ປວັດສາດລາວ ບົດທີ 12:

2007-09-07

ພ້ອມກັບການເດີນທາງໄປຍັງ 4 ແຂວງພາກໄຕ້ຂອງລາວ ເພື່ອເຜີຍແຜ່ປະກາດຖແລງ ຂອງສົມເດັດເຈົ້າມະຫາ ອຸປະຣາດ ເພັດຊະຣາດ ກ່ຽວກັບການສ້າງຄວາມເປັນເອກກະພາບຄືນໄໝ່ໃຫ້ແກ່ພຣະຣາຊອານາຈັກລາວ ຂອງທ່ານ ໂງ່ນ ຊະນະນິກອນນັ້ນ

ຄນະລາວເປັນລາວ ກໍ່ໄດ້ຕິດຕໍ່ໄປຫາທ່ານ ອຸ່ນ ຊະນະນິກອນ ຂໍໃຫ້ລາອອກຈາກຣາຊການໄທຍ໌ ມາຊ່ວຍກັນດຳເນີນ ການເພື່ອຄວາມເປັນເອກກະຣາຊຂອງລາວ ທ່ານ ອຸນ ຊະນະນິກອນ ຕອບສະໜອງທັນທີ ແລະກ່ອນຈະອອກຈາກ ປະເທດໄທຍ໌ ທ່ານ ອຸ່ນ ຊະນະນິກອນ ໄດ້ໄປພົບພັນຕຣີ ໂຣລິເດັຍ ນາຍທະຫານອາເມຣິກັນ ຜູ້ທ່ານອຸ່ນໄດ້ຊ່ວຍໃຫ້ ພົບຈາກການຈັບກຸມຂອງນາຍທະຫານຍີ່ປຸ່ນ ໃນເວລາໂດດຈ້ອງລົງທີ່ດອນສວັນ

ເພື່ອຍັ່ງທ່າທີຂອງສະຫະຣັຖ ທ່ານ ພັນຕຣີ ໂຣລິເດັຍ ໄດ້ເນາະນຳໃຫ້ທ່ານ ອຸ່ນ ຊະນະນິກອນ ຟ້າວເລັ່ງລັດຈັດຕັ້ງ ກຳລັງທະຫານລາວຂຶ້ນໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອຮັກສາຄວາມປອດພັຍ ເປັນເອກະຣາຊຂອງລາວ ສະຫະຣັຖຍິນດີ ທີ່ຈະໃຫ້ການສນັບສນຸນ ໃນດ້ານການເງິນ ແລະອາວຸດຍຸໂທປະກອນ

ດ້ວຍຄວາມໝັ້ນໃຈໃນຄຳໝັ້ນສັນຍາຂອງທ່ານ ໂຣລິເດັຍ ທ່ານ ອຸນ ຊະນະນິກອນ ກໍ່ຟ້າວເດີນທາງຂ້າມຂອງໄປສູ່ ນະຄອນວຽງຈັນ ແລ້ວເຂົ້າພົບກັບພຍາ ຄຳມ້າວ ອຸໄລ ແລະທ່ານ ຄຳພັນປັນຍາ ແລ້ວກໍ່ອອກເດີນທາງໄປຍັງ ເມືອງທ່າແຂກ ເພື່ອພົບກັບທ່ານ ໂພຂົງ ໜໍ່ສວັນ ທ່ານ ສິງຄະໂປ ຈຸນຣະມະນີ ແລະທ່ານ ແພງ ຊະນະນິກອນ

ທີ່ສວັນນະເຂດ ໄດ້ພົບກັບທ່ານ ພູມີ ໜໍ່ສວັນ ທ່ານ ເລື່ອມ ອິນສີຊຽງໄໝ່ ທ່ານ ເລື່ອນ ບຸນຍະແສງ ທ່ານ ຝັ້ນ ສີ ມຸກດາ ທ່ານ ອຸ ວໍຣະວົງສ໌, ແລະ ທີ່ເມືອງປາກເຊ ໄດ້ພົບກັບທ່ານ ກະຕ່າຍ ໂດນຊະໂສຣິດ ເພື່ອປຶກສາຫາລືກັນ ກ່ຽວກັບການກູ້ຊາດລາວ

ຫລັງຈາກທີ່ ທ່ານ ໂງ່ນ ຊະນະນິກອນ ກັບຄືນມາຈາກການໄປ 4 ແຂວງ ທາງພາກໄຕ້ ໄດ້ເຂົ້າທູນລາຣາຍງານຕໍ່ ສົມເດັດເຈົ້າມະຫາອຸປະລາດເພັດຊະຣາດໄດ້ທຣົງຊາບວ່າ ໝົດທັງ 4 ແຂວງພາກໄຕ້ຕ່າງກໍ່ມີຄວາມປາຖນາຢ່າງແຮງ ກ້າ ຢາກເຫັນພຣະຣາຊອານາຈັກລາວ ເປັນເອກກະພາບ ແລະພ້ອມແລ້ວທີ່ຈະໃຫ້ຄວາມສນັບສນຸນພຣະອົງ ໃນການ ທ້ອນໂຮມແຜ່ນດິນລາວ ໃຫ້ເປັນປຶກແຜ່ນຄືນໄໝ່

ສົມເດັດເຈົ້າມະຫາອຸປະລາດເພັດຊະຣາດມອງເຫັນວ່າ ບໍ່ຊ້າກໍ່ໄວ ພວກນັກລ່າເມືອງຂຶ້ນຝຣັ່ງເສດ ທີ່ໜີຈາກການຈັບ ກຸມຂອງທະຫານຍີ່ປຸ່ນ ຈະຊອກຫາທຸກວິທີການເພື່ອຂັດຂວາງມ້າງເພ ຄວາມເປັນເອກກະຣາຊ ເອກະພາບຂອງລາວ ເພື່ອເຮັດໃຫ້ປະເທດລາວ ກັບຄືນເປັນຫົວເມືອງຂຶ້ນຂອງຕົນອີກ

ດັ່ງນັ້ນ ໃນວັນທີ 1 ກັນຍາ ປີ 1945 ສົມເດັດເຈົ້າມະຫາອຸປະຣາດເພັດຊະຣາດ ຈຶ່ງໄດ້ທຣົງປະກາດແຈ້ງຄວາມໄປ ຍັງຂ້າຊການ ແລະທະຫານຝຣັ່ງເສດທີ່ຊ່ອງສຸມ ກຳລັງລໍຖ້າຈັງວະຢູ່ໃນຊົນນະບົດຂອງລາວ ຊາບເຖິງການປ່ຽນຂອງ ສະຖານະການໃນໂລກ ແລະການປະກາດຄວາມເປັນເອກະຣາຊຂອງລາວ ດັ່ງໄດ້ກຳນົດໃວ້ໃນຂໍ້ຕົກລົງ ຂອງມະຫາ ອຳນາດພັນທະມິດຜູ້ຊະນະສົມຄາມທີ່ກອງປະຊຸມ ໂອສດາມມ໌

ສົມເດັດເຈົ້າເພັດຊະຣາດ ກໍຫວັງວ່າຊາວຝຣັ່ງເສດ ທີ່ເປັນຊົນຊາດນຶ່ງທີ່ມີການສຶກສາສູງແລະມີຄວາມສີວິໄລຈະບໍ່ ກະທຳການໃດໆທີ່ເປັນການບໍ່ຫວັງດີທີ່ຈະເຂົ້າມາຍຸ້ງກ່ຽວໃນກິດຈະການພາຍໃນຂອງລາວອີກ. ແຕ່ໃນທັນທີ ທີ່ຊາບ ຂ່າວດັ່ງກ່າວ ທ່ານ ຫລຸຍປຣາໄຊ ຂ້າຫລວງໃຫຍ່ຂອງຝຣັ່ງເສດ ທີ່ຫາກໍ່ພົ້ນຈາກການຄຸມຂັງຂອງທະຫານຍີ່ປຸ່ນ ມາຢູ່

ໃຕ້ການດູແລເບິ່ງແຍງເປັນຢ່າງດີຈາກທາງການລາວ ບໍ່ພຽງທໍ່ໃດວັນ ກໍ່ຂໍເຂົ້າເຝົ້າເຈົ້າມະຫາອຸປາລາດເພັດຊະຣາດ ຮຽກຮ້ອງໃຫ້ສົມເດັດເຈົ້າເພັດຊະຣາດໃຫ້ເລີກລົ້ມການປະກາດຄວາມເປັນເອກກະຣາຊ ເອກກະພາບຂອງລາວ

ຝຣັ່ງເສດຈະໃຫ້ພະອົງທຣົງຣັບຖານະຕຳແໜ່ງຣາຊາສັກດັ່ງເດີມ ເມື່ອການປົກຄອງຕ່າງໆໄດ້ກັບມາຂຶ້ນກັບຝຣັ່ງເສດ ເໝືອນເດີມ ສົມເດັດເຈົ້າມະຫາອຸປະລາດເພັດຊະຣາດ ໄດ້ທຣົງຕອບວ່າ ອຳນາດການປົກຄອງອານານິຄົມຂອງຝຣັ່ງ ເສດໃນປະເທດລາວນັ້ນ ໄດ້ສູນສິ້ນໄປໝົດແລ້ວ ພ້ອມກັບການເຂົ້າມາຍຶດຄອງຂອງກອງທັບຢີ່ປຸ່ນ ເພາະສະນັ້ນ ນັບ ຕັ້ງແຕ່ມື້ນີ້ໄປ ລາວຈະປົກຄອງຕົນເອງໃນຖານະເປັນປະເທດເອກກະຣາດ ທາງທີ່ດີ ໃຫ້ນັກການປົກຄອງຝຣັ່ງເສດ ກັບບ້ານ ຖ້າຢາກຢູ່ຕໍ່ໄປ ກໍ່ຢູໃນຖານະເປັນພົນລະເມືອງ ຫລືຊາວຕ່າງປະເທດ

ເປັນຄຳຕອບທີ່ຖືກຕ້ອງແລະເປັນທັມທີ່ສຸດ ແຕ່ເປັນການເຈັບແສບ ຂອງນັກລ່າເມືອງຂຶ້ນອານານິຄົມ ທີ່ເຫັນແກ່ ຜົລປໂຍດສ່ວນຕົວເປັນໃຫຍ່ ບໍ່ຍອມເຂົ້າໃຈຫົວອົກຂອງຊາດຕ່າງໆ ທີ່ຕົກຢູ່ໃຕແອບຄອບຄອງອັນແສນໂຫດຮ້າຍ ໃຮ້ມະນຸດສະທັມຂອງນັກລ່າເມືອງຂຶ້ນອານານິຄົມ.