ທາງການລາວອອກກວດກາ ໂຮງເລື່ອຍ

ອະວາຣີ
2014.07.23
f-logs ໂຮງເລື່ອຍ ໂຮງງານ ເຮັດໂຕະ ເຮັດຕັ່ງ ເຮັດຕຽງ ເຮັດຕູ້ ສາຣະພັດ ດ້ວຍໄມ້ດີ ຣາຄາແພງ ແຂວງ ໄຊຍະບູຣີ
Mek/fb

 

ທາງການລາວ ອອກກວດກາ ໂຮງເລື່ອຍ ແລະ ໂຮງງານ ຜລິດ ເຟີນີເຈີ ໃນຫລາຍ ແຂວງ ເພື່ອ ຢາກຮູ້ ສາເຫດ ອັນແທ້ຈິງ ຂອງ ການຕັດໄມ້ ແລະ ຄ້າໄມ້ ເຖື່ອນ. ຈຸດປະສົງ ໃຫຍ່ ກໍເພື່ອ ປາບປາມ ການຄ້າໄມ້ ຜິດ ກົດໝາຍ ຊຶ່ງ ປັດຈຸບັນ ຍັງຣະບາດ ຢ່າງແຮງ ເຖິງວ່າ ຣັຖບານ ຈະ ວາງມາຕການ ແລະ ກົດໝາຍ ຄວບຄຸມ ເຄັ່ງຄັດ ກໍຕາມ.

ທ່ານ ບຸນມີ ມະນີວົງ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ກ່າວກັບ ນັກຂ່າວ ວຽງຈັນທາມ ວ່າ ປັດຈຸບັນ ຣັຖບານ ກຳລັງ ສືບສວນ ແລະ ກວດກາ ໂຮງເລື່ອຍ ແລະ ໂຮງງານ ຜລິຕພັນໄມ້ ຢູ່ໃນສອງ ແຂວງ ຄືແຂວງ ສວັນນະເຂດ ແລະ ສາຣະວັນ ເພື່ອ ຢາກຮູ້ວ່າ ໂຮງເລື່ອຍ ແລະ ໂຮງງານ ເຫລົ່ານີ້ ຊື້ໄມ້ ມາຈາກໃສ່ ຊື້ມາຢາກ ຖືກຕ້ອງ ຕາມກົດໝາຍ ຫລືບໍ່. ຖ້າເຫັນວ່າ ບໍ່ຖືກຕ້ອງ ຕາມກົດໝາຍ ຜູ້ ກະທຳຜິດ ກໍຈະຖືກ ປັບໄໝ ລົງໂທດ. ການກວດກາ ແລະ ສືບສວນ ດັ່ງກ່າວ ຈະດຳເນີນໄປ ຈົນເຖິງ ທ້າຍເດືອນ ນີ້; ຖ້າຫາກ ການກວດກາ ແລະ ສືບສວນ ວິທີນີ້ ໄດ້ຜົນ ທາງການ ຈະດຳເນີນ ປະຕິບັດ ຕາມແຜນການ ນັ້ນ ຕໍ່ໄປ ໃນແຂວງ ອື່ນໆ.

ໃນຣະຍະ ນີ້ ຣັຖບານລາວ ອະນຸຍາດ ໃຫ້ ມີການຕັດໄມ້ ອອກຈາກ ສີ່ເຂດ ເທົ່ານັ້ນ ຄືເຂດ ທີ່ມີ ການຂຸດ ບໍ່ແຮ່, ບໍຣິເວນ ສ້າງເຂື່ອນ ໄຟຟ້າ, ສ້າງຖນົນ ຫົນທາງ ແລະໂຄງການ ພັທນາ ອື່ນໆ. ແຕ່ໃນພາກ ປະຕິບັດ ຕົວຈິງ ການຕັດໄມ້ ຍັງດຳເນີນ ຕລອດມາ ຢູ່ທຸກ ຫົນທາງ ໃນທົ່ວ ປະເທດລາວ. ພວກຄ້າ ໄມ້ເຖື່ອນ ມີວິທີ ຕັດໄມ້ ຫລາຍວິທີ ເຊັ່ນສົມຮູ້ ຮ່ວມຄິດ ແລະ ຊື້ຈ້າງ ຈອບອອຍ ເຈົ້າໜ້າທີ່ ທາງການ ທີ່ ສໍ້ຣາສ ບັງຫລວງ, ຈ້າງ ຊາວບ້ານ ທ້ອງຖິ່ນ ໃຫ້ລັກລອບ ຕັດໄມ້ ຫລື ຮ່ວມກັນ ປອມແປງ ເອກກະສານ ດັ່ງນີ້ ເປັນຕົ້ນ.

ອົງການ ສືບສວນ ສິ່ງແວດລ້ອມ ທີ່ ປະເທດ ອັງກິດ ຣາຍງານ ວ່າ ບໍຣິສັດ ກອງທັບ ວຽດນາມ ສົມຮູ້ ຮ່ວມຄິດ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບານລາວ ເພື່ອຕັດໄມ້ ຢູ່ລາວ ແລ້ວ ຂົນໄປ ຜລິດເປັນ ເຟີນີເຈີ ຢູ່ ວຽດນາມ ຈົນເຮັດໃຫ້ ວຽດນາມ ກາຍເປັນ ປະເທດນຶ່ງ ທີ່ສົ່ງ ເຟີນີເຈີ ອອກຂາຍ ຕ່າງປະເທດ ຫລາຍທີ່ສຸດ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.