ອົງແກ້ວ ຊື່ເດີມວ່າ ນາຍມີ ເປັນບຸດຂອງພໍ່ບ້ານຈາກັມ ແຂວງສາຣະວັນ ເປັນຄົນມີຄວາມຮູ້ພໍສົມຄວນ ອາສັຍບວດ ເປັນພຣະ ໃດ້ໄປເຂົ້າໂຮງຮຽນບາລີຢູ່ບາງກອກ
ຫລັງຈາກຊິກອອກມາ ກັບຄືນສູ່ບ້ານເກີດ ໃນປີ 1900 ຖືກຝຣັ່ງເສດ ບັງຄັບໃຫ້ເສັຍຊ່ວຍ ທັງເກນໄປເປັນກຸລີຂ້າ ທາດ ຢູ່ເມືອງປາກເຊ ກໍເກີດມີຄວາມຄຽດແຄ້ນໃຫ້ຝຣັ່ງເສດຜູ້ມາປົກຄອງ. ພໍກັບຄືນສູ່ບ້ານເດີມ ກໍ່ປະກາດຕົນເປັນຜູ້ ມີບຸນ ທີ່ພຣະອິນສົ່ງລົງມາເກີດ ວ່າເປັນອົງແກ້ວ ແລະຊັກຊວນເອົາ ທິດຄຳມີ ທີ່ເຄີຍບວດນຳກັນ ພ້ອມກັບກົມມະດຳ ບຸນຕາ ທິດຫາວົງ ພົມອາສາ ນັນທະເສນ ທັມມະກະກາສາ ຫລວງວິເສດ ແລະໜື່ນວິເສດ ມາເປັນສະມັກພັກພວກ ແລ້ວຈັດຕັ້ງກອງກຳລັງຂື້ນຢູ່ພູກະແຕ ໃກ້ກັບເມືອງທ່າແຕງ ແລະປະກາດແຂງຂໍ່ຕໍ່ຝຣັງເສດ ທວງໃຫ້ຝຣັ່ງເສດ ມອບ ສີ່ແຂວງພາກໃຕ້ໃຫ້ແກ່ຕົນ ເມື່ອຖືກປະຕິເສດ ອົງແກ້ວກໍຍົກກຳລັງໄປປິດລ້ອມຄ້າຍທະຫານສີ້ວ ຢູ່ເມືອງທ່າແຕງ ພ້ອມກັນນັ້ນ ກໍ່ສົ່ງອົງທອງແລະຣາຊວົງສ໌ ຄຳອ້ວນ ໄປປຸກຣະດົມຊາວບ້ານ ຢູ່ບ້ານໜອງບົກ ໃຫ້ລຸກຂຶ້ນຕໍ່ສູ້ນຳກັນ
ຕໍ່ໜ້າສະພາບການດັ່ງກ່າວ ໃນວັນທີ 4 ມົກກະຣາ ປີ 1906 ຂ້າຫລວງໃຫຍ່ຝຣັ່ງເສດ ປະຈຳປະເທດລາວ ໄດ້ຣະດົມກຳລັງທະຫານສິ້ວ ຢູ່ແຂວງສາຣະວັນ ຈຳປາສັກ ແລະອັດຕະປື ສົມທົບກັບກຳລັງກອງໜຸນ ທີ່ມາຈາກ ຕົງແກ່ງ ຮ້ອຍຄົນ ກໍ່ເປີດສາກໂຈມຕີ ກອງກຳລັງຂອງອົງແກ້ວ ຢູ່ບ້ານໜອງບົກ ໃນວັນທີ 30 ທັນວາ ປີ 1906 ອົງທອງແລະຣາຊວົງສ໌ ຄຳອ້ວນ ຖືກຝຣັ່ງເສດຈັບໄດ້ ແລ້ວເອົາໄປປະຫານຊີວິດຢູ່ປາກເຊ ໃນເດືອນ ມິຖຸນາ ປີ 1907
ເມື່ອອົງແກ້ວຊາບຂ່າວດັ່ງກ່າວ ກໍຍົກພັກພວກອອກຈາກເມືອງທ່າແຕງ ໄປຕັ້ງຫລັກໃຫມ່ຢູ່ເທິງພູ ຫ່າງຈາກເມືອງ ທ່າແຕງປະມານ 15 ກິໂລແມັດ. ພວກກຳອຳນາດຝຣັ່ງເສດ ໃນກຳລັງປາບປາມກຳລັງຂອງອົງແກ້ວ ເປັນເວລານານ ເຖິງ ສາມປີ ແຕ່ກໍ່ບໍ່ສຳເຣັດ ເນື່ອງຈາກກອງກຳລັງຂອງອົງແກ້ວຊຳນິຊຳນານ ໃນພູມມີປະເທດ ແລະມີການເຄື່ອນ ຍ້າຍຢູ່ເລື້ອຍໆ ດັ່ງນັ້ນ, ນັກປົກຄອງຝຣັ່ງເສດ ຈຶ່ງອອກກົອຸບາຍໃຫ້ເຈົ້າເມືອງໜອງບົກ ສົ່ງຄົນໄປຕິດຕໍ່ອົງແກ້ວ ບອກວ່າ ຝຣັ່ງເສດ ຍິນດີທີ່ຈະມອບສອງແຂວງ ຄື: ແຂວງສາຣະວັນ ແລະອັດຕະປືໃຫ້ ແລະຂໍໃຫ້ເຂົ້າມາຮັບເອົາໃບ ແຕ່ງຕັ້ງຢູ່ບ້ານຈະກັມ ໃນວັນທີ 11 ພຶສພາ ປີ 1910
ອົງແກ້ວຂາດສະຕິລະວັງຕົວ ຫລົງເຊື່ອກົນອຸບາຍຂອງຝຣັ່ງເສດ ກໍ່ເລີຍສົ່ງໃຫ້ກອງກຳລັງທີ່ຕິດຕາມມານຳ ໄປຄອຍ ຖ້າຢູ່ນອກບ້ານ ແລະອົງຜູ້ຮ່ວມງານໄກ້ຊິດໄປນຳສອງຄົນ ຄື: ຊຽງຄຳ ກັບບຸນຕາ ໄປຍັງທີ່ນັດໝາຍຕາມເວລາທີ່ໄດ້ ກຳນົດໃວ້
ເມື່ອໄປເຖິງ ສາມຄົນຖືກພາຕົວເຂົ້າໄປຍັງຫ້ອງນຶ່ງ ໂດຍຫົວໜ້າທະຫານຝຣັ່ງເສດບອກວ່າ ເພື່ອໄປຖ່າຍຮູບໃວ້ເປັນ ທີ່ລະລຶກ ກ່ອນຈະໄດ້ຮັບໃບແຕ່ງຕັ້ງ ແຕ່ພໍເຂົ້າໄປ ທັງສາມຄົນຖືກທະຫານຝຣັ່ງເສດໝູ່ນຶ່ງ ທີ່ຄອຍຖ້າຢູ່ແລ້ວ ໃຊ້ ປືນຈີ້ແລະຈັບມັດສອກ ແລະພ້ອມກັນນັ້ນ ທະຫານຝຣັ່ງອີກໝວດນຶ່ງ ກໍ່ອກກໄປປົດອາວຸດ ແລະຈັບພົລພັກທັງໜົດ ທີ່ ຕິດຕາມມາອາລັກຂາອົງແກ້ວ
ມື້ເຊົ້າຂອງວັນຕໍ່ມາ ຄືໃນ ວັນທີ 12 ພຶສພາ ປີ 1910 ອົງແກ້ວແລະຊຽງຄຳ ຖືກນຳໄປປະຫານຊີວິດ ດ້ວຍດາບ ປາຍປືນ ຢູ່ແຄມຫ້ວຍນ້ຳໃສ ໃກ້ກັບເມືອງທ່າແຕງ ແລະໃນວັນທີ 31 ທັນວາ ປີ 1910 ສານຄຸໂທດ ຂອງນັກລ່າ ເມືອງຂື້ນຂອງຝຣັ່ງເສດ ຊຶ່ງແມ່ນຂ້າຫລວງຝຣັ່ງເສດປະຈຳແຂວງສາຣະວັນນັ່ງເປັນປະທານ ໄດ້ນຳເອົາຕົວຜູ້ຕ້ອງ ຫາທັງໝົດ 11 ຄົນ ທີ່ຕິດຕາມອົງແກ້ວ ອອກມາຕັດສິນຢ່າງບໍ່ມີທະນາຍຄວາມ ໃນນັ້ນມີ ຊຽງຕາ ຊຽງວັນດີ ທິດຄຳ ແລະໝື່ນວິເສດ ຖືກຕັດສິນປະຫານຊີວິດ ແລະມີສາມຄົນໃສ່ສັບປະທຸກຕລອດຊີວິດ ຢູ່ບົນເກາະ ກູໂລກອງດໍ ຄື: ທິດ ຄຳມາ ຫລວງເທບ ແລະຕຽງ ສ່ວນທີ່ຍັງເຫລືອ ຖືກຈັບຂັງຄຸກຜູ້ລະ 5 ປີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |