ຂະໂມຍນິຍົມຣົດກະບະ ວິໂກ້

ອະວາຣີ
2015.05.25
f-image ໃຫ້ຣະວັງ ຂະໂມຍ ນິຍົມລັກຣົດກະບະ ວິໂກ້
RFA

ຄົນຮ້າຍ ສະມາຊິກ ແກ໊ງ ລັກ ຣົດ ກະບະ ຫຍິ່ຫໍ້ ໂຕໂຍຕ້າ ວິໂກ້ ຫລາຍຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ. ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໃຫ້ ຣາຍຣະອຽດ ກ່ຽວກັບ ເຣື່ອງ ນີ້ ຕື່ມວ່າ:

“ສ່ວນຫລາຍ ແມ່ນ ກະບະ ວີໂກ້ ນີ້ແຫລະ ປະເພດ ອື່ນ ຫັ່ນ ມັນ ບໍ່ຄ່ອຍ ສິເອົາ ປານໃດ, ຢູ່ໃສ ກະແມ່ນ ວິໂກ໊ ນີ້ແຫລະ, ລັກງ່າຍ ບໍ່ ຫລືວ່າ ມັນ ເອົາໄປ ຈຳໜ່າຍ ງ່າຍ ຄົນ ນິຍົມ ຫລາຍເດ໋ ມັນຂາຍ ໄດ້ດີ ເດ໋ ຄົນຊັ້ນ ກາງ ເຂົາກະ ໃຊ້ ຫລາຍ ໃຊ້ໄດ້ ທັງ ຄອບຄົວ ຮັບໃຊ້ ທັງ ທາງວຽກ ໄປສວນ ໄປນາ.”

ໃນ ສອງ ມື້ກ່ອນ ມີ ຄົນຮ້າຍ 3 ຄົນ ລັກ ຣົດ ກະບະ ວີໂກ້ ທີ່ ຈອດ ຢູ່ ແຄມທາງ, ຄຸ້ມບ້ານ ຈອມມະນີ ເມືອງ ໄຊເສດຖາ ນະຄອນ ຫລວງ ວຽງຈັນ. ເຈົ້າຂອງ ຣົດ ໄປແຈ້ງ ເຈົ້າໜ້າທີ່ ແລະ ໂຊກດີ ທີ່ ເຈົ້າໜ້າທີ່ ນຳທັນ ຈັບ ຄົນຮ້າຍ ໄດ້ ນຶ່ງຄົນ, ສ່ວນ ອີກ ສອງຄົນ ຫລົບໜີ ໄປໄດ້.

ເຈົ້າໜ້າທີ່ ປກສ ທ່ານນີ້ ອະທິບາຍ ວ່າ, ການລັກ ຣົດ ກະບະ ທີ່ວ່ານີ້ ມີຫລາຍ ຢູ່ ບໍຣິເວນ ຕລາດເຊົ້າ ແລະ ຕລາດ ທົ່ງຂັນຄຳ. ປັດຈຸບັນ ຄົນຮ້າຍ ໄດ້ ຕັ້ງກັນ ເປັນ ແກ໊ງ ໃຫຍ່, ຊຶ່ງ ເຄື່ອນໄຫວ ຢູ່ ໃນເຂດ ນະຄອນ ຫລວງ ວຽງຈັນ.

ບໍ່ພຽງແຕ່ ລັກ ຢູ່ພາຍ ໃນ ປະເທດ ເທົ່ານັ້ນ, ພວກ ຄົນຮ້າຍ ຍັງມັກ ລັກ ຣົດ ກະບະ ວີໂກ້ ຈາກ ຝັ່ງ ໄທ ເຂົ້າມາ ລາວ ນຳໄປ ດັດແປງ ແລ້ວ ກໍຂາຍ ໃນ ຣາຄາ ຖືກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.