ຊາວລາວ ທີ່ຣັຖ ອາລັສກາ ໃນຣະຫວ່າງ ການເລືອກຕັ້ງ

2008-10-31

ຣັດ ອາລັສກາ ມີຊາວລາວ ອາສັຍຢູ່ ປະມານ 2-3 ພັນຄົນ ແລະ ທີ່ໃນຂະນະນີ້ ຜູ້ປົກຄອງຣັດ ຖືກພັກ Republican ເລືອກເປັນ ຜູ້ຮັບສະມັກ ເລືອກຕັ້ງ ເປັນຮອງ ປະທານາທິບໍດີ ສະຫະຣັດ.

ອັນດັບຕໍ່ໄປ ມະນີຈັນ ຈະນໍາພາ ທ່ານໄປຮູ້ຈັກ ກັບອີກຣັດນຶ່ງ ຂອງອະເມຣິກາ ທີ່ໄດ້ຊື້ ຈາກຣັດເຊັຽ ສະໃໝ ພະເຈົ້າຊາ ໃນຣາຄາ 7 ລ້ານ 2 ແສນໂດລາ ຊຶ່ງປັດຈຸບັນ ມີຊາວລາວ ຕັ້ງຖີ່ນຖານຢູ່ ຫລາຍຮອດ 2-3 ພັນຄົນ ແລະ ກໍເປັນຣັດ ທີ່ໃນຂະນະນີ້ ໄດ້ຮັບຄວາມສົນໃຈ ຈາກຜູ້ຄົນ ຫລາຍເພີ່ມຂຶ້ນ ຊຶ່ງສ່ວນນຶ່ງ ກໍອາດເປັນຍ້ອນ ຜູ້ປົກຄອງຣັດ ຖືກພັກ Republican ເລືອກເປັນ ຜູ້ຮັບສະມັກ ເລືອກຕັ້ງ ເປັນຮອງປະທານາທິບໍດີ ສະຫະຣັດ ໃນການແຂ່ງຂັນ ເລືອກຕັ້ງ ປະທານາທິບໍດີຄັ້ງນີ້.