ປວັດສາດລາວ ບົດທີ 9:

2007-09-07

ດັ່ງທີ່ພວກເຮົາໄດ້ຮູ້ກັນມາແລ້ວວ່າ ຕລອດໄລຍະເວລາທີ່ຝຣັ່ງເສດ ເຂົ້າມາຍຶດຄອງປະເທດລາວ ຝຣັ່ງເສດບໍ່ສົນໃຈທີ່ ຈະແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ມີແຕ່ເອົາໃຈໃສ່ກອບໂກຍເອົາຊັບໃນດິນສິນໃນນ້ຳຂອງລາວ ທັງກົດຂີ່ຂູດຮີດເກັບຊ່ວຍນຳປະຊາຊົນລາວ ແລະກັກເກນເອົາໄປເປັນກຸລີຂ້າທາດ ແລະພ້ອມກັນນັ້ນ ກໍ່ເອົາ ຂ້າຣາຊການ ນາຍຊ່າງ ນາຍຄູວຽດນາມເຂົ້າມາເຮັດການໃນລາວ ທັງປະປ່ອຍໃຫ້ປະຊາຊົນວຽດນາມ ເຂົ້າມາທຳມາ ຫາກິນໃນລາວ ນັບມື້ນັບຫລາຍຂຶ້ນ

ນອກຈາກນັ້ນ ຝຣັງເສດຍັງຍົກສອງແຂວງຂອງລາວໄປໃຫ້ໄທຍ໌ອີກ ຊຶ່ງເປັນການທຳລາຍສັດທາ ທີ່ຊາວລາວຕໍ່ຝຣັ່ງ ເສດແຕ່ສະໄໝທ່ານ ໂອກູດສ໌ ປາວີ ວ່າຈະເປັນຜູ້ມາປົກປັກຮັກສາ ແລະຈະສ້າງສາພັທນາປະເທດລາວ ໃຫ້ມີຄວາມ ຈະເຣີນຮຸ່ງເຮືອງກ້າວໜ້າ ແຕ່ບໍ່ເປັນດັ່ງຄວາມໝັ້ນສັນຍາ ປະຊາຊົນລາວ ຍັງຕົກຢູ່ໃນຄວາມທຸກຍາກ ອຶດຢາກຂາດ ເຂີນການສຶກສາຮຽນຮູ້ ຈຶ່ງເກີດມີຄວາມເສັຽໃຈ ແລະຄຽດແຄ້ນໃຫ້ຝຣັ່ງເສດຜູ້ມາຢຶດຄອງ ແລ້ວລຸກຂຶ້ນຕໍ່ຕ້ານຄັ້ງແລ້ວ ຄັ້ງເລົ່າ

ຄວາມບໍ່ພໍໃຈໃຫ້ຝຣັ່ງເສດຜູ້ມາປົກຄອງ ໄດ້ແຜ່ຂຍາຍໄປທົ່ວປະເທດ ນັບຕັ້ງແຕ່ພຣະບາດສົມເດັດພຣະເຈົ້າມະຫາ ຊິວິດ ລົງໄປເຖິງບັນດາຂ້າຣາຊການ ທະຫານຕຳຣວດ ນັກຮຽນນັກສຶກສາ ຊາວໜຸ່ມ ຍຸວະຊົນ ແລະປະຊາຊົນ ພົລເມືອງລາວ ທຸກຊົນຊາຕຊົນເຜົ່າ ເປັນຕົ້ນຢູ່ນະຄອນວຽງຈັນ ຂະບວນການລາວເປັນລາວ ກໍ່ໄດ້ມີການຈັດຕັ້ງຂຶ້ນ ໂດຍນັກຮຽນນັກສຶກສາ ທີ່ໂຮງຮຽນວິທະຍາໄລປຣາວີ ທີ່ວຽງຈັນ ຜ່ານໄຕ້ການນຳພາຂອງທ່ານ ທັມ ໄຊຍະສິດເສນາ ເພື່ອທຳການກອບກູ້ເອົາຄວາມເປັນເອກະຣາຊ ມາໃຫ້ແກ່ປະເທດຊາຕບ້ານເມືອງ ແຕ່ຍ້ອນໃຈຮ້ອນ ແລະຂາດປະສົບ ປະການຂອງວັຍໜຸ່ມ ທາງການຝຣັ່ງເສດ ຈຶ່ງສືບຮູ້, ນັກສຶກສາຈຳນວນນຶ່ງຖືກຈັບກຸມ ໄປຄຸມຂັງທໍຣະມານ ສ່ວນຄນະ ຜູ້ນຳຫລາຍຄົນ ເຊັ່ນ ທ່ານ ທັມ ໄຊຍະສິດເສນາ ມະຫາສີລາ ວິລາວົງສ໌ ທ່ານ ອຸດອນ ຊນະນິກອນ ທ່ານ ບົວຈັນ ອິນທະວົງສ໌ ທ່ານ ບົງ ສີຣັຕຕະນະກຸນ ແລະທ່ານ ຄຳໃບ ພິລາພັນເດດ ໃດ້ຫລົບໜີຂ້າມຂອງໄປຍັງປະເທດໄທຍ໌ ແລະໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ໄທຍ໌ ຢູ່ແຂວງໜອງຄາຍເປັນຢ່າງດີ

ຄນະຜູ້ນຳລາວເປັນລາວ ໄດ້ໄປລີ້ໄພທາງການເມືອງຢູ່ໃນປະເທດໄທຍ໌ ໄດ້ໄປພົບ ທ່ານ ອຸ່ນ ຊນະນິກອນ ທີ່ໜີຂ້າມ ຂອງໄປຕັ້ງແຕ່ເດືອນ ທັນວາ ປີ 1940 ຍ້ອນເສັຽໃຈທີ່ຖືກຫົວໜ້າສັດຕະວະແພດຝຣັ່ງເສດໃສ່ໂທດ ດ້ວຍການສົ່ງຕົວ ໄປປະຈຳການໃນຖິ່ນກັນດານ ທີ່ຊຳເໜືອນ ໃນປີ 1933, ເມື່ອໄປສເນີຕົວຕໍ່ຣັຖບານໄທຍ໌ ທ່ານ ອຸ່ນ ຊນະນິກອນ ໄດ້ຖືກມອບໝາຍໃຫ້ໄປເປັນຜູ້ຊ່ວຍງານ ຢູ່ກົມໂຄສນາການຂອງໄທຍ໌

ເມື່ອເຫັນວ່າການປາບປາມນັກສຶກສາດັ່ງກ່າວ ໄດ້ສ້າງຄວາມຄຽດແຄ້ນເສັຽໃຈຫລາຍຍິ່ງຂື້ນ ໃນໝູ່ປະຊາຊົນພົລເມືອງ ລາວ ພວກນັກປົກຄອງລ່າເມືອງຂຶ້ນຝຣັ່ງເສດ ຈຶ່ງຫັນປ່ຽນວິທີການໄໝ່ໃນການປົກຄອງລາວ.

ມາໃນວັນທີ 9 ສິງຫາ ປີ 1941, ຜູ້ສຳເຣັດຣາຊການຝຣັ່ງເສດ ປະຈຳອິດໂດຈີນ ຈຶ່ງມາຂໍເຂົ້າເຝົ້າສົມເດັດພຣະເຈົ້າ ມະຫາຊິວິດສີສຫວ່າງວົງສ໌ ທີ່ຫລວງພຣະບາງ, ໃນການເຝົ້າຂອງຜູ້ສຳເຣັດຣາຊການຝຣັ່ງເສດປະຈຳອິນໂດຈີນຄັ້ງນີ້ ຝຣັ່ງເສດ ໄດ້ຕົກລົງໂອນເອົາແຂວງຫົວພັນ ແຂວງຊຽງຂວາງ ແລະແຂວງວຽງຈັນ ມາຂຶ້ນກັບອານາຈັກຫລວງ ພຣະບາງ ເພື່ອສ້າງຄວາມພໍພຣະທັຍໃຫ້ແກ່ພຣະບາດສົມເດັດ ເຈົ້າສີສຫວ່າງວົງສ໌ ແລະພ້ອມກັນນັ້ນ ກໍ່ເຫັນດີໃຫ້ມີ ຕຳແໜ່ງມົງກຸດຣາຊກຸມມານ ຊຶ່ງໄດ້ແກ່ສົມເດັດເຈົ້າສີສຫວ່າງ ວັດທນາ ທຳໜ້າທີ່ເປັນຣາຊເລຂາ ແລະມີຕໍ່າແໜ່ງ ມະຫາອຸປະລາດ ໄດ້ແກ່ສົມເດັດເຈົ້າເພັດຊຣາຊ ໂດຍຄວບຄຸມໄປກັບຕຳແໜ່ງນາຍົກຣັຖມົນຕຣີ

ຫໍສະມຸດຫລວງ ແຕ່ງຕັ້ງໃຫ້ເຈົ້າເສດຖາ ເປັນຣັຖມົນຕຣີກະຊວງມະຫາດໄທ ໃຫ້ທ່ານຜູຍ ປັນຍາ ເປັນຣັຖມົນຕຣີກະຊວງທັມມະການ ໃຫ້ທ່ານອຸທອງ ສຸວັນນະວົງສ໌ ເປັນຣັຖມົນຕຣີວ່າການກະຊວງການຄັງ ແລະ ສຶກສາທິການ ແລະໃຫ້ເຈົ້າສຸວັນນະຣາຊ ເປັນຣັຖມົນຕຣີໂຍທາທິການ

ນອກຈາກນັ້ນ ນັກປົກຄອງເມືອງຂຶ້ນຝຣັ່ງເສດ ຍັງໄດ້ອະນຸຍາດໃຫ້ຂ້າຣາຊການລາວ ໄດ້ແກ່ທ່ານ ບົງ ສຸວັນນະວົງສ໌ ເປັນຄູ່ໃຫ່ຽ ໃຫ້ທ່ານ ເພົ້າ ປັນຍາ ເປັນເຈົ້າແຂວງຫລວງພຣະບາງ ແລະໃຫ້ເຈົ້າສຸກ ບົວວົງ ເປັນຂ້າຣາຊການປະຈຳ ສຳນັກງານຂ້າຫລວງໃຫ່ຽຝຣັ່ງເສດ ທຳການເຂື່ອນໄຫວຟື້ນຟູນ້ຳໃຈຮັກຊາຕຂອງຊາວລາວ ດ້ວຍການອອກໜັງສືພິມ ລາວໃຫ່ຽ ແລະໃຫ້ມີການຈັດຕັ້ງອົງການຊາວໜຸ່ມ ຍຸວະຊົນລາວຂຶ້ນ ພ້ອມທັງສົ່ງເສີມໃຫ້ທ່ານ ດຣ. ທອງດີ ສູນທອນ ວິຈິດ ແລະທ່ານ ອຸຕະມະ ຈຸນຣະມະນີ ແຕ່ງເພັງປຸກໃຈຄົນລາວ ອອກເຜີຍແຜ່ຢູ່ຕາມໂຮງຮຽນຕ່າງໆທົ່ວປະເທດ ຄື: ເພັງ ຮັກຊາຕລາວ ເລີຍກາຍມາເປັນເພັງຊາຕລາວຂອງເຮົາມາທຸວັນນີ້ ເພັງລາວຮ່ວມສັມພັນ ເພັງຈຳປາເມືອງລາວ ເພັງດອກບົວທອງ ແລະເພັງເຕືອນໃຈລາວ ເປັນຕົ້ນ.