ທາງການລາວສືບຫາພວກຄ້າ ງາຊ້າງ

ສິດນີ
2015.04.30
f-image ທາງການລາວ ສືບຊອກຫາ ພວກພໍ່ຄ້າຮັບຊື້ ງາຊ້າງ
RFA

ປັດຈຸບັນ ເຈົ້າຫນ້າທີ່ ປ້ອງກັນ ຄວາມ ສງົບ ຂອງລາວ ກຳລັງ ຕິດຕາມ ສືບຫາ ກຸ່ມ ພໍ່ຄ້າ ແມ່ຄ້າ ທີ່ ຮັບຊື້ ງາຊ້າງ ໃນລາວ ເພື່ອ ກໍາຈັດ ການຄ້າ ງາຊ້າງ ຂ້າມຊາດ, ຫລັງຈາກ ມີຂ່າວ ວ່າ ເຈົ້າຫນ້າທີ່ ໄທ ໄດ້ຍຶດ ງາຊ້າງ ຫລາຍຕັນ ທີ່ ກຳລັງ ຈະຖືກ ສົ່ງເຂົ້າ ປະເທດ ລາວ ຈາກ ອາຟຣິກາ. ເຈົ້າຫນ້າທີ່ ລາວ ເຊື່ອວ່າ ພວກພໍ່ຄ້າ ທີ່ ລໍຖ້າ ຊື້ ງາຊ້າງ ຈາກ ໄທ ນັ້ນ ຕ້ອງຍັງຢູ່ ໃນ ລາວ ແລະ ເປັນຜູ້ ມີເງິນ ຖານະດີ. ດັ່ງ ທ່ານ ກ່າວວ່າ:

"ດຽວນີ້ ພວກເຮົາ ກໍກວດກາ ໄປຫມົດ ຫັ້ນແຫລ້ວ ພວກເຮົາ ບໍ່ທັນຮູ້ ເປົ້າຫມາຍ ແຕ່ວ່າ ພວກ ມີເງິນ ພວກ ພໍ່ຄ້າ ພວກເຂົາ ຈະເອົາ ໄປຂາຍ ຕໍ່ ຫັ້ນດອກ ໄປ ປະເທດ ຈີນ ໄປ ປະເທດ ອື່ນ ພຸ້ນ ສ່ວນຫລາຍ ແມ່ນ ພວກ ພໍ່ຄ້າ ເຖື່ອນ ນີ້ແລ້ວ".

ທ່ານ ກ່າວ ຕື່ມວ່າ ກຸ່ມ ພໍ່ຄ້າ ເຖື່ອນ ທີ່ ຮັບຊື້ ງາຊ້າງ ນັ້ນ ເປັນ ກຸ່ມດຽວ ກັບ ກຸ່ມ ທີ່ຊື້ ສິນຄ້າຜິດ ກົດຫມາຍ ປະເພດ ອື່ນໆ ຮວມທັງ ຢາເສພຕິດ. ຕາມ ຂໍ້ມູນ ຣາຄາ ງາຊ້າງ ນັ້ນ ຈະ ຂື້ນກັບ ນ້ຳໜັກ ຊຶ່ງຈະມີ ຣາຄາ ຕັ້ງແຕ່ 1 ແສນ ບາດ ຂຶ້ນໄປ ຫາກ ເຈົ້າຫນ້າທີ່ ສາມາດ ຈັບກຸ່ມ ດັ່ງກ່າວ ໄດ້ ກໍຈະຖືກ ລົງໂທດ ຫນັກ. ຜ່ານມາ ຄະດີ ກ່ຽວກັບ ລັກຊື້ ງາຊ້າງ ໃນລາວ ບໍ່ມີ ຫລາຍ ປານໃດ ແຕ່ຖືວ່າ ເປັນ ຄະດີ ຮ້າຍແຮງ ທີ່ ກ່ຽວພັນ ໄປຮອດ ການຄ້າ ສັດປ່າ ຫວງຫ້າມ ທີ່ ອາຈສູນພັນ ໄປ ໃນ ທົ່ວໂລກ.

ສຳນັກ ຂ່າວ ໄທ ຣາຍງານ ວ່າ ໃນ ຣະຍະ ບໍ່ເທົ່າໃດ ມື້ ຜ່ານມາ ນີ້ ທາງການ ໄທ ສາມາດ ຍຶດ ງາຊ້າງ ຈາກ ອາຟຣິກາ ທີ່ ຈະສົ່ງ ໄປ ລາວ ຮວມ ນ້ຳຫນັກ ທັງຫມົດ ປະມານ 7 ຕັນ ໃນ ມູນຄ່າ ປະມານ 12 ລ້ານ ໂດລາ ທັງຫມົດ ຖືກສົ່ງ ມາຈາກ ປະເທດ ເຄັນຢາ ແລະ ຄົງໂກ ຜ່ານ ໄທ ແລະ ປາຍທາງ ຄື ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.