ປະຫວັດສາດລາວ ບົດທີ: 17

2007-09-07

ກອງປະຊຸມສະພາຫລວງປະຊາຊົນລາວ ທີ່ມີພາຣະໜ້າທີ່ເປັນສະພານິທິບັນຍັດຊົ່ວຄາວ ໄດ້ເປີດຂຶ້ນຢູ່ທີ່ຫໍຄຳ ນະຄອນວຽງຈັນ ໃນຕອນເຊົ້າຂອງວັນທີ 17 ກັນຍາ ປີ 1945 ດ້ວຍການເຂົ້າຮ່ວມຂອງຄະນະຜູ້ຕາງໜ້າຂອງ ຂະບວນການລາວອິສຣະ ຂ້າຣາຊການ ຊາວໜຸ່ມ ນັກສຶກສາ ພໍ່ຄ້າຊາວຂາຍ ພໍ່ໄຮ່ຊາວນາ ຮວມທັງໜົດ 45 ທ່ານ

ຫລັງຈາກໄດ້ຕົກລົງເລືອກເອົາ ທ່ານ ພູນ ພິລາວັນ ເປັນປະທານ, ທ່ານ ຄຳໃບ ພິລາພັນເດດ ເປັນຮອງປະທານ ແລ້ວ, ກອງປະຊຸມໄດ້ຄັດເລືອກເອົາຄະນະກັມມະການແຫ່ງຊາຕ ປະກອບດ້ວຍຜູ້ຕ່າງໜ້າຈາກແຂວງຕ່າງໆ 15 ທ່ານ ໃນນັ້ນມີ ທ່ານ ຜາຍ ຊນະນິກອນ, ທ່ານ ອຸດອນ ຊນະນິກອນ, ທ່ານ ຈັນຝາວ ວັນທານຸວົງສ໌, ທ່ານ ບົງ ທ່ານ ສີວຽງໄຊ, ທ່ານ ຄຳໃບ ພິລາພັນເດດ, ທ່ານ ບົວຈັນ ອິນທະວົງສ໌, ທ່ານ ມະຫາສີລາ ມິລາວົງສ໌ ແລະ ທ່ານອື່ນໆ

ກ່ຽວກັບການຈັດຕັ້ງຄະນະຣັຖບານລາວອິສຣະນັ້ນ ເພື່ອໃຫ້ເຫັນເຖິງຄວາມເປັນປະຊາທິປະໄຕ. ສົມເດັດເຈົ້າເພັຊຣາດ ໄດ້ສເນີຊື່ບຸກຄົນສຳຄັນສອງທ່ານ ໃຫ້ກອງປະຊຸມລົງມັດຕິເລືອກເອົາຜູ້ນຶ່ງເປັນນາຍຍົກຣັຖມົນຕຣີ ຄື: ພຍາ ຄຳມ້າວ ວິໄລ ແລະ ທ່ານ ກະຕ່າຍ ໂດນສະໂສລິດ

ສຽງສ່ວນຫລາຍໃນທີ່ປະຊຸມ ໄດ້ເລືອກເອົາພະຍາ ຄຳມ້າວ ວິໄລ ເປັນນາຍົກຣັຖມົນຕຣີ ແລະຫລັງຈາກໄດ້ຮັບເລືອກ ພະຍາຄຳມ້າວ ວິໄລ ກໍໄດ້ປະກອບຄະນະຣັຖບານລາວອິສຣະຂຶ້ນ ອັນໄດ້ແກ່: 1. ພຍາ ຄຳມ້າວ ວິໄລ ນາຍົກຣັຖມົນຕຣີ ແລະຣັຖມົນຕຣີວ່າການຕ່າງປະເທດ 2. ທ່ານ ກະຕ່າຍ ໂດນສະໂສລິດ ຣັຖມົນຕຣີວ່າການຄັງ 3. ສະເດັດເຈົ້າສຸວັນນະພູມມາ ຣັຖມົນຕຣີວ່າການໂຍທາທິການ, 4. ທ່ານ ຫຍູຍ ອະໄພ ຣັຖມົນຕຣີວ່າການສຶກສາທິການ 5. ເຈົ້າສົມສະນິດ ຣັຖມົນຕຣີວ່າການຍຸຕິທັມ 6. ສະເດັດເຈົ້າສຸພານຸວົງສ໌ ຣັຖມົນຕຣີວ່າການຄົມມະນາຄົມ 7. ທ່ານ ສິງ ຣັຕຕະນະສະໄໝ ຣັຖມົນຕຣີປ້ອງກັນປະເທດ 8. ທ່ານ ອຸ່ນ ຊນະນິກອນ ຣັຖມົນຕຣີກະສິກັມ 9. ພຍາ ອຸ່ນເຮືອນ ນໍຣະສິງ ຣັຖມົນຕຣີຊ່ວຍວ່າການຕ່າງປະເທດ 10. ທ່ານ ເກື່ອງ ປະທຸມມະຊາດ ຣັຖມົນຕຣີຊ່ວຍວ່າການກະສິກັມ

ອີກຄັ້ງນຶ່ງ ເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພຣະຣາຊບັງລັງຫລວງພຣະບາງ ກ່ອນປະກາດຣາຍຊື່ຄະນະຣັຖບານ ລາວອິສຣະ ໃນວັນທີ 5 ຕຸລາ ປີ 1945 ພຍາ ຄຳມ້າວ ວິໄລ ໃນຖານະນາຍົກຣັຖມົນຕຣີ ໄດ້ສົ່ງໂທຣະເລກດ່ວນ ໄປຖວາຍພຣະບາດສົມເດັດພຣະເຈົ້າມະຫາຊິວິດ ສີສວ່າງວັງສ໌ ຂໍໃຫ້ພຣະອົງທຣົງຮັບເອົາຄະນະຣັຖບານລາວອິສຣະ ເປັນຣັຖລານຂອງພຣະອົງດ້ວຍວ່າ ເປັນບັນຫາອັນຮີບດ່ວນ ກ່ຽວກັບການເປັນການຕາຍຂອງປະເທດຊາຕບ້ານເມືອງ ພຍາ ຄຳມ້າວ ວິໄລ ນາຍົກຣັຖມົນຕຣີ ຈຶ່ງຮ້ອງຂໍຕໍ່ພຣະບາດສົມເດັດພຣະເຈົ້າມະຫາຊິວິດ ສີສວ່າງວົງສ໌ ທຣົງຕັດ ສິນພທັຍພາຍໃນເວລາ 24 ຊົ່ວໂມງ. ແຕ່ 48 ຊົ່ວໂມງຜ່ານໄປ ກໍ່ຍັງບໍ່ມີຄຳຕອບໃດໆຈາກພຣາຊວັງຫລວງຣະບາງ

ເມື່ອເປັນດັ່ງນັ້ນ, ວັນທີ 7 ຕຸລາ ປີ 1945, ພຍາ ຄຳມ້າວ ວິໄລ ກໍໄດ້ນຳເອົາຣາຍຊື່ຣັຖມົນຕຣີໃນຄະນະຣັຖບານ ອອກມາອ່ານ ພ້ອມກັນນັ້ນ ທ່ານ ບົງ ສຸວັນນະວົງສ໌ ກໍໄດ້ນຳເອົາຮ່າງຣັຖທັມມະນູນ ແລະແບບທຸງຊາຕລາວອອກມາ ສເນີຕໍ່ຝຸງຊົນທີ່ມາຊຸມນຸມກັນລໍຖ້າຟັງຂ່າວຢ່າງໜາແໜ້ນ ທີ່ສນາມຫໍຄຳ ກ່ອນທີ່ຈະນຳເຂົ້າສູ່ສະພາຫລວງ ເພື່ອລົງ ມະຕິຮັບຮອງເອົາ

ສອງວັນຜ່ານໄປ ແຕ່ການຊຸມນຸມຊົນຂອງນັກຮຽນນັກສຶກສາ ຊາວໜຸ່ມຍຸວະຊົນ ພໍ່ຄ້າຊາວຂາຍ ແລະປະຊາຊົນກໍຍັງບໍ່ ຍອມເລີກ ໂດຍສະເພາະໃນວັນທີ 10 ຕຸລາ ປີ 1945. ປະຊາຊົນບ້ານອ້ອມແອ້ມນະຄອນວຽງຈັນຫລາຍພັນຄົນ ໄດ້ ຫລັ່ງໄຫຼເຂົ້າສູ່ສນາມຫໍຄຳ ແລະສນາມຫໍພັກຂອງສເດັດເຈົ້າເພັຊຣາດ ເໜືອດັ່ງສາຍນ້ຳລຳທານໄຫຼເຂົ້າເວີນວັງອັນ ກ້ວາງໃຫ່ຽ ສເນີໃຫ້ຣັຖບານລາວອິສຣະປະກາດຄວາມເປັນເອກກະຣາດຂອງລາວໂດຍດ່ວນ ທັງຮຽກຮ້ອງໃຫ້ ພຣະບາດສົມເດັດພຣະເຈົ້າມະຫາຊິວິດສີສວ່າງວົງສ໌ ລາອອກຈາກບັງລັງຢ່າງເປັນຂະບວນຝົດເຟື້ອນ ແຕ່ກໍຍັງບໍ່ໄດ້ ຮັບຄຳຊີ້ແຈງໃດໆ ຈາກພຣະບໍຣົມມະຫາຣາຊວັງ. ສົມເດັດເຈົ້າເພັຊຣາດ ແລະຄະນະຣັຖບານລາວອິສຣະ ຈຶ່ງຕັດສິນ ໃຈທຳພິທີປະກາດຄວາມເປັນເອກກະຣາດຂອງລາວໃຫ້ໂລກຊາບເປັນທາງການ ໃນວັນທີ 12 ຕຸລາ ປີ 1945 ເພື່ອ ຜົລປະໂຍດອັນຍິ່ງໃຫ່ຽຂອງປະເທດຊາດ

ໃນທີ່ສຸດ ມາໃນວັນທີ 10 ພຶສພາ ປີ 1945 ພຣະບາດສົມເດັດພຣະເຈົ້າມະຫາຊິວິດສີສວ່າງວົງສ໌ ທຣົງສົ່ງສົມເດັດ ອົງມົງກຸສຣາຊກຸມມານ ເຈົ້າຟ້າຊາຍວົງສວ່າງ ວັດທນາ ອອກມາພົບຜູ້ຕ່າງໜ້າຣັຖບານລາວອິສຣະ ແລະມະຫາຊົນ ທີ່ອ້ອມພຣະຣາຊວັງ ເພື່ອແຈ້ງໃຫ້ຊາບວ່າ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ ທຣົງຕົກລົງຕອບ ສນອງຄວາມຮຽກຮ້ອງຕ້ອງການຂອງຣັຖບານ ແລະປະຊາຊົນ ຍິນດີຢູ່ໃຕ້ອະທິປະໄຕຂອງປະຊາຊົນ ເພື່ອຄວາມຈະ ເຣີນຮຸ່ງເຮືອງຂອງບ້ານເມືອງ.