ແຜນປູກຕົ້ນໄມ້ຟື້ນຟູປ່າ ພາດ ເປົ້າໝາຍ

ມະນີຈັນ
2014.11.19
f-forest ສະພາບປ່າໄມ້ ໃນລາວ ຢູ່ຕາມໜ່ວຍພູ
RFA

 

ເຈົ້າໜ້າທີ່ ກະຊວງ ກະສິກັມແລະ ປ່າໄມ້ ເວົ້າວ່າ ຫຼາຍເມືອງ ທີ່ ບໍ່ ສາມາດ ປະຕິບັດ ແຜນ ປູກຕົ້ນໄມ້ ແລະ ຟື້ນຟູປ່າ ທັມຊາດ ເຖິງວ່າ ທາງການ ປະກາດ ວ່າຈະ ເພີ່ມພື້ນ ທີ່ປ່າໄມ້ ໃຫ້ໄດ້ 65 ສ່ວນຮ້ອຍ ຂອງ ເນື້ອທີ່ ທັງໝົດ ທົ່ວ ປະເທດ ໃນປີ 2015 ກໍຕາມ. ທັງນີ້ ກໍຍ້ອນ ຂາດເຂີນ ທຶນ ສນັບສນູນ ຈາກ ຣັຖບານ ນັ້ນເອງ. ທ່ານ ກ່າວວ່າ:

"ແຜນເຮົາ ປູກຕົ້ນໄມ້ ຟື້ນຟູປ່າ ທັມຊາດ ນີ້ ປີແລ້ວ ບໍ່ໄດ້ເຮັດ ເພາະວ່າເຮົາ ກໍບໍ່ມີ ທຶນຮອນ ນະ ສ່ວນ ການຜລິດ ເບັ້ຽໄມ້ ນີ້ ກໍທຸກປີ ແຫລະ".

ປັຈຈຸບັນ ເນື້ອທີ່ ປ່າ ໃນລາວ ຍັງເຫລືອ ພຽງ 42 ສ່ວນຮ້ອຍ ແລະ ທາງການລາວ ມີ ນະໂຍບາຍ ຈັດສັນ ພື້ນທີ່ ປ່າ 3 ປະເພດ ຄື ປ່າປ້ອງກັນ ປ່າສງວນ ແລະ ປ່າຜລິດ ໃຫ້ ຈະແຈ້ງ ຂຶ້ນ ໂດຍ ຈະກຳນົດ ປ່າປ້ອງກັນ ໃຫ້ໄດ້ 7 ຈຸດ 7 ລ້ານ ກວ່າ ເຮັກຕາ, ປ່າສງວນ 4 ຈຸດ 7 ລ້ານ ກວ່າ ເຮັກຕາ ແລະ ປ່າຜລິດ 3 ລ້ານ ກວ່າ ເຮັກຕາ ແລະ ຈະເຮັດໃຫ້ ການ ຄຸ້ມຄອງ ການຟື້ນຟູ ແລະ ການນຳໃຊ້ ປ່າໄມ້ ໃນ ປະເທດ ເປັນ ຣະບຽບ ຂຶ້ນ. ແຕ່ ໃນຕົວຈິງ ຫຼາຍແຂວງ ທີ່ບໍ່ໄດ້ ຮັບເງິນ ສນັບສນູນ ວຽກງານ ທີ່ວ່ານັ້ນ ເຮັດໃຫ້ ພື້ນທີ່ ປ່າໄມ້ ຈຶ່ງມີ ສະພາບ ຊຸດໂຊມ.

ທ່ານກ່າວ ຕື່ມອີກ ວ່າ ການ ເພາະເບັ້ຽ ແລະ ປູກຕົ້ນໄມ້ ທົດແທນ ໃນ ຫຼາຍແຂວງ ສາມາດ ເຮັດໄດ້ດີ ແຕ່ບັນຫາ ມີຢູ່ວ່າ ສ່ວນຫລາຍ ບໍ່ສາມາດ ຫາພື້ນທີ່ ປູກຕົ້ນໄມ້ ເຫລົ່ານັ້ນ ໄດ້, ຍ້ອນພື້ນທີ່ ສ່ວນຫລາຍ ປະຊາຊົນ ຫລື ບໍຣິສັດ ເປັນ ເຈົ້າຂອງ ແລ້ວ.

ໃນ ປີ 2013-14 ທາງການ ໄດ້ກຳນົດ ເຂດ ປ່າສງວນ ໃນລາວ ແລ້ວ 227 ແຫ່ງ ແລະ ເຂດປ່າ ປ້ອງກັນ 137 ແຫ່ງ ແລະ ສາມາດ ປູກຕົ້ນໄມ້ ທົດແທນ ໄດ້ 51 ພັນ ກວ່າ ເຮັກຕາ. ການ ປູກຕົ້ນໄມ້ ສ່ວນຫລາຍ ບໍ່ມີການ ບົວຣະບັດ ໃຫ້ໃຫຍ່ ແລະ ຍັງພົບວ່າ ໃນ ທົ່ວ ປະເທດ ມີຄວາມສ່ຽງ ຕໍ່ການ ຖືກ ບຸກລຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.