ປວັດສາດາວ ບົດທີ 11:

2007-09-07

ໃນ ວັນທີ 6 ສິງຫາ ປີ 1945 ສະຫະຣັຖອາເມຣິກາ ໄດ້ນຳເອົາຣະເບີດປາຣະມານູໜ່ວຍແລກຂອງໂລກ ໄປຖິ້ມລົງ ໃສ່ ໃນເມືອງຮິໂຣສິມາ ແລະອີກ 3 ວັນຕໍ່ມາ ຣະເບີດປາຣະມານູໜ່ວຍທີ່ສອງ ກໍ່ຕົກລົງໃສ່ເມືອງນາກະຊາກິ ຂອງ ຍີ່ປຸ່ນ ທຳໃຫ້ປະຊາກອນຍີ່ປຸ່ນຫລາຍແສນຄົນ ແລະໂຮງຈັກໂຮງງານພັງພິນາດໄປໃນພິກຕາດຽວ, 6 ວັນຕໍ່ມາ ພຣະ ເຈົ້າຈັກກະພັດ ຮິໂຣຮິໂຕະ ປະກາດຍອມຈຳນົນ ສົງຄາມໂລກຄັ້ງທີ່ສອງຈຶ່ງຢຸດຕິລົງ

ພໍຊາບຂ່າວດັ່ງກ່າວ ຂະບວນການລາວເປັນລາວ ທີ່ລົບໜີຈາກການຈັບກຸມຂອງຝຣັ່ງເສດ ໃນປີ 1940 ໄດ້ແກ່ ທ່ານຄຳ ໄຊຍະສິດເສນາ ທ່ານ ບົງ ສີຣັຕຕະນະໂກສິນ ມະຫາ ສີລາວິລາວົງສ໌ ທ່ານ ຄຳໃບ ພິລາພັນເດດ ທ່ານ ບົວຈັນ ອິນທະວົງສ໌ ແລະທ່ານ ອຸດອນ ຊນະນິກອນ ໄດ້ເດີນທາງກັບຄືນປະເທດເພື່ອເຂົ້າຮ່ວມກອງປະຊຸມຢ່າງສຸກ ເສີນ ກັບຂະບວນການລາວເປັນລາວທີ່ວຽງຈັນ ປະກອບດ້ວຍ ທ່ານ ຫລຸຍ ອະໄພ ທ່ານ ອຳພອນ ພົນນະຣາດ ເຈົ້າສົມສະນິດ ພຍາ ອຸ່ນເຮືອນ ນໍຣະສິງ ພຍາ ຄູນ ພິລາວັນ ທ່ານ ເກືອງ ປະຖົມມະຊາດ ທ່ານບົງ ສຸວັນນະວົງສ໌ ມະຫາ ປະສານ ທອງພັກດີ ແລະທ່ານ ສົມສີ ເປັນຕົ້ນ

ກອງປະຊຸມໄດ້ຕົກລົງຈັດຕັ້ງຄນະກັມມະການນຶ່ງຂຶ້ນ ເພື່ອຮ່າງຣັຖທັມມະນູນ ສະບັບຊົ່ວຄາຍສຳຫລັບປະເທດລາວ ເອກກະຣາດ ພ້ອມກັນນັ້ນ ທີ່ປະຊຸມຍັງໄດ້ແຕ່ງຕັ້ງຜູ້ຕາງໜ້າສາມທ່ານຄື: ທ່ານ ບົງ ສີຣັຕຕນະໂກສິນ ທ່ານ ບຸນມີ ປັນຍາທິບ ແລະທ່ານ ມະຫາສີລາ ວິລາວົງສ໌ ເຂົ້າໄປເຝົ້າສົມເດັດເຈົ້າ ເພັຊຣາດ ທີ່ສວນໜອງເທວະດາ ຂອງ ສະເດັດເຈົ້າສຸວັນນະພົມມາ ເພື່ອກາບບັນຄົມທູນເຊີນອົງສົມເດັດຂຶ້ນເປັນຜູ້ນຳ ຂອງຂບວນການເພື່ອຈັດຕັ້ງຣັຖບານ ແຫ່ງຊາຕ ທີ່ເປັນເອກກະຣາດຂຶ້ນ

ອົງເດັດເຈົ້າມະຫາອຸປາລາດ ເພັຊຣາດ ທຣົງມີພຣະທັຍໃຝ່ຝັນ ຢາກໃຫ້ປະເທດລາວ ເປັນເອກກະຣາດ ແລະໂຮມ ລາວໃຫ້ເປັນປຶກພຽງດຽວມາແຕ່ດັນແລ້ວ ກໍ່ທຣົງເຫັນພ້ອມທຸກຢ່າງ ແຕ່ຄວາມປະສົງຂອງຂະບວນລາວເປັນລາວ ແຕ່ ກ່ອນຈະທຳຫຍັງລົງໄປ ພຣະອົງຕ້ອງຂໍພຣະບໍຣົມຣາຊານຸຍາດ ຈາກພຣະບາດສົມເດັດ ພຣະເຈົ້າມະຫາຊີວິດ ສີສວ່າງວົງສ໌ ແລະຕ້ອງໄດ້ຮັບການສນັບສນຸນເຫັນພ້ອມ ຈາກຂ້າຊການ ແລະປະຊາຊົນຢູ່ທາງພາກໄຕ້ສຽງກ່ອນ ແລະພ້ອມກັນນີ້ ສົມເດັດເຈົ້າມະຫາອຸປະລາດເພັຊຣາດ ໄດ້ກ່າວຕໍ່ຂະນຜູ້ຕ່າງໜ້າ ຂະບວນການລາວເປັນລາວ ວ່າ: ຄວາມເປັນເອກກະຣາດຂອງລາວ ຈະໝັ້ນຄົງຢູ່ໄດ້ຕ້ອງມີການຮັບຮູ້ຈາກມະຫາອຳນາດພັນທະມິດ ເປັນຕົ້ນແມ່ນ ອາເມຣິກາ ແລະອັງກິດ ຈຶ່ງຂໍແນະນຳໃຫ້ຂນະລາວເປັນລາວ ໄປສເນີໃຫ້ ທ່ານ ອຸ່ນ ຊນະນິກອນ ທ່ານ ທັມ ໄຊຍະສິດເສນາ ທ່ານ ບຸນຈັນ ອິນທະວົງສ໌ ແລະທ່ານ ຄຳໃບພິລາພັນເດດ ຕິດຕໍ່ໂດຍດ່ວນກັບນາຍທະຫານ ຜູ້ຕ່າງ ໜ້າ ສະຫະຣັຖອາເມຣິການ ເພື່ອຂໍໃຫ້ຣັຖບານ ອາເມຣິກາຮັບຮອງຣັຖບານແຫ່ງຊາຕລາວ ໃນທັນທີທີ່ຖຶກປະກາດ ອອກ ແລະນອກຈາກນັ້ນ ກໍ່ແຕ່ງໃຫ້ ທ່ານໂງ່ນ ຊນະນິກອນ ລົງໄປພົບຂ້າຊການແລະປະຊາຊົນພົລເມືອງ ໃນສີ່ແຂ ວງພາກໄຕ້ ຄື: ຄຳມ່ວນ, ສວັນນະເຂດ, ສາລະວັນ ແລະຈຳປາສັກ ເພື່ອຊາບເຖິງຈຸດໝາຍ ໃນການສ້າງຄວາມເປັນ ເອກກະຣາດ ແລະເອກກະພາບມາໃຫ້ແກ່ ອານາຈັກລາວ

ໃນເວລາເດີນທາງໄປສີ່ແຂວງພາກໄຕ້ຂອງນັ້ນ ທ່ານ ໂງ່ນ ຊນະນິກອນ ໄດ້ນຳເອົາຮ່າງຖແລງການ ຂອງສົມເດັດ ເຈົ້າເພັຊຣາດ ທີ່ມີເນື້ອນັຍໃຈຄວາມດັ່ງຕໍ່ລົງໄປນີ້ ລົງໄປແຈກຢາຍ “ ຫລາຍປີມາແລ້ວ ທີ່ພວກເຮົາລາວເໜືອ ລາວ ໄຕ້ ຢາກຮວມເຂົ້າກັນເປັນຊາຕນຶ່ງເມືອງດຽວ ແຕ່ມີເຫດການຫລາຍຢ່າງມາຂັດຂວາງ ຄວາມຕັ້ງໃຈຂອງພວກເຮົາໄວ້ ຈຶ່ງບໍ່ສຳເຣັດ ແຕ່ເວລານີ້ ໂອກາດເໝາະສົມ ມາເຖິງແລ້ວ ນັບແຕ່ມື້ນີ້ເປັນຕົ້ນໄປ ຄຳວ່າ ລາວເໜືອ ລາວໄຕ້ ນັ້ນບໍ່ມີ ອີກແລ້ວ ພວກເຮົາໄດ້ໂຮມເຂົ້າກັນເປັນຊາຕດຽວ ເປັນຊາຕລາວອັນດຽວ ເໜືອນດັ່ງທີ່ເຄີຍເປັນມາແລ້ວ ໃນສະໄໝ ເຈົ້າຟ້າງຸ່ມ ມະຫາຣາຊ ເຈົ້າໄຊເສດຖາທິຣາຊ ແລະເຈົ້າສຸຣິຍະວົງສາ ຣັຖບານແຫ່ງພຣະຣາຊອານາຈັກລາວ ຫວັງວ່າ ພີ່ນ້ອງທັງຫລາຍ ຈະຕ້ອງຮັບດ້ວຍຄວາມປິຕິຍິນດີ ໃນການປະຕິບັດຕໍ່ໄປນີ້:

1. ການໂຮມລາວ ເປັນການສ້າງປະໂຫຍດໃຫ້ແກ່ປະຊາຊົນລາວ 2) ຄວາມສຳເຣັດຂອງປະຊາຊົນລາວ ຈະມີຂຶ້ນໄດ້ ກໍ່ຕໍ່ເມື່ອຜູ້ແທນຂອງຊາດ ໄດ້ເປີດປະຊຸມຕົງມະຕິ ເປັນເອກກະສັນຮ່ວມກັນ 3) ສະພາໄດ້ພິຈາຣະນາເຫດການຕ່າງໆ ທາງການເມືອງ ເສຖກິດ ການວັດທະນາທັມ ແລະການຟື້ນຟູຊາຕ ໃຫ້ວ້າງຂວາງ 4) ພຣະຣາຊອານາຈັກລາວໄໝ່ ທີ່ສ້າງຄວາມຈະເຣີນກ້າວໜ້າ ຄຽງບ່າຄຽງໄຫລ່ ກັບເພື່ອນບ້ານຮ່ວມທະວີບ 5) ພຣະຣາຊອານາຈັກລາວ ຈະຮັກສາແລ້ວປ້ອງກັນຊິວິດ ແລະຊັບສິນຂອງຊາວຕ່າງດ້າວທຸກດ້ານ ແລະເຄົາຣົບທີ່ເຄົາຣົບນັບຖື ຫລື ຢູ່ໃນຄວາມຄຸ້ມຄອງຂອກົດໝາແຫ່ງຊາຕ 6) ພຣະຣາຊອານາຈັກລາວ ຈະຢູ່ໃດ້ດ້ວຍການເຊີດຊູ ທັງຄນະຣັຖບານທີ່ປະກອບດ້ວຍບຸຄົນທີ່ມີຄຸນນະວຸດທິ ຄວາມສາມາດ ຊຶ່ງເຄີຍເປັນຂ້າຊການມາກ່ອນ 7) ຣັຖບານລາວ ຊຶ່ງເວລານີ້ ກຳລັງຖຶກດັດແປງແລະແກ້ໄຂເປັນຣັຖບານປະສົມນັ້ນ ຈະຕັ້ງຢູ່ທີ່ນະຄອນວຽງຈັນ ພຣະຣາຊອານາຈັກລາວ ຈົ່ງຈະເຣີນ

ວຽງຈັນ ວັນທີ 23 ສິງຫາ ປີ 1945 ເຊັນນາມ: ສົມເດັດພຣະເຈົ້າມະຫາອຸປາລາດ ເພັຊຣາຊ ນາຍົກຣັຖມົນຕຣີ