ຣາຍການ ຊາວລາວ ໃນ ຕ່າງປະເທດ ປະຈໍາ ສັປດາ ນີ້ ຈໍາປາທອງ ຈະນໍາທ່ານ ໄປຮູ້ຈັກກັບ ທ່ານ ທອງ ເດດສຸວັນ ເຈົ້າຂອງປໍ້າ ນໍ້າມັນ ບໍຣິສັດ ດີພີ ແລະ ຮ້ານຂາຍ ເຄື່ອງຫຍ່ອຍ ທີ່ເມືອງ Lakeland ຣັດ Florida ສະຫະຣັດ ອະເມຣິກາ
ນັບຕັ້ງແຕ່ ປີ 1975 ເປັນຕົ້ນມາ ຊາວລາວ ໄດ້ພາກັນ ອົພຍົບ ມາຕັ້ງຖິ່ນຖານ ໃນປະເທດ ອອສເຕຣເລັຍ ຫລາຍຂື້ນ ຫລັງຈາກ ປະເທດລາວ ຕົກ ຢູ່ໃນ ຣະບອບ ການປົກຄອງ ຂອງ ຄອມມິວນິສ. ໃນຣາຍການ ຊາວລາວ ໃນຕ່າງປະເທດ ສັປດາ ນີ້ ໂພໄຊສວັດ ມີບົດສັມພາດ ກ່ຽວກັບ ການຈັດຕັ້ງ ກຸ່ມກ້ອນ ສະມາຄົມ ຂອງ ຊຸມຊົນລາວ ເພື່ອຊ່ວຍເຫລືອ ຊື່ງກັນ ແລະກັນ ພາກ 1 ມາສເນີທ່ານ ເຊີນຮັບຟັງໄດ້….
ວຽກງານ ແລະ ຊີວິດ ຂອງຊາວລາວ ທີ່ສະຫະຣັດ ອະເມຣິກາ ໄດ້ຮັບການ ຄໍ້າປະກັນ ເປັນຢ່າງດີ ແຕ່ກໍມີ ທັງສະບາຍ ແລະ ຫຍຸ້ງຍາກ ຕາມ ປະສົພການ ຊີວິດ ຂອງ ທ່ານ ພູມີ ພັນທະວົງ ທີ່ ຣັດ ມິນນິໂຊຕາ. ສເນີໂດຍ : ຈໍາປາທອງ
ການໂອ້ລົມ ສົນທະນາ ກັບຍາປ້າ ”ສີ ສີສົມພອນ” ຜູ້ທີ່ມີ ຄວາມ ຊຳນິ ຊຳນານ ໃນດ້ານ ການຈັດແຕ່ງ ພາຂວັນ ແລະ ຈັດດອກໄມ້ ທູບທຽນ ເພື່ອກອງບຸນ ຕ່າງໆ ເຊັ່ນ : ກອງຫົດ ກອງບວດ ກອງກະຖີນ ຕາມຮີດຄອງ ປະເພນີ ແລະ ວັທນະທັມ ຂອງລາວ. ສເນີໂດຍ : ໄມຊູລີ