ສປປລາວ ຈະເປັນ ເຈົ້າພາບ SEA Games ຄັ້ງທີ 25, ປີ 2009
ສເນີໂດຍ ໂພໄຊສວັດ
2008-05-26
ສປປລາວ ຈະຈັດການແຂ່ງຂັນກິລາ ເອເຊັຍຕາເວັນອອກຊ່ຽງໃຕ້ ຫຼື ການແຂ່ງຂັນກິລາ SEA Games ຄັ້ງທີ 25 ເມື່ອເດືອນ ທັນວາ ປີ 2009 ຊຶ່ງເປັນຄັ້ງທຳອິດທີ່ ສປປລາວ ຈະໄດ້ເປັນເຈົ້າພາບ
ກິລາ Sea Games ແມ່ນຊື່ຫຍໍ້ ມາຈາກ Southeast Asian Games, ຊຶ່ງເປັນກິລາ ທີ່ຈັດຂື້ນ ທຸກໆ 2 ປີ, ມີ ປະເທດ ຈາກ ພາກພື້ນ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ທັງໝົດ11 ປະເທດ ເຂົ້າຮ່ວມ. ກິລາ ດັ່ງກ່າວ ຢູ່ ພາຍໃຕ້ ກົດລະບຽບ ຂອງ ສະຫະພັນ ກິລາ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ແລະ ຢູ່ ພາຍໃຕ້ ການດູແລ ຫຼື ຮັບຜິດຊອບ ຂອງ ຄະນະ ກັມມະການ ກິລາ ໂອລິມປິກ ແລະ ຊະພາ ກິລາ ໂອລິມ ປິກ ນາໆຊາດ.
ປະເທດ ສະມາຊິກ ທີ່ເຂົ້າຮ່ວມ, ພ້ອມທັງ ປີທີ່ເຂົ້າຮ່ວມ, ມີ ບຣູໄນ (1988), ກຳພູຊາ (1956), ອິນໂດເນເຊັຍ (1956), ລາວ (1980), ມາເລເຊັຍ (1956), ພະມ້າ (1996), ຟິນລິບປີນ (1924), Singapore (1948), ໄທຍ (1952), ຕີມໍ ຕາເວັນອອກ (2004) ແລະ ວຽດນາມ ປີ 1952.
ແຕ່ທຳອິດ ກິລາ SEA Games ມີຊື່ ວ່າ South East Asia Peninsular Games ຫຼື SEAP Games, ກິລາ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ຂອງ ແຫຼມ ອິນໂດຈີນ. SEAP Games ກໍ ກຳເນີດຂື້ນມາ ຈາກ ຄວາມຄຶດ ຂອງ ທ່ານ ຫຼວງ ສຸກຂຸມ ໃນປຮະດິດ ຊຶ່ງ ເພີ່ນເປັນ ຮອງປະທານ ຄະນະກັມມະການ ກິລາ ໂອລິມປິກ ແຫ່ງ ປະເທດໄທ. ການກໍ່ຕັ້ງ ໄດ້ມີຂື້ນ ຫຼັງຈາກ ກິລາເອເຊັຍ ຄັ້ງທີ 3 ທີ່ ປະເທດ ຍີ່ປຸ່ນ ເມື່ອ ວັນທີ 22 ພຶສພາ ປີ 1958. ປະເທດ ສະມາຊິກ ມີ ຄວາມເຫັນພ້ອມ ໃນ ການຈັດຕັ້ງ ກິລາ ດັ່ງກ່າວ ຂຶ້ນ ໃນ ຂົງເຂດນີ້ ກໍເພື່ອ ສົ່ງເສີມ ການຮ່ວມໄມ້ ຮ່ວມມື, ຄວາມເຂົ້າອົກ ເຂົ້າໃຈ ແລະ ເພີ້ມພູນ ຄວາມສຳພັນ ລະຫວ່າງ ປະເທດ ໃນ ພາກພື້ນ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ນີ້.
ກິລາ SEAP Games ຄັ້ງທຳອິດ ໄດ້ຈັດ ການແຂ່ງຂັນຂື້ນ ຢູ່ ບາງກອກ ປະເທດໄທ ໃນ ລະຫວ່າງ ວັນທີ 12 ຫາ 17 ທັນວາ ປີ 1959. ມີ ນັກກິລາ ແລະ ຄະນະ ກັມມະການ ເຂົ້າຮ່ວມ ທັງໝົດ 527 ຄົນ ຈາກ ປະເທດໄທ, ພະມ້າ, ມາເລເຊັຍ, ສິງກະໂປ, ວຽດນາມໃຕ້, ແລະ ລາວ. ໃນ ການແຂ່ງຂັນ ຄັ້ງນັ້ນ ມີ ກິລາ 12 ປະເພດ. ຕໍ່ມາ ອິນໂດເນເຊັຍ, ຟິນລິບປີນ, ບຣູໄນ, ຕີມໍ ຕາເວັນອອກ ກໍ ໄດ້ເຂົ້າຮ່ວມ ເປັນ ສະມາຊິກ. ໃນປີ 1977 ສະຫະພັນ SEAP Games ໄດ້ປ່ຽນຊື່ ມາເປັນ SEA Games ດັ່ງ ໃນປັດຈຸບັນ ນີ້.
ນັບຕັ້ງແຕ່ ການລິເລີ້ມ ຈັດຕັ້ງ ກິລາ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ມາ ຕັ້ງແຕ່ ປີ 1959, ປະເທດໄທ ໄດ້ເປັນ ເຈົ້າພາບ ຈັດ ການແຂ່ງຂັນ 6 ຄັ້ງ, ສິງກະໂປ, ອິນໂດເນເຊັຍ ແລະ ຟິນລິບປີນ ປະເທດ ລະ 4 ຄັ້ງ, ພະມ້າ ແລະ ບຣູໄນ ປະເທດ ລະ 2 ຄັ້ງ, ວຽດນາມ 1 ຄັ້ງ; ສ່ວນ ສປປລາວ ຈະເປັນ ເຈົ້າພາບ ຈັດ ການແຂ່ງຂັນ ຄັ້ງທຳອິດ ໃນ ເດືອນ ທັນວາ ປີ 2009.
ການແຂ່ງຂັນ ກິລາ SEA Games ຄັ້ງທີ 25 ຈະຈັດຂື້ນ ຢູ່ ນະຄອນຫຼວງ ວຽງຈັນ ສປປລາວ. ການປະກາດ ຢ່າງ ເປັນທາງການ ຕໍ່ໜ້າ ນັກກິລາ ແລະ ເຈົ້າໜ້າທີ່ ປະສານງານ ນັບພັນ ໄດ້ມີຂື້ນ ໃນມື້ ພິທີ ປິດການແຂ່ງຂັນ ກິລາ SEA Games ຄັ້ງທີ 24 ຢູ່ ແຂວງ ນະຄອນຣາຊະສີມາ ປະເທດໄທ.
ໃນພິທີປິດ ການແຂ່ງຂັນດັ່ງກ່າວ, ໄດ້ສ້າງ ຄວາມປືມປິຕິ ຍິນດີ ໃຫ້ກັບ ນັກກິລາ ແລະ ເຈົ້າໜ້າທີ່ ກວ່າ 400 ຄົນ ຂອງລາວ ທີ່ ໄດ້ເຂົ້າຮ່ວມ ຍ້ອນວ່າ ໄດ້ຮັບ ຫຼຽນ ຈາກ ການໄດ້ ໄຊຊະນະ ໃນກິລາ ຕ່າງໆ ຫຼາຍທີ່ສຸດ ເປັນ ປະວັດການ. ແລ້ວ, ຍັງໄດ້ ຮັບມອບ ທຸງ ສັນຍາລັກ ຂອງ ກິລາ ເອເຊັຍ ຕາເວັນອອກ ຊ່ຽງໃຕ້ ຫຼື SEA Games ນັ້ນອີກ.
ທາງການລາວ ໄດ້ຕັ້ງ ງົບປະມານ ສຳລັບ ການຈັດກິລາ SEA Games ໃນເດືອນ ທັນວາ ປີ 2009 ນີ້ ວ່າ ຈະຕົກ ເປັນເງິນ US$80 ລ້ານ. ສ່ວນໃຫຍ່ ຂອງເງິນ ຈຳນວນ ນີ້ ຄື: ປະມານ US$ 50 ລ້ານ ຈະແມ່ນ ສຳລັບ ເອົາໄປໃຊ້ ໃນ ການ ກໍ່ສ້າງ ສະໜາມ ກິລາ ໃໝ່ ແລະ ໃຫຍ່. ທີ່ເຫຼືອ ນັ້ນ ກໍຈະໃຊ້ ໃນ ການ ບໍຣິຫານ ງານ ທຸກສິ່ງ ທຸກຢ່າງ, ເປັນຕົ້ນ ກ່ຽວກັບ ຄວາມປອດພັຍ. ແມ່ນແຕ່ ຄວາມປອດພັຍ ທາງ ດ້ານອາຫານ ການກິນ, ດັ່ງທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ຜູ້ນຶ້ງ ໄດ້ກ່າວ ວ່າ:
ເຖິງຈະມີ ການກະຕຽມ ແລະ ໃຊ້ເງິນ ງົບປະມານ ຢ່າງ ຫຼວງຫຼາຍ ແລະ ໄດ້ຮັບການຊ່ອຍເຫຼືອ ຈາກ ຫຼາຍໆ ປະເທດ ເຊັ່ນ: ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ໄທ ແລະ ວຽດນາມ ກໍຕາມ; ແຕ່ ສປປລາວ, ເຈົ້າພາບ ຈັດ ການແຂ່ງຂັນ ກິລາ ຊີເກມ ຄັ້ງທີ 25 ໃນປີ 2009 ກໍ ໄດ້ສເນີ ຈະຈັດ ການແຂ່ງຂັນ ກິລາ ທັງໝົດ 22 ຊນິດ ກິລາ ເທົ່ານັ້ນ. ສຳລັບ 22 ຊນິດ ກິລາ ທີ່ ທາງລາວ ສະເນີ ວ່າ ຈະຈັດນີ້, ກໍມີ ແຕ່ເຄິ່ງ ດຽວ ຂອງ ຈຳນວນ ຊນິດ ກິລາ ທີ່ໄດ້ ຈັດຂື້ນ ໃນ ຄັ້ງທີ 24 ຢູ່ ປະເທດໄທ, ທີ່ມີເຖິງ 43 ຊນິດ ກິລາ.
ຍ້ອນການ ຕັດຈຳນວນ ຊນິດ ກິລາ ທີ່ ຈະນຳ ມາແຂ່ງຂັນ ລົງນີ້, ສປປລາວ ທີ່ ເປັນ ເຈົ້າພາບ ໄດ້ຮັບ ການຕິຕຽນ ຈາກ ຫຼາຍປະເທດ ສະມາຊິກ ເຊັ່ນ: ມາເລເຊັຍ ແລະ ສິງກະໂປ. ຊາວລາວ ທີ່ ອາສັຍ ຢູ່ ຕ່າງປະເທດ ຜູ້ນຶ່ງ ໄດ້ ໃຫ້ຄຳເຫັນ ໃນ ທັສນະ ສ່ວນຕົວ ວ່າ:
ເຖິງຢ່າງໃດກໍຕາມ, 22 ຫາ 25 ຊນິດ ກິລາ ທີ່ ສປປລາວ ຈະມີ ຄວາມສາມາດ ຈັດຂື້ນ ນີ້, ກໍ ນັບວ່າ ເປັນ ປະວັດການ ຂອງ ການຈັດກິລາ ຄັ້ງຍິ່ງໃຫຍ່ ສຳລັບ ລາວ ຢູ່ແລ້ວ.
ສຳລັບ 22 ຊນິດ ກິລາ ທີ່ ສປປລາວ ຢືນຢັນວ່າ ຈະຈັດ ການແຂ່ງຂັນ ແນ່ນອນແລ້ວ ມີ: ກີທາ (ສູ້ແລະລານ), ແບ໊ດມິນຕັນ, ບິນລຽດ - ສະນຸກເກີ້, ມວຍສາກົນ ສະມັກເລັ້ນ, ເຕະບານ, ກອບຝ໌, ຢູໂດ, ຄາລາເຕ້, ເປຕອງ, ປັນຈັກສີລັດ, ລອຍນ້ຳ, ກະຕໍ້, ຍິງປືນ, ປິງປ໊ອງ, ເທຄວນໂດ, ເຮືອຍາວ, ເທນນິສ໌, ໂວໄລບອນ, ມວຍປ້ຳ, ວູຊູ, ມວຍໄທ, ແລະ ໂບວລິງ.
ການຕັດຊນິດ ກິລາ ທີ່ສຳຄັນ ອອກນີ້ ຍ້ອນວ່າ ບໍ່ມີ ງົບປະມານ ພຽງພໍ, ບໍ່ມີ ສະຖານທີ່ ໃນການແຂ່ງຂັນ ຄົບຖ້ວນ ແລະ ສປປລາວ ຍັງເປັນ ປະເທດ ທີ່ ບໍ່ຕັ້ງຢູ່ ແຄມທະເລ ຈຶ່ງ ບໍ່ສາມາດ ຈັດ ກິລາ ປະເພດ ແຂ່ງ ໃນທະເລ ໄດ້ ເຊັ່ນ: ການແຂ່ງເຮືອໃບ. ນອກຈາກນີ້ແລ້ວ, ຄະນະ ຜູ້ຈັດ ການແຂ່ງຂັນ ຍັງເຫັນວ່າ ກິລາ ຫຼາຍ ຊະນິດ ຄວນ ຈະຕັດອອກ ເນື່ອງຈາກ ວ່າ ບໍ່ມີ ຄວາມນິຍົມ ພຽງພໍ ຈາກ ປະເທດ ສະມາຊິກ ແລະ ການແຂ່ງຂັນ ກໍ ບໍ່ໄດ້ ມາດຕະຖານ.
ປະເທດ ທີ່ໄດ້ຫຼຽນ ທັງໝົດ ໃນ ກິລາ ຊຽບເກມ ແລະ ຊີເກມ ຮອດ ຄັ້ງທີ 24 ໃນປີ 2007 ມີ ດັ່ງນີ້: ໄທ ໄດ້ 4,430 ຫຼຽນ, ອິນໂດເນເຊັຍ ໄດ້ 3,764 ຫຼຽນ, ມາເລເຊັຍ ໄດ້ 3,080 ຫຼຽນ, ຟິນລິບປີນ ໄດ້ 2,705 ຫຼຽນ, ສິງກະໂປ ໄດ້ 2,302 ຫຼຽນ, ວຽດນາມ ໄດ້ 1,396 ຫຼຽນ, ພະມ່າ ໄດ້ 1,706 ຫຼຽນ, ກຳພູຊາ ໄດ້ 176 ຫຼຽນ, ລາວ ໄດ້ 139 ຫຼຽນ, ບຣູໄນ ໄດ້ 167 ຫຼຽນ, ແລະ ຕີມໍ ຕາເວັນອອກ ໄດ້ 3 ຫຼຽນ.
ຄຳສັບ ຊອກຫາຂໍ້ມູນ: ກິລາ, sport