ປວັດສາດລາວ ບົດທີ 7:

2007-09-07

ນັບຕັ້ງແຕ່ປີເລີ້ມຕົ້ນຂອງນັກລ່າເມືອງຂຶ້ນຝຣັ່ງເສດ ເຂົ້າມາຄອບຄອງປະເທດລາວ ແມ່ນຈົງໃຈຈະເຮັດໃຫ້ ປະເທດ ລາວເປັນພາກສ່ວນນຶ່ງຂອງອານາມ, ທັງນີ້ ພວກເຮົາຈະເຫັນໄດ້ຈາກ ການຍົກເອົາແຂວງຊຽງຂວາງ ແຂວງຊຳເໜືອ ແລະດັກລັກ ໄປຂຶ້ນກັບອານາມ

ພູພຽງເມືອງພວນຖືກປ່ຽນຊື່ໃນແຜນທີ່ ໃຫ້ເປັນພູພຽງຕານິນ, ຂົນເອົາຂ້າຣາຊການນາຍຊ່າງວຽດນາມ ມາປະຕິບັດ ໜ້າທີ່ໃນລາວ ຫຼາຍກ່ວາເຈົ້າໜ້າທີ່ລາວ ແລະພ້ອມກັນນັ້ນ ກໍ່ໃຫ້ປະຊາຊົນວຽດນາມ ເຂົ້າມາທຳມາຫາກິນຢູ່ໃນ ປະເທດລາວ ນັບມື້ນັບຫລາຍຂຶ້ນ ຄື : ໃນປີ 1935 ມີປະຊາກອນວຽດນາມ ໃນປະເທດລາວ 2 ໜື່ນ 5 ພັນຄົນ

ໃນສາມປີຕໍ່ມາເພີ່ມຂຶ້ນເຖີງ 39 ພັນ 500 ຄົນ ເຮັດໃຫ້ຕົວເມືອງສຳຄັນຫລາຍແຫ່ງ ເປັນຕົ້ນ: ວຽງຈັນ ທ່າແຂກ ສວັນນະເຂດ ປາກເຊ ມີວຽດນາມຫລາຍກ່ວາລາວ ຄື: ໃນປີ 1943 ຢູ່ນະຄອນວຽງຈັນ ມີປະຊາກອນທັງໝົດ 23 ພັນຄົນ ໃນນັ້ນ ມີຄົນລາວ 9,570 ຄົນ ມີຄົນຈີນ 900 ຄົນ ມີຄົນອິນເດັຍ 50 ຄົນ, ສ່ວນວຽດນາມ ມີເຖີງ 12,400 ຄົນ ມາຕັ້ງຮ້ານຄ້າແລະບ້ານເຮືອນ ຢູ່ເລາະໄປຕາມຖນົນເສດຖາທິຣາຊ ແລະຄຸ້ມຄູວຽງ ຕັ້ງແຕ່ຄຸ້ມວັດຈັນ ໄປເຖິງທາດຂາວ ຈົນຊາວເມືອງວຽງຈັນພາກັນເວົ້າວ່າ “ບ້ານແກວ”

ໃນປີດຽວກັນນີ້, ຢູ່ສວັນນະເຂດ ມີປະຊາກອນລາວ 1800 ຄົນ ແຕ່ມີຄົນວຽດນາມມາຢູ່ເຖິງ 4 ພັນຄົນ, ຈຸດປະສົງ ຂອງນັກລ່າເມືອງຂຶ້ນຝຣັ່ງເສດ ທີ່ມີຕໍ່ປະເທດລາວຕໍ່ຄົນລາວ ຜັດກົງກັບເຈດຕະນາຂອງພັກຄອມມູນິສ ອິນໂດຈີນ ທີ່ ໂຮ່ຈິມິນ ຕັ້ງຂຶ້ນ ໃນວັນທີ 31 ກຸມພາ ປີ 1930 ທີ່ຣ່ອງກົ້ງ. ແຕ່ຈຸດມຸ້ງໝາຍຂອງຄຳວ່າ ອິນໂດຈີນ ຂອງໂຮ່ຈິມິນ ນັ້ນ, ບໍ່ສະເພາະແຕ່ອິນໂດຈີນເທົ່ານັ້ນ ແຕ່ມຸ້ງໝາຍໄປເຖິງບັນດາປະເທດ ທີ່ຕັ້ງຢູ່ຣະຫວ່າງອິນເດັຍ ກັບປະເທດຈີນ

ຫລັງຈາກຈັດຕັ້ງ ຄອມມູນິສອິນໂດຈີນຂຶ້ນໄດ້ເດືອນກ່ວາ, ມາໃນເດືອນເມສາ ປີ 1930, ໂຮ່ຈິມິນ ໄດ້ເດີນທາງຜ່ານ ເມືອງທ່າແຂກ ໄປເຖິງນະຄອນພຣະນົມຂອງປະເທດໄທຍ໌ ເພື່ອຈັດຕັ້ງໜ່ວຍໄຕ້ດິນຂຶ້ນ ດ້ວຍການຊັກດຶງເອົາສະມາ- ຊິກ ຈາກການຈັດຕັ້ງຕ່າງໆຂອງວຽດນາມ ເຊັ່ນ: ພັກກວດເຢັນດ່າງ, ພັກກູ້ຊາດ, ພັກປະຕິວັດວຽດນາມໄຫມ່ ແລະ ຂະບວນການຊາວໜຸ່ມແນວໜ້າ ແລະພັກອື່ນໆເຂົ້າຮ່ວມ

ທາງການໄທຍ໌ຄົງຈະຊາບດີ ກ່ຽວກັບເລື່ອງນີ້ ແຕ່ເຊື່ອວ່າ ເປົ້າໝາຍສຳຄັນແມ່ນແນ່ໃສ່ຕໍ່ຕ້ານຝຣັ່ງເສດ ຜູ້ເປັນຄູ່ອາລິ ຈຶ່ງເຮັດຫູໄປນາ-ຕາໄປໄຮ່ ປ່ອຍໃຫ້ວຽດນາມຄອມມູນິສເຄືອນໄຫວ ໄປຕາມຫົວເມືອງຕ່າງໆ ເປັນຕົ້ນ: ຢູ່ພິຈິດ ເລີຍ ໜອງຄາຍ ທ່າບໍ່ ບ້ານໜອງຫານ ສະກົນນະຄອນ ທ່າ ອຸເທນ ນາແກ ສີສະເກດ ກາຣະສິນ ເຂັມມະຣາຊ ອຳເພີບຶງ ການ ສີຊຽງໄຫມ່ ແລະບ້ານປາກນ້ຳໂພ

ກ່ຽວກັບປະເທດລາວ, ເປົ້າໝາຍສຳຄັນຂອງໜ່ວຍໄຕ້ດິນ ຂອງພັກຄອມມູນິສ ອິນໂດຈີນ ແມ່ກຳມະກອນວຽດນາມ 3000 ຄົນ ທີ່ທຳງານຢູ່ບໍ່ກົ່ວ ໂພນຕີ້ວ ແລະບໍ່ແໜງ ແລະຕໍ່ຈາກນັ້ນ ກໍ່ແມ່ນຊູມຊົນວຽດນາມ ຢູ່ສວັນນະເຂດ ແລະ ວຽງຈັນ ໃນວັນທີ 19 ເມສາ ປີ 1931 ເຈົ້າໜ້າທີ່ຝຣັ່ງເສດ ໄດ້ຈັບກຸມພະນັກງານຂອງ ຄອມມູນິສ ໄຕ້ດິນ ທີ່ ເດີນທາງຈາກກວາງຕຣີ້, ມາຈາກສວັນນະເຂດ ພ້ອມເອກກະສານຫລາຍຊນິດ

ໃນເດືອນຕຸລາ ປີ 1932, ໜ່ວຍແລກຂອງພັກຄອມມູນິສ ອິນໂດຈີນ ໄດ້ຈັດຕັ້ງຢູ່ສວັນນະເຂດ ມາໃນປີ 1933 ກໍ່ຈັດ ຕັ້ງຂຶ້ນອີກສາມໜ່ວຍ ທີ່ບໍ່ໂພນຕິ້ວ ແລະອີກໜ່ວຍນຶ່ງທີ່ວຽງຈັນ

ໃນເດືອນພຶສຈິກາ ປີ 1933 ພັກຄອມມູນິສ ອິໂດຈີນ ສາຂາປະເທດລາວແລະໄທຍ໌ ໄດ້ປະຊຸມກັນເປັນຄັ້ງແລກ ຢູ່ ນະຄອນພຣະນົມ ປະເທດໄທຍ໌ ພາຍໄຕ້ການເປັນປະທານຂອງ ເລຫົງຟົງ

ໃນວັນທີ 16 ມິຖຸນາ ປີ 1934 ສູນກາງພັກຄອມມູນິສ ອິນໂດຈີນ ໄດ້ສັ່ງດ່ວນມາຍັງໜ່ວຍພັກໄຕ້ດິນແຄມຂອງ ຕ້ອງເອົາໃຈໃສ່ເປັນພິເສດ ໃນການໂຄສະນາພັກດຶງເອົາຄົນລາວ ເຂົ້າມາເປັນສະມາຊິກ, ໃນທີ່ສຸດ ກໍ່ໄດ້ມະຫາຄຳ ແສນ, ມະຫາຄຳແສນ ບວດເປັນຈົວຢູ່ວັດນະຄອນພຣະນົມ, ບັງເອີນເວລາເດີນຜ່ານໄປນະຄອນພຣະນົມຂອງໂຮ່ຈິມິນ ໄດ້ໄປອາສັຍວັດເປັນທີ່ພັກ ຈົວຄຳແສນເຊື່ອງເອົາເຂົ້າກົ້ນບາດ ມາໃຫ້ໂຮ່ຈິມິນກິນ

ໃນເດືອນກຸມພາ ປີ 1935 ສາຂາໃຕ້ດິນຂອງພັກຄອມມູນິສ ອິນໂດຈີນ ໄດ້ເປີດປະຊຸມກັນທີ່ບ້ານໜອງບົວ ໂດຍມີຜູ້ ຕ່າງໜ້າຂອງພັກສະຫະຊີບໄທຍ໌ ເຂົ້າຮ່ວມນຳ. ກອງປະຊຸມເຫັນວ່າຕ້ອງມີການເຄື່ອນໄຫວໃດນຶ່ງ ຈຶ່ງຈະດຶງດູດເອົາ ສະມາຊິກໄຫມ່ເຂົ້າມາເພີ່ມໄດ້ ຈຶ່ງຕົກລົງຢຸດງານຂອງກັມມະກອນ ໂຮງໄຟຟ້າ ຫົງກາຟ່າ ທີ່ວຽງຈັນ ແລະບໍ່ກົ່ວ ທີ່ບໍ່ແໜ່ງ ແລະໂພນຕິ້ວ

ປີ 1936, ການນັດຢຸດງານຄັ້ງນີ້ຂອງຄອມມູນິສໃຕ້ດິນ ຖຶກຝຣັ່ງເສດປາບປາມຄັ້ງໃຫຍ່ ສະມາຊິກໜ່ວຍໃຕ້ດິນຢູ່ໃນ ປະເທດລາວ 76 ຄົນ ຖຶກຈັບກຸມຄຸມຂັງ, ຕໍ່ມາ ໃນການປະຊຸມກັນ ໜ່ວຍໃຕ້ດິນຂອງພັກຄອມມູນິສ ທີ່ບ້ານນາແກ ແຂວງນະຄອນພຣະນົມ ແຫ່ງປະເທດໄທຍ໌, ຄນະກັມມະການສູນກາງສະຫະຊີບໄທຍ໌ ໄດ້ຕັດສິນໃຈແຍກຕົວອອກ ຈາກ ການຕິດຕໍ່ພົວພັນກັບຄອມມູນິສ ອິນໂດຈີນ ແລ້ວໄປພົວພັນກັບພັກຄອມມູນິສຈີນ.