບ ທາງລົບ ໃຫ້ ແກ່ປາຂ່າ ທີ່ອາໄສ ຢູ່ຕອນລຸ່ມ ຂອງ ແມ່ນ້ຳຂອງ.

ທ່ານ ເຈີຣີ ຫຽນ ທີ່ປຶກສາ ວິຊາການ ຂອງ ອົງການ ກອງທຶນ ອະນຸຮັກ ສັດປ່າ ສາກົນ ຂອງ ກຳພູຊາ ເວົ້າວ່າ: ຈຳນວນ ປາຂ່າ ເຫລືອ ຢູ່ ພຽງແຕ່ ໃນ ປະເທດລາວ ເທົ່ານັ້ນ. ເຂື່ອນຈະເຮັດ ໃຫ້ເກີດ ຄວາມສ່ຽງ ຕໍ່ ຈຳນວນປາ ທັງໝົດ ທີ່ ຈະສູນພັນ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.