ເພິ່ນວ່າເຫັນຄວັນແມ່ນມີໄຟ ແຕ່ມີໄຟກັບບໍ່ເຫັນຄວັນ
2009-11-18
ຕາມຄຳພັງເພີຍວ່າ ເຫັນຄວັນ ແມ່ນມີໄຟ ແຕ່ກໍມີອັນທີ່ວ່າ ມີໄຟ ແຕ່ບໍ່ເຫັນຄວັນ. ກ່ຽວກັບເລື່ອງນີ້ ຈຳປາທອງ ຈະນຳເອົາ ຂະບວນການເຄື່ອນໃຫວ ຂອງປະຊາຊົນລາວ 2 ພຶສຈິກາ ທີ່ມີເປົ້າໝາຍຮຽກຮ້ອງ ໃຫ້ຣັຖບານ ສປປລາວ ແກ້ໄຂບັນຫາເສຖກິດ ແລະ ສັງຄົມທີ່ກຳລັງ ຫຍຸ້ງຍາກສັບສົນ ຢູ່ໃນປັດຈຸບັນນີ້ ມາເປັນຕົວຢ່າງ ສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
”ແນວລາວສ້າງຊາຕ” ຫວັງໃຫ້ລາວນອກ ເຂົ້າຮ່ວມການ ພັທນາປະເທດ
2009-10-19
ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາຕ ສປປລາວ ຊຸດທີ 6 ໄດ້ຮັບເອົາ ກົດໝາຍໃຫມ່ ສະບັບນຶ່ງ ວ່າດ້ວຍ ”ແນວລາວສ້າງຊາຕ” ຊຶ່ງມີຈຸດໝາຍ ອໍານວຍການ ປະກອບສ່ວນ ຂອງຄົນລາວ ໃນຕ່າງປະເທດ ເຂົ້າຮ່ວມໃນການ ພັທນາປະເທດ. ຣາຍລະອຽດ ແລະ ພາກປະຕິບັດ ຕົວຈິງເປັນແນວໃດ ພົງສວັນ ໄດ້ຮິບໂຮມຂໍ້ມູນ ຊຶ່ງວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ...
ຄວາມໂລພມາກ ຄືບໍ່ເກີດແຫ່ງ ພັຍພິບັດ
2009-10-14
ຄວາມໂລພມາກໂລພາ ຂອງມວລມະນຸສ ມີສ່ວນເຮັດໃຫ້ ເກີດພັຍພິບັຕ ດັ່ງທີ່ເກີດຂື້ນ ໃນທົ່ວໂລກ ປັຈຈຸບັນ ທີ່ທາງກາຣ ກ່ຽວຂ້ອງ ແຕ່ລະປະເທສ ຄວນຈະເອົາໃຈໃສ່ ແກ້ໄຂຮ່ວມກັນ ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ..
ສປປລາວ ປະເຊີນກັບ ບັນຫາປັ່ນປ່ວນ ໃນສັງຄົມ
2009-10-14
ນັບເປັນເວລາ 30 ກວ່າປີ ທີ່ໄດ້ມີການ ສະຖາປະນາ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະວ່າ ຈະສ້າງໃຫ້ເປັນ ຣັດແຫ່ງກົດໝາຍ, ເຮັດໃຫ້ສັງຄົມ ມີຄວາມສງົບ ແລະ ປະຊາຊົນ ມີຊີວິດ ການເປັນຢູ່ຢ່າງ ສັນຕິນັ້ນ ທາງການລາວ ມີຄວາມຮັບ ຜິດຊອບຄືແນວໃດ ໃນເມື່ອຢູ່ໃນ ສັງຄົມລາວ ປັດຈຸບັນ ເກີດມີຫຼາຍສິ່ງ ຫລາຍຢ່າງ ແນວບໍ່ດີ ຮວມທັງມີຄະດີ ຂ້າ, ປຸ້ນຈີ້, ງັດແງະ ແລະ ສໍ້ໂກງຕ່າງໆ.... ຈຳປາທອງ ມີບົດຄວາມ ກ່ຽວກັບເຣື້ອງນີ້ ມາສເນີທ່ານ.
ຈີນ ສລອງ ຄົບຮອບ 60 ປີ
2009-10-02
ຈີນ ສລອງຄົບຮອບ 60ປີ ຂອງການສ້າງຕັ້ງ ພັກຄອມມິວນິດ ຢ່າງໃຫຍ່ໂຕ ເພື່ອສະແດງໃຫ້ໂລກ ຮູ້ເຖິງຄວາມຮັງມີ ອຸດົມສົມບູນ ທາງດ້ານເສຖກິດ, ເຂັ້ມແຂງທາງດ້ານ ການທະຫານ ພາຍໃຕ້ການປົກຄອງ ແບບພັກດຽວຂອງຈີນ, ຄ່ຽງຄູ່ໄປກັບ ການຮັກສາ ຄວາມສງົບ ຢ່າງເຂັ້ງງວດ.
ຣັຖທັມມະນູນ ແລະກົດໝາຍລາວ ມີໄວ້ໃຫ້ໃຜ ກັນແທ້
2009-10-01
ສປປລາວ ມີທັງ ຣັຖທັມມະນູນ ແລະກົດໝາຍ, ຣັຖບັນຍັດ, ດຳຣັດຕ່າງໆ ຊຶ່ງທາງການລາວ ບອກວ່າມີໄວ້ ເພື່ອຄຸ້ມຄອງຣັດ ຄຸ້ມຄອງສັງຄົມ ແຕ່ຄົນສ່ວນຫລາຍ ເຂົ້າໃຈວ່າ ສິ່ງດັ່ງກ່າວ ແມ່ນມີໄວ້ເພື່ອ ສິດ ແລະຜົນປະໂຫຍດ ຂອງຄນະນຳ ພັກ-ຣັດ ຫລາຍກວ່າ. ຄວາມເຂົ້າໃຈ ທີ່ວ່ານັ້ນ ມາຈາກສາເຫດ ອັນໃດ? ຕົ້ນຕໍອັນໃດ? ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ
ການຜລິດພັນເຂົ້າ ຊະໜິດໃໝ່ ແລະການປູກເຂົ້າ ຢູ່ປະເທດລາວ
2009-08-22
ມື້ນີ້ ຈຳປາທອງ ຈະນຳສເນີທ່ານ ກ່ຽວກັບການ ຜລິດພືດພັນ ເປັນຕົ້ນແມ່ນການ ຜລິດພັນເຂົ້າ ຊະໜິດໃໝ່ ແລະການປູກເຂົ້າ ຢູ່ປະເທດລາວ ຮວມທັງການຊ່ວຍເຫລືອ ແລະການລົງທຶນ ຂອງຕ່າງປະເທດ ການຊື້-ຂາຍ ແລະຣາຄາເຂົ້າ ຊຶ່ງເປັນບັນຫາ ທີ່ບໍ່ແນ່ນອນນັ້ນ ມາສເນີທ່ານ ເຊີນທ່ານຮັບຟັງໄດ້………

















