ເສັ້ນທາງຈີ່ນາຍໂມ້-ບ້ານຫ້ອມ ເປ່ເພ

ມະນີຈັນ
2015.05.13
F-Jinaimo ສະພາບເສັ້ນທາງ ໃນເຂດ 3 ແຍກ ຈີ່ນາຍໂມ້. ວັນທີ 12 ພຶສພາ 2015
RFA/LX

ຊາວບ້ານ ໃນເຂດ ລຽບຕາມ ເສັ້ນທາງ ແຕ່ 3 ແຍກ ຈີ່ນາຍໂມ້ ຫາ ບ້ານຫ້ອມ ພາກັນ ຈົ່ມວ່າ ພວກ ເຂົາເຈົ້າ ໄດ້ຮັບ ຜົນກະທົບ ຈາກ ເສັ້ນທາງ ທີ່ ເປ່ເພ ນັ້ນ ມາດົນ ແລ້ວ, ການ ໄປມາ ລໍາບາກ ທັງມີ ຝຸ່ນ ໄງ່ ກຸ້ມ ໄປ ທົ່ວ ຕລອດ ມື້. ກ່ອນໜ້າ ນີ້ ມີຫລາຍ ພາກສ່ວນ ໄດ້ມາ ສຳຣວດ ວ່າ ຈະມີ ການ ກໍ່ສ້າງ ເສັ້ນທາງ ນັ້ນ ແຕ່ ຫລາຍປີ ແລ້ວ ກໍ່ຍັງ ບໍ່ມີຫຍັງ ເກີດຂຶ້ນ.

ໃນ ອາທິດ ທີ່ແລ້ວ ມີ ພາກສ່ວນ ຈາກໃສ ກໍບໍ່ຮູ້ ເອົາ ດິນຊາຍ ມາ ຖອກໃສ່ ຕື່ມ ຍິ່ງເຮັດ ໃຫ້ ມີຝຸ່ນ ໄງ່ ກວ່າເກົ່າ. ຕາມ ຄໍາເວົ້າ ຂອງ ຊາວບ້ານ ທ່ານາ ເມືອງ ຫາດຊາຍຟອງ ນາງ ນຶ່ງ ໃນ ວັນທີ 12 ພຶສພາ 2015 ນີ້. ໃນຂນະ ດຽວກັນ ຊາວບ້ານ ອີກ ທ່ານນຶ່ງ ເວົ້າວ່າ ເສັ້ນທາງ ນີ້ ຖືເປັນ ສາຍຫລັກ ມີຣົຖ ແລ່ນ ຢູ່ບໍ່ຂາດ ໃນ ແຕ່ລະມື້ ຈົນ ຊາວບ້ານ ເລີ້ມ ກັງວົນ ນໍາ ເຣື້ອງ ສຸຂພາບ ແລ້ວ:

"ໂອ້ຍ! ມັນເປ່ເພ ຫຼາຍນ່າ ເປັນຕົມ ຂີ້ຝຸ່ນ ເໝິດ ຂະເຈົ້າ ຈົນຊິເປັນ ປອດແຫ້ງ ເໝິດລະນີ້. ບໍ່ ແປງ ກະພຽງ ແຕ່ວ່າ ຊື້ ຂີ້ຊາຍ ມາໃສ່ ຊື່ໆ ແຮ່ງໄງ່ ຕື່ມຫັ້ນນ່າ. ຣົຖຄົນ ກະລົ້ມ ບັກຫຼາຍໆ ແຕ່ລະມື້ ເດັກນ້ອຍ ນັກຮຽນ ໄປ ໂຮງຮຽນ ຫັ້ນນ່າ".

ກ່ຽວກັບ ແຜນ ກໍ່ສ້າງ ທາງ ເສັ້ນນີ້ ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ທີ່ ຂໍ ບໍ່ອອກຊື່ ເວົ້າວ່າ ຍັງບໍ່ໄດ້ ຈັດຕັ້ງ ປະຕິບັດ:

"ມີ ແຜນການ ແລ້ວ ບໍ່ທັນໄດ້ ເຊັນ ສັນຍາ ອີ່ຫຍັງ. ກະບໍ່ທັນ ຮູ້ວ່າ ມື້ໃດ ເພິ່ນຊິໄດ້ ເຊັນ ກັນເນາະ ມີແຕ່ ລໍຟັງ ໄປກ່ອນ ພວກເຮົາ ກະ ພຍາຍາມ ຊອກ ທຶນຮອນ ໄປ ສ້ອມແປງ ຢູ່".

ເສັ້ນທາງ ແຕ່ 3 ແຍກ ຈີ່ນາຍໂມ້ ໄປຫາ ບ້ານຫ້ອມ ມີຄວາມຍາວ ປະມານ 12 ກິໂລແມັດ ເປັນ ເສັ້ນທາງ ສາຍຫລັກ ທີ່ ຣົດ ຂົນສົ່ງ ພືດຜັກ ຕ່າງໆ ຈາກ ບ້ານຫ້ອມ ເຂົ້າມາ ນະຄອນ ຫຼວງ ວຽງຈັນ. ເມື່ອ ຕົ້ນເດືອນ ກຸມພາ ຜ່ານມາ ມີ ຣາຍງານ ວ່າ ນາຍົກ ຣັຖມົນຕຣີ ທອງສິງ ທຳມະວົງ ໄດ້ ຊຸກຍູ້ ໃຫ້ ເອົາໃຈໃສ່ ເລັ່ງ ສ້ອມແປງ ເສັ້ນທາງ ດັ່ງກ່າວ, ແຕ່ ມາຮອດ ປັດຈຸບັນ ກໍຍັງ ບໍ່ເຫັນ ມີ ຫຍັງ ເກີດຂຶ້ນ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.