ປະທານາທິບໍດີ ສະຫາຣັດ ອະເມຣິກາ ທ່ານ George W Bush ເດີນທາງ ໄປຢ້ຽມຢາມ ສາມປະເທດ ໃນເອເຊັຍ ມື້ວັນຈັນ ທີ 4 ສິງຫານີ້ ເພື່ອເຂົ້າຮ່ວມ ພິທີການແຂ່ງຂັນ ກິລາໂອລິມປິກ ຢູ່ກຸງປັກກິ່ງ ສປຈີນ ແລະ ປຶກສາຫາລື ດ້ານການຄ້າ, ບັນຫາ ສິດທິມະນຸດ ແລະ ການຍຸດຕິ ການສ້າງອາວຸດ ນິວເຄັລຽ ຂອງ ເກົາຫຼີເໜືອ.
ທ່ານ George W Bush ອອກຈາກ ທໍານຽບຂາວ ມື້ວັນຈັນ ທີ 4 ສິງຫານີ້ ເພື່ອໄປຢ້ຽມຢາມ ສາມປະເທດ ໃນເອເຊັຍ ໂດຍຈະໃຊ້ເວລາ ນຶ່ງອາທິດ. ເທື່ອນີ້ ເປັນຄັ້ງທີເກົ້າ ທີ່ທ່ານ ຈະໄດ້ໄປຢ້ຽມຢາມ ຂົງເຂດນີ້. ໃນການເດີນທາງ ຄັ້ງນີ້ ມີແຜນ ຈະຢ້ຽມຢາມເກົາຫຼີໃຕ້ ໄທ ແລະ ຈີນ.
ບ່ອນທໍາອິດ ທີ່ທ່ານ ຈະແວະເຊົາ ຄື ກຸງໂຊນ ເມືອງເອກ ຂອງ ເກົາຫຼີໃຕ້ ບ່ອນທີ່ ບໍ່ຮອດເດືອນນຶ່ງ ຜ່ານມາ ໄດ້ມີການເດີນກະບວນ ປະທ້ວງ ກ່ຽວກັບ ການກັງວົນນໍາ ຄວາມປອດໄພ ຂອງ ຊີ້ນງົວ ທີ່ນໍາເຂົ້າມາ ຈາກ ສະຫາຣັດ.
ປັດຈຸບັນນີ້ ການປະທ້ວງ ກ່ຽວກັບ ການນໍາຊີ້ນງົວ ເຂົ້າມາ ຈາກສະຫາຣັດ ກໍຄ່ອຍ ເບົາບາງລົງ ແຕ່ໂຄງການ ປົດອາວຸດ ນິວເຄັລຽ ຂອງ ເກົາຫຼີເໜືອ ຍັງເປັນທີ່ ໜ້າເປັນຫ່ວງ ຢູ່.
ຍ້ອນວ່າ ເກົາຫຼີໃຕ້ ມີເຂດແດນ ຕິດກັບ ເກົາຫຼີເໜືອ ຈຶ່ງເຮັດໃຫ້ ຄວາມກັງວົນ ມີຢູ່ຕລອດເວລາ. ເກົາຫຼີເໜືອ ມີຫົວຈະຣວດ 11,000 ອັນ ທີ່ແນໄປໃສ່ ກຸງໂຊນ ເມືອງເອກ ຂອງເກົາຫຼີໃຕ້. ທຸກສິ່ງທຸກຢ່າງ ເລັກໆນ້ອຍໆ ທີ່ຊາວໂລກ ເຮັດກັບ ເກົາຫຼີເໜືອ ກໍຕ້ອງໄດ້ ລະມັດລະວັງ ເພາະຈະເຮັດໃຫ້ ເກົາຫຼີໃຕ້ ຢູ່ຢ່າງບໍ່ເປັນສຸກໄດ້. ໂດຍສະເພາະ ສະຫາຣັດ ກໍມີຄວາມເປັນຫ່ວງ ຢ່າງໃຫຍ່ຫຼວງ ວ່າ ພວກກໍ່ການຮ້າຍ ຈະເອົາ ອາວຸດ ນິວເຄລັຍ ມາຈາກໃສ.
ຫຼັງຈາກ ເກົາຫຼີໃຕ້ແລ້ວ ປະທານາທິບໍດີ ບຸດສ ກໍໄປ ປະເທດໄທ ບ່ອນທີ່ທ່ານ ໄດ້ປະກາດ ນະໂຍບາຍ ຂອງສະຫາຣັດ ກ່ຽວກັບ ເອເຊັຍ. ໂດຍສະເພາະ ທ່ານ ປະນາມ ຣັຖບານ ທະຫານພະມ່າ ກ່ຽວດ້ານ ສິດທິມະນຸດ ໃນປະເທດ ຂອງເຂົາເຈົ້າ.
ຫຼັງຈາກ ການຢ້ຽມຢາມ ປະເທດໄທແລ້ວ ປະທານາທິບໍດີ ບຸດສ ກໍຈະໄປຮ່ວມ ໃນພິທີ ເປີດການແຂ່ງຂັນ ກິລາໂອລິມປິກ 2008 ຢູ່ກຸງປັກກິ່ງ ສປຈີນ. ການຕັດສິນໃຈ ໄປຮ່ວມ ໄດ້ສ້າງຄວາມວິພາກວິຈານ ຢ່າງຫຼວງຫຼາຍ ໂດຍໂຕ້ແຍ້ງວ່າ ການທີ່ ປະທານາທິບໍດີ ບຸດສ ໄປຈີນ ໃນຄັ້ງນີ້ ຈະເປີດໄຟຂຽວໃຫ້ ຈີນຜ່ານ ການລົງ ບັນທຶກ ທີ່ບໍ່ດີ ກ່ຽວດ້ານ ສິດທິມະນຸດ ແລະ ສິດເສຣີພາບ ທາງດ້ານ ການນັບຖື ສາສນາ ຂອງຈີນ.
ກ່ຽວກັບ ບັນຫານີ້ ປະທານາທິບໍດີ ບຸດສ ໄດ້ກ່າວຢໍ້າ ເມື່ອອອກ ຖະແລງການ ຕໍ່ສື່ມວນຊົນ ຢູ່ ກຸງໂຊນ ເມືອງເອກ ຂອງເກົາຫຼີໃຕ້ ວ່າ:
“ທ່ານໄດ້ ຄົບກັບ ຜູ້ນໍາຈີນ ມາໄດ້ 7 ປີ ເຄິ່ງແລ້ວ ແລະ ຖ້ອຍຄໍາ ຂອງທ່ານ ກໍຍັງຄືເກົ່າ ຢ່າສ້າງຄວາມຢ້ານກົວ ໃຫ້ຜູ້ຄົນ ທີ່ນັບຖືສາສນາ ໃນສັງຄົມ. ຕາມຄວາມຈິງແລ້ວ ສາສນາ ເຮັດໃຫ້ສັງຄົມ ດີຂື້ນ. ເຮົາ ຄວນສົ່ງເສີມໃຫ້ຄົນ ສແດງອອກ ເຖິງຄວາມຄິດຄວາມເຫັນ ຂອງ ຂະເຈົ້າ. ຖ້າຫາກຄົນ ບໍ່ສາມາດ ສແດງອອກ ເຖິງຄວາມຄິດຄວາມເຫັນ ຂອງຕົນ ແລະ ບໍ່ສາມາດ ສັກກະລະບູຊາ ຫຼື ນັບຖື ສາສນາ ຢ່າງມີເສຣີ ທ່ານ ຄິດວ່າ ມັນເປັນ ຄວາມຜິດພາດ ແລະ ຂ້າພະເຈົ້າ ກໍໄດ້ ອະທິບາຍ ໃຫ້ ພວກຂະເຈົ້າ ຮັບຮູ້ ທຸກໆເທື່ອ. ການທີ່ ທ່ານ ມາຮ່ວມກິລາ ໂອລິມປິກກໍຄື 1- ເພື່ອ ໃຫ້ກຽດ ແລະ ສແດງເຖິງ ຄວາມນັບຖື ປະຊາຊົນຈີນ, ແລະ 2- ກໍເພື່ອສນັບສນູນ ນັກກິລາ ສະຫາຣັດ.
ທ່ານ ປະທານາທິບໍດີ ບຸດສ ຍັງໄດ້ກ່າວຕື່ມອີກວ່າ:
“ແລະ ກໍເປັນໂອກາດ ທີ່ຈະໄດ້ກ່າວ ຕໍ່ປະຊາຊົນຈີນ ວ່າ ພວກເຮົາ ນັບຖື ຄະນົບທັມນຽມ ຂອງພວກຂະເຈົ້າ ແລະ ພວກເຮົາ ນັບຖື ປະຫວັດສາດ ຂອງພວກຂະເຈົ້າ ແລະ ທ່ານ ໄດ້ເວົ້າ ຫຼາຍໆຄັ້ງແລ້ວ ວ່າ ທ່ານບໍ່ຕ້ອງການ ກິລາໂອລິມປິກ ເພື່ອເປັນໂອກາດ ທີ່ຈະມາເນັ້ນ ຄວາມຄິດຄວາມເຫັນ ຄວາມເຊື່ອຖື ຂອງທ່ານ ກ່ຽວກັບການ ການມີເສຣີພາບ ໃນການນັບຖື ສາສນາ ຍ້ອນວ່າ ທ່ານ ໄດ້ເວົ້າມາ ຕັ້ງແຕ່ ທ່ານໄດ້ເປັນ ປະທານາທິບໍດີ ພຸ້ນແລ້ວ.
ທ່ານໄດ້ກ່າວໃນທີ່ສຸດ.
ຍ້ອນວ່າ ເປັນຜູ້ມັກ ກິລາຜູ້ນຶ່ງ ທ່ານ ບຸດສ ຈະໄປເບິ່ງ ການແຂ່ງຂັນ ບາດສເກັດບອນ ຣະຫວ່າງ ສະຫາຣັດກັບ ຈີນ.
ຊາວໂລກ ທີ່ເບິ່ງກິລາ ໂອລິມປິກ, ກຸ່ມ ເພື່ອສິດທິມະນຸດ ແລະ ສະມາຊິກ ສະພາ ສະຫາຣັດ ຫວັງວ່າ ທ່ານ ບຸດສ ຈະໃຊ້ ກິດຈະການ ໃນຄັ້ງນີ້ ຊຸກຍູ້ໃຫ້ ຜູ້ນຳຈີນ ຜ່ອນຜັນ ໃຫ້ສິດເສຣີພາບ ຕື່ມຂື້ນ ແກ່ ປະຊາຊົນ ຂອງຕົນ.
ທ່ານບຸດສ ກ່າວສເມີ ວ່າ ຈະສົນທະນາ ກ່ຽວກັບ ບັນຫາ ສິດທິມະນຸດ ເມື່ອໄດ້ ໂອ້ລົມກັບ ປະທານ ປະເທດຈີນ ທ່ານ ຮູ ຈິນທາວ ແລະ ທັງສອງ ກໍມີ ໂຄງການວ່າ ຈະ ພົບປະກັນ.
ທ່ານ ບຸດສ ຮັບຮູ້ວ່າ ຄວາມສຳພັນ ຣະຫວ່າງ ສະຫາຮັດ ແລະ ຈີນ ນີ້ ລຶກລັບຊັບຊ້ອນຫຼາຍ ເພາະມີ ການຕໍ່ໄຍ ທີ່ລະອຽດອ່ອນ ກັບ ຈັກກະພັດ ແຫ່ງ ເອເຊັຍນີ້.
ເຖິງຢ່າງໃດ ກໍຕາມ ປະທານ ປະເທດຈີນ ພັດກ່າວຕື່ມວ່າ ການເມືອງ ກັບ ການແຂ່ງຂັນ ກິລາໂອລິມປິກ ບໍ່ຄວນເອົາມາ ປົນກັນ. ປະທານປະເທດຈີນ ທ່ານ ຮູຈິນທາວ ໄດ້ກ່າວວ່າ ຄວາມສາມາດ ໃນການແຂ່ງຂັນ ຂອງນັກກິລາ ແລະ ການສຳພັນທະໄມຕຣີ ຂອງນາໆຊາດ ຈະຊີ້ຂາດ ວ່າ ການແຂ່ງຂັນ ກິລາໂອລິມປິກ ຄັ້ງນີ້ໄດ້ຮັບຄວາມ ສຳເຣັດ ຫຼືບໍ່ ບໍ່ແມ່ນ ການຂັດແຍ່ງກັນ ທາງດ້ານການເມືອງ.
ໃນການໃຫ້ ສຳພາດ ກັບຜູ້ສື່ຂ່າວ ນາໆຊາດ, ທ່ານ ຮູ ຈິນທາວ ໄດ້ກ່າວວ່າ ການເປັນ ເຈົ້າພາບ ຂອງ ກຸງປັກກິ່ງ ໃນການຈັດການແຂ່ງຂັນ ກິລາໂອລິມປິກ 2008 ກໍເພື່ອຢາກສແດງ ໃຫ້ເຫັນວ່າ ຈີນ ມີຈຸດປະສົງ ອັນແຮງກ້າ ທີ່ຢາກຈະມີ ຄວາມສະງົບ ຢາກຜູກມິດໄມຕຣີ ກັບຊຸມຊົນ ທົ່ວໂລກ.
ທ່ານ ຮູ ຈິນທາວ ບໍ່ໄດ້ກ່າວ ໂດຍກົງ ກ່ຽວກັບ ບັນຫາ ສິດທິມະນຸດ ໃນຈີນ ແລະ ການຈຳກັດ ການອອກຂ່າວສານ ທີ່ເປັນອາການ ຄວບງຳ ລາຍການ ຢູ່ໃນ ປັດຈຸບັນນີ້ ແຕ່ທ່ານ ໄດ້ປະນາມ ການດຶງແກ່ ເອົາ ບັນຫາການເມືອງ ເຂົ້າມາພົວພັນ ກັບ ລາຍການ ກິລາ ແລະ ຍັງເຕືອນ ຜູ້ສື່ຂ່າວ ວ່າ ຂໍໃຫ້ອອກຂ່າວ ຢ່າງຍຸດຕິທັມ.
ທ່ານ ກ່າວວ່າ ການເຮັດໃຫ້ ການແຂ່ງຂັນ ກິລາໂອລິມປິກ ກາຍເປັນ ສະໜາມການເມືອງ ຈະບໍ່ຊ່ອຍ ຄີ່ຄາຍບັນຫາ ຕ່າງໆ ໄດ້ເລີຍ ແລະ ຍິ່ງຈະເຮັດໃຫ້ ເປັນການ ທຳລາຍ ບັນຍາກາດ ຂອງ ກິລາໂອລິມປິກ ອີກດ້ວຍ.
ຈະເຫັນໄດ້ ຢ່າງແຈ່ມແຈ້ງ ວ່າ ປະທານາທິບໍດີ George W Bush ເດີນທາງ ໄປຢ້ຽມຢາມ ເອເຊັຍ ໃນຄາວນີ້ກໍດ້ວຍເຫດຜົນ ສອງຢ່າງ ຄື ກິລາ ແລະ ການເມືອງ ຊຶ່ງເກີດຄວາມຂັດແຍ່ງ ກັບ ຈຸດປະສົງ ຂອງສປຈີນ ທີ່ບໍ່ຢາກໃຫ້ເອົາ ການແຂ່ງຂັນ ກິລາໂອລິມປິກ 2008 ຢູ່ກຸງປັກກິ່ງ ສປຈີນ ມາພົວພັນກັບ ບັນຫາຂັດແຍ່ງ ທາງການເມືອງ. ຜົນ ຈະປາກົດ ອອກມາ ຈັ່ງໃດ ພວກເຮົາ ຄົງຈະ ໄດ້ຮັບຮູ້ ພາຍໃນເວລາ ອັນບໍ່ໄກ ຂ້າງໜ້ານີ້.|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |