ສົງຄາມມະຫາບູຣະພາ ທີ່ຍີ່ປຸ່ນເປັນຜູ້ຈູດສະນວນ ເລີ້ມຕົ້ນດ້ວຍການຍົກກຳລັງ ເຂົ້າຍຶດຕົວເມືອງໃຫຍ່ທີ່ສຳຄັນຂອງ ຈີນ ເປັນຕົ້ນແມ່ນນະຄອນຊຽງໄຮ ແລະພາກເໜືອຂອງມົນທົນຊານຊີ ໃນປີ 1937, ຍຶດເອົາເມືອງຊູເຈົາ ລູຈາງ ແລະຣັນເຄົາ ໃນປີ 1938 ແລະນຶ່ງປີ ຕໍ່ມາ, ກອງທັບອັນມະຫຶມາຂອງຈອມຜເດັດການ ຮິຕເລີ້ ແຫ່ງເຢັຽຣະມັນ ກໍ່ ເປີດສາກບຸກລຸກປະເທດໂປໂລຽ ໃນວັນທີ 1 ກັນຍາ ປີ 1939 ແລະຍົກທັຍເຂົ້າຍຶດຄອງພາກເໜືອຂອງຢູໂຣບ ເດັນ ມາກ ແລະນໍຣເວ ໃນ ວັນທີ 9 ເມສາ ປີ 1940 ແລະສີ່ອາທິດຕໍ່ມາ ລຸກເຂົ້າເບັນຊິກສ໌ ລຸກຊາມບວກ ຮອນລັງ ຝຣັ່ງເສດ ກອງທັບເຢັຽຣະມັນໃຊ້ເວລາພຽງແຕ່ 24 ວັນ ກໍ່ເປັນເຈົ້າຄອບຄອງນະຄອນຫລວງປາຣີ
ຫລັງຈາກຄອບຄອງດິນ ແດນສ່ວນສຳຄັນຂອງຈີນແລ້ວ ກອງທັບຍີ່ປຸ່ນ ກໍ່ມຸ້ງໜ້າໄປຍັງປະເທດ ແລະໝູ່ເກາະດອນ ຕ່າງໆໃນອາຊີອາຄະເນ ແລະມະຫາສະມຸດປາຊີວິກ ເຂົ້າຍຶດເອົາມາເລເຊັຽ ແລະພ້ອມໆກັນນັ້ນ ກໍ່ສົ່ງເຄື່ອງບິນ ຖລົ່ມຖານທັບເຮືອຂອງສະຫະຣັຖ ອາເມຣິກາ ທີ່ ຮາວາຍ
ໃນວັນທີ 7 ທັນວາ ປີ 1941 ກໍ່ເຂົ້າຍຶດຟີລິຟປິນ, ໃນວັນທີ 8 ທັນວາ ກໍ່ເຂົ້າຍຶດເອົາຮ່ອງກົ້ງ, ໃນວັນທີ 25 ທັນວາ ປີ 1941 ກໍ່ເຂົ້າຍຶດເອົາສິງຄະໂປ ແລະໃນປີ 1942 ກໍ່ເຂົ້າຍຶດເອົາພະມ້າ
ເມື່ອເຫັນການປຣາໄຊ ຂອງຝຣັ່ງເສດ ແກ່ກອງທັບເຢັຽຣະມັນ ໃນວັນທີ 18 ມິຖຸນາ ປີ 1940, ຣັຖບານຍີ່ປຸ່ນ ໄດ້ ເຍື່ອນຄຳຂາດມາຍັງຜູ້ສຳເຣັດຣາຊການຝຣັ່ງເສດ ປະຈຳອິນໂດຈີນ ປີດບັງຄັບໃຫ້ຝຣັ່ງເສດ ຍຸດຕິການຂົນສົ່ງນ້ຳມັນ ເຊື້ອເພີງ ແລະພັດສະດຸສົງຄາມ ໄປໃຫ້ຈີນຄນະຊາດ ແລະໃຫ້ເຈົ້າໜ້າທີ່ຍີ່ປຸ່ນ ມາຄວບຄຸມດ່ານກວດກາຊາຍແດນ ຣະຫວ່າງຕົງແກງ ກັບຈີນ
ຝຣັງເສດບໍ່ມີທາງເລືອກ ຈຶ່ງແຈ້ງໃຫ້ຣັຖບານຍີ່ປຸ່ນຊາບວ່າ ອຳນາດການປົກຄອງຝຣັ່ງເສດປະຈຳອິນໂດຈີນ ຮັບຕາມ ເງື່ອນໄຂທີ່ຍີ່ປຸ່ນຕ້ອງການ ແລະຍິນດີຕ້ອນຮັບຜູ້ຕາງໜ້າຣັຖບານຍີ່ປຸ່ນມາພົບ ເພື່ອຕົກລົງກັນຣາຍລະອຽດ, ແຕ່ແທນ ທີ່ຍີ່ປຸ່ນຈະມາເວົ້າເລື້ອງການສົ່ງເຈົ້າໜ້າທີ່ມາປະຈຳຊາຍແດນ ຣະຫວ່າງຕົງແກງກັບຈີນ ພັດສເນີໃຫ້ຝຣັ່ງເສດ ອານຸຍາດໃຫ້ກອງທັບຍີ່ປຸ່ນ ເຂົ້າມາຄວບຄຸມທ່າເຮືອ ສະໜາມບິນຕ່າງໆຢູ່ທາງພາກເໜືອ ຝຣັ່ງເສດຍອມຮັບ ຍອມລົງ ນາມກັນ ໃນວັນທີ 23 ເດືອນກັນຍາ ປີ 1940
ໃນວັນທີ 28 ກໍຣະກະດາ ປີ 1941 ທະຫານຍີ່ປຸ່ນກອງທຳອິດ 40,000 ຄົນ ໄດ້ຍົກພົນຂຶ້ນໂກຊຽງຊີນ, ແລະໃນວັນ ທີ 24 ມົກກະຣາ ປີ 1943 ຍີ່ປຸ່ນໄດ້ສົ່ງກອງທັບ ທີ 38 ເຂົ້າມາເສີມ ພ້ອມທັງເຄື່ອນສອງກອງພົນ ຄື: ກອງພົນທີ 22 ແລະກອງພົນທີ 37 ຈາກ ທະເລຈີນໄຕ້ ເຂົ້າສູ່ພາກເໜືອຂອງຕົງແກງ
ໃນທ້າຍປີ 1944, ກຳລັງພັນທະມິດ ໄດ້ທຳການບຸກຂືນຢ່າງຮຸ່ນແຮງ, ໝູ່ເກາະແລະດິນແດນຕ່າງໆ ບົນມະຫາສະມຸດ ປາຊີວິກ ທີ່ກອງທັບຍີ່ປຸ່ນຍຶດຄອງໄດ້ ໃນຕົ້ນສົງຄາມ ຖຶກເສັຽໄປ ກົມເສນາທີການສູງສຸດຂອງຍີ່ປຸ່ນ ຈຶ່ງສັ່ງດ່ວນມາ ຍັງກອງບັນຊາການ ທະຫານປະຈຳອິນໂດຈີນ ໃຫ້ກອງທັບທີ 38 ຍຶດຄອງອິນໂດຈີນ
ໃນວັນທີ 9 ມິຖຸນ ປີ 1945 ເວລາ 8 ໂມງເຊົ້າ ເອກອັຄຣາຊທູດຍີ່ປຸ່ນ ທີ່ໄຊງ່ອນ ໄດ້ໄປພົບຜູ້ສຳເຣັດຣາຊການ ຝຣັ່ງເສດ ເພື່ອແຈ້ງໃຫ້ຊາບວ່າ ກອງທັບສະຫະຣັຖ ອາດຍົກພົນຂຶ້ນບົກໃນບໍ່ນານນີ້ ຈຶ່ງໃຫ້ກຳລັງປະກອບອາວຸດ ຂອງຝຣັ່ງເສດທັງໜົດ ຂຶ້ນກັບການບັງຄັບບັງຊາຂອງຍີ່ປຸ່ນ. ແຕ່ຜູ້ສຳເຣັດກາຊການຝັ່ງເສດ ປະຈຳອິນໂດຈີນ ຂໍເວລາ ປຶກສາກັນກ່ອນ ຈຶ່ງຈະຄຕອບມາ ເປັນລາຍລັກອັກສອນ ຜູ້ບັນຊາການສູງສຸດຂອງຍຍີ່ປຸ່ນບໍ່ພໍໃຈ ຈຶ່ງສັ່ງໃຫ້ທະຫານ ລົງມືຕິບັດທັນທີ ໃນຄືນວັນທີ 9 ຕໍ່ວັນທີ 10 ມິຖຸນາ ປີ 1945, ຄ້າຍທະຫານທຸກແຫ່ງຂອງຝຣັ່ງເສດຖືກປິດລ້ອມ ຫລືບຸກໂຈມຕີເຂົ້າຍຶດ ນາຍທະຫານຝຣັ່ງເສດສ່ວນຫລວງຫລາຍ ຖືກຄວບຄຸມຕົວ
ສຳຣັບປະເທດລາວ ຍີ່ປຸ່ນເອົາກຳລັງຂ້າມແມ່ນ້ຳຂອງ ຈາກຝັ່ງໄທຍ໌ ຄື: ຈາກເມືອງເກົ່າ ຂ້າມມາຍຶດເອົາເມືອງປາກເຊ ຈາກມຸກດາຫານ ຂ້າມມາຍຶດເອົາສວັນນະເຂດ ຈາກນະຄອນພຣະນົມ ມາຍຶດເອົາທ່າແຂກ ຈາກໜອງຄາຍ ມາຍຶດ ເອົາຄ້າຍກິນາຍໂມ້ ແລະວຽງຈັນ ໃນວັນດຽວກັນ ຄື: ໃນວັນທີ 10 ມິຖຸນາ ປີ 1945
ຫລັງຈາກເຂົ້າຍຶດຄອງອິນໂດຈີນທັງໝົດແລ້ວ ຍີ່ປຸ່ນໄດ້ແຍກການປົກຄອງອອກ ເປັນ 5 ປະເທດ ຄື: ປະເທດທີ່ ມີພຣະເຈົ້າມະຫາຊິວິດ ອັນແກ່ປະເທດລາວ ປະເທດຂເມນ ປະເທດອານາມ ໃຫ້ເປັນເອກກະຣາດຢູ່ໃນວົງໄພ ບູນຕາວັນອອກ, ສ່ວນຕົງແກງ ອັນມີຮ້າໂນ້ຍ ເປັນເມືອງເອກ ແລະໂກຊຽງຊີນ ທີ່ໄຊງ່ອນເປັນເມືອງເອກນັ້ນ ຍີ່ປຸ່ນ ຖືກເປັນຈຸດຍຸດທະສາດ ໃນການປ້ອງກັນປະເທດຍີ່ປຸ່ນ ໃຫ້ຢູ່ໃຕ້ການປົກຄອງຂອງກອງທັບຍີ່ປຸ່ນໂດຍກົງ
ມາໃນວັນທີ 8 ເມສາ ປີ 1945, ຜູ້ບັນຊາການທະຫານຍີ່ປຸ່ນປະຈຳປະເທດລາວ ໄດ້ເດີນທາງໄປເຂົ້າເຝົ້າສົມເດັດ ພຣະເຈົ້າມະຫາຊິວິດ ສີສະຫວ່າງວົງສ໌ ທີ່ຫລວງພຣະບາງ ແລະທູນທວາຍໃຫ້ພຣະອົງຊາບວ່າ ແຕ່ນີ້ໄປປະເທດລາວ ເປັນເອກກະຣາດຢູ່ໃນວົງໄພບູນຕາວັນອອກ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |