ສະເດັດເຈົ້າສຸພານຸວົງສ໌ ທຣົງປະສູດເມື່ອວັນທີ 13 ກໍຣະກະດາ ປີ 1909 ເປັນພຣະອານຸຊາຕ່າງມານດາຂອງສົມ ເດັດເຈົ້າເພັຊຣາດ ແລະເປັນຣາຊບຸດຂອງສົມເດັດເຈົ້າມະຫາອຸປະລາດ ບຸນຄົງ ແລະມ່ອມ ຄຳອ້ວນ
ຫລັງຈາກຮຽນຈົບຊັ້ນປະຖົມທີ່ຫລວງພຣະບາງ ສະເດັດເຈົ້າສຸພານຸວົງສ໌ ໄດ້ໄປສຶກສາຕໍ່ມັທຍົມ ທີ່ຮ້າໂນ້ຍ ໃນປີ 1920 ແລະມະຫາວິທຍາໄບປາຣີ ໃນປີ 1931 ຮຽນຈົບວິຊາວິຊະວະກອນສະພານແລະຄອງ, ແລະໄດ້ກັບຄືນ ປະເທດໃນປີ 1937. ຝຣັ່ງເສດໄດ້ແຕ່ງຕັ້ງໃຫ້ເປັນຫົວໜ້າການເທັກນິກ ທີ່ເມືອງຢາຕ່າງ ໃນປີ 1939 ແລະຍ້າຍມາ ປະຈຳການຢູ່ເມືອງພືນແຂວງສວັນນະເຂດ ຄວບຄຸມການສ້າງຂົວຕາດໄຮ່ ຂອງເຊບັ້ງຫຽງ ເມື່ອກໍ່ສ້າງຂົວຕາດໄຮ່ສຳ ເຣັດ ກໍຖືກຍ້າຍໄປຢູ່ໂດເຣື້ອງ ເພື່ອສ້າງເຄື່ອນສ້າງແມ່ນ້ຳສົງກາ ແລະຣະບົບຊົລປະທານ ໄປຍັງເມືອງຕ່າງໆຂອງ ແຂວງນີອາງ
ສົມເດັດເຈົ້າເພັຊຣາດ ທຣົງມອງເຫັນພາລະອັນໜັກໜ່ວງ ທີ່ພຣະອົງທຣົງຮັບຜິດຊອບ ໃນການນຳພາປະເທດຊາດໄປ ສູ່ຄວາມເປັນເອກກະຣາດ ແລະຄວາມສົມບູນພູນສຸຂ ຈຶ່ງຈຳເປັນຕ້ອງມີບຸກຄົນທີ່ມີຄວາມສາມາດ ແລະໄວ້ເນື້ອເຊື່ອໃຈ ມາຊ່ວຍ ຈຶ່ງໂທຣະເລກດ່ວນໄປໃຫ້ສະເດັດເຈົ້າສຸພານຸວົງສ໌ ກັບຄືນປະເທດດ່ວນ ໃນວັນທີ 16 ສິງຫາ ປີ 1945
ໂຮຈິມິນ ຜູ້ນຳຂະບວນການວຽດມິນ ໄດ້ຈັດຕັ້ງຣັຖບານຊົ່ວຄາວຂື້ນ ແລະກຽມການຍຶດອຳນາດການປົກຄອງ ຈຶ່ງສັ່ງ ໃຫ້ບຸກຄົນສຳຄັນຕ່າງໆ ທີ່ມີການພົວພັນກັບວຽດມິນ ເດີນທາງໄປຮ່ວມປະຊຸມກັນທີ່ຮ້າໂນ້ຍ ໃນນັ້ນມີ 2 ຄົນ ຄື: ຕຣວນຕຣອງຈິ້ນ ເລວັນຫຽນ ທີ່ເຄີຍຮູ້ຈັກຮັກແກ່ນກັບສະເດັດເຈົ້າສຸພານຸວົງສ໌ ຈຶ່ງຊວນໄປນຳ ນີ້ເປັນຄັ້ງແລກທີ່ ສະເດັດເຈົ້າສຸພານຸວົງສ໌ ໄດ້ພົບກັບໂຮຈິ້ມິນ
ກ່ອນອອກເດີນທາງຈາກຮ້າໂນ້ຍ ໂຮຈິ້ມິນ ໄດ້ແນະນຳໃຫ້ເຈົ້າສຸພານຸວົງສ໌ ໄປພົບຄະນະກັມມະການຕໍ່ຕ້ານພາກກາງ ຂອງວຽດນາມ ທີ່ເມືອງເວ້. ກໍພໍດີໄດ້ຮັບໂທຣະເລກຂອງສົມເດັດເຈົ້າເພັຊຣາດ ດ້ວຍວ່າ ຖນົນເລກທີ 9 ແຕ່ດົງຮ່າ ໄປຫາສວັນນະເຂດ ອາດບໍ່ມີຄວາມປອດພັຍ, ສະນັ້ນ ຄະນະກັມມະການຕໍ່ຕ້ານພາກກາງຂອງວຽດນາມ ຈຶ່ງສເນີໃຫ້ ພຣະຊາຍາຂອງສະເດັດເຈົ້າສຸພານຸວົ່ງສ໌ ທີ່ເປັນຊາວວຽດນາມ ແລະມີຊື່ວ່າ ຫຽນທີກິນນາມ ພັກຢູ່ເມືອງເວ້ເປັນການ ຊົ່ວຄາວ ສ່ວນສະເດັດເຈົ້າສຸພານຸວົງສ໌ນັ້ນ ທາງການວຽດມິນ ໄດ້ຈັດທະຫານອາລັກຂາໃຫ້ນຶ່ງໝວດ ໂດຍແມ່ນຫຽນ ວັນແຈ່ງ ເປັນຫົວໜ້າ
ສະເດັດເຈົ້າສຸພານຸວົງສ໌ ໄດ້ສະເດັດອອກຈາກເມືອງເວ້ ໃນວັນທີ 31 ສິງຫາ ປີ 1945 ຜ່ານດົ່ງຮ່າ ໄປເຖິງເມືອງ ເຊໂປນ ໄດ້ຮັບການຕ້ອນຮັບຈາກທ່ານ ໂອຄຳ ອານຸຣັກ ຜູ້ບັນຊາການທະຫານລາວອິສຣະ ປະຈຳສາຍທາງເລກທີ 9 ປະຈຳເມືອງເຊໂປນເປັຍຢ່າງດີ ແລະພ້ອມກັນນັ້ນ ທ່ານ ອຸ່ນ ຊນະນິກອນ ຜູ້ບັງຊາການທະຫານລາວອິສຣະ ທີ່ ສວັນນະເຂດ ໄດ້ທຣົງ ທ່ານ ພູມມີ ໜໍ່ສວັນ ຜູ້ບັນຊາການ ພ້ອມດ້ວນທະຫານນຶ່ງໜວດ ມາລໍຮັບສະເດັດເຈົ້າສຸພາ ນຸວົງສ໌ ທີ່ເມືອງພືນ ໄປອາລັກຂາໄປເຖິງສວັນນະເຂດ ໃນວັນທີ 8 ກັນນຍາ ປີ 1945
ເມື່ອໄປເຖິງສວັນນນະເຂດ ສະເດັດເຈົ້າສຸພານຸວົງສ໌ ກໍ່ໄດ້ຮັບການຕ້ອນຮັບຈາກ ທ່ານ ອຸ່ນ ຊນະນິກອນ ດ້ວຍ ການຈັດບ້ານພັກຫລັງໃຫ່ຽທີ່ສຸດ ໃຫ້ເປັນທີ່ປະທັບຢ່າງສົມກຽດ. ດ້ວຍວ່າ ສະເດັດເຈົ້າສຸພານຸວົງສ໌ ກັບທ່ານ ອຸ່ນ ຊນະນິກອນ ເຄີຍເປັນນັກຮຽນມາດ້ວຍກັນ ຈຶ່ງເປັນການສະດວກສະບາຍໃນການໂອ້ລົມ ແລະແລກປ່ຽນຄວາມຄິດ ຄວາມເຫັນຢ່າງເປັນກັນເອງ, ແຕ່ທ່ານອຸ່ນ ຊນະນິກອນ ຮູ້ສຶກປະລາດໃຈ ເມື່ອໄດ້ຍິນຄຳບອກເລົ່າຈາກສະເດັດເຈົ້າ ສຸພານຸວົງສ໌ ວ່າ: ໃນຈຳນວນທະຫານວຽດນາມ 20 ກ່ວາຄົນ ທີ່ຕິດຕາມມານຳນັ້ນ ມີ 16 ຄົນ ເປັນທີ່ປຶກສາດ້ານ ເສນາທິການ ຈຶ່ງເກີດມີຄຳຖາມຂຶ້ນໃນໃນວ່າ: “ເປັນຫຍັງສະເດັດເຈົ້າສຸພານຸວົງສ໌ ຈຶ່ງຕ້ອງເອົາທີ່ປຶກສາທາງທະຫານ ຂອງວຽດນາມ ມາຫລາຍຄົນ ໃນເມື່ອຂະບວນການລາວອິສຣະ ຕົກລົງໃຫ້ສະເດັດເຈົ້າສຸພານຸວົງສ໌ ເປັນຣັຖມົນຕຣີ ຄົມມະນາຄົມ ທ່ານ ສິງ ຣັຕຕະນະສມັຍ ເປັນຣັຖມົນຕຣີວ່າການປ້ອງກັນປະເທດ ແລະ ທ່ານ ອຸ່ນ ຊນະນິກອນ ເປັນຜູ້ບັນຊາການສູງສຸດ”
ທ່ານ ອຸ່ນ ຊນະນິກອນ ຍິ່ງປລາດໃຈຫລາຍຂື້ນ ເມື່ອໄປຂໍພົບສະເດັດເຈົ້າສຸພານຸວົງສ໌ ໃນວັນຕໍ່ມາ ທະຫານວຽດນາມ ຂັດຂວາງບໍ່ໃຫ້ເຂົ້າພົບ ທັງປະພຶດບໍ່ສຸພາບຕໍ່ເຈົ້າພາບອີກ ຈົນ ທ່ານ ອຸ່ນ ຊນະນິກອນ ບໍ່ພໍໃຈ ຈຶ່ງສັ່ງໃຫ້ກອງ ທະຫານມາປິດລ້ອມ ທີ່ປະທັບຂອງສະເດັດເຈົ້າສຸພານຸວົງສ໌ ຫລາຍຊົ່ວໂມງ. ສະເດັດເຈົ້າສຸພານຸວົງສ໌ ຈຶ່ງແຕ່ງຄົນ ອອກມາເຊີນ ທ່ານ ອຸ່ນ ຊນະນິກອນ ແລະ ທ່ານ ພູມມີ ໜໍ່ສວັນ ເຂົ້າພົບ
ຫລັງຈາກພັກເຊົາຢູ່ສວັນນນະເຂດ ເປັນເວລາ 6 ສັບປະດາກ່ວາ ສະເດັດເຈົ້າສຸພານຸວົງສ໌ ພ້ອມດ້ວຍນາຍທະຫານ ວຽດນາມ ຈຶ່ງອອກເດີນທາງໄປຮອດວຽງຈັນ ໃນວັນທີ 29 ຕຸລາ ປີ 1945, ໝາຍຄວາມວ່າ ສອງສັບປະດາ ຫລັງ ຈາກຣັຖບານ ແລະສະພາຂອງລາວອິສຣະຕັ້ງຂຶ້ນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |