ປະຫວັດສາດລາວ ບົດທີ: 18

2007-09-07

ຕອນເຊົ້າຂອງວັນທີ 12 ຕຸລາ ປີ 1945, ທີ່ນະຄອນຫລວງວຽງຈັນ ທ້ອງຟ້າແຈ່ມໃສ ນັກຮຽນນັກສຶກສາ ຊາວໜຸ່ມ ຍຸວະຊົນ ຍຸວະນາຣີ ຂ້າຣາຊການ ທະຫານລາວອິສຣະທີ່ຫາກໍ່ສ້າງຕ້າງຂຶ້ນໄໝ່ ພໍຄ້າຊາວຂາຍ ແລະປະຊາຊົນ ພົລເມືອງ ທຸກເພດທຸກວັຍ ນັບເປັນພັນໆຄົນ

ຜູ້ໃດກໍ່ນຸ່ງຊຸດໄໝ່ງາມຕາ ໃບໜ້າຍິ້ມແຍ້ມແຈ່ມໃສ ມືຖືທຸງຊາດສາມສີ ແຫ່ງຄວາມເປັນເອກກະພາບ ເອກກະຣາດ ຂອງຊາດລາວ ສອງຂອບສີແດງ ພື້ນສີຟ້າ ພາຍໃນມີວົງເດືອນເຕັມດວງ ພ້ອມດ້ວຍປ້າຍຄຳຂັວນ “ປະເທດລາວ ເອກກະພາບ ເອກກະຣາດ ເຂັ້ມແຂງ” “ສົມເດັດເຈົ້າເພັຊຣາດ ອົງພຣະປະມຸກໝັ້ນຍືນ” ໄດ້ພາກັນຫລັ່ງໄຫລໄປຕາມ ເສັ້ນທາງຕ່າງໆ ເພື່ອໄປເຕົ້າໂຮມກັນທີ່ສນາມຫໍຄຳ ແລະເດີ່ນວັດກາງ ເໝືອດັ່ງສາຍນ້ຳລຳທານໄຫລເຂົ້າສູ່ເວີນວັງອັນ ກ້ວາງໃຫຍ່ ເບິ່ງແລ້ວບໍ່ຕ່າງຫຍັງກັບ ສວນອຸທິຍານ ທີ່ເຕັມໄປດ້ວຍດອກໄມ້ຫລາຍອັນພັນສີ ຕ້ອງຮັບແສງອາຣຸນ ຂອງຣະດູບານໄໝ່ແຫ່ງຄວາມເປັນເອກ-ກະພາບ ເອກກະຣາດຂອງຊາດລາວ

ທຸງຊາດສາມສີຖືກອັນເຊີນຂຶ້ນສູ່ຍອດເສົາສູງ ຕໍ່ໜ້າຫໍຄຳ ປິວສະບັດຢູ່ພາຍໃຕ້ທ້ອງຟ້າສີຄາມ ຂອງຜືນແຜ່ນດິນຢ່າງ ແສນຮັກຢ່າງສງ່າຜ່າເຜີຍ ທ່າມການສຽງໄຊໂຍໂຮ່ຮ້ອງຂອງມົນຊົນ ດັງສະນັ່ນຂຶ້ນດ້ວຍຄວາມເບີກບານມ່ວນຊື່ນ ຕໍ່ ຄວາມເປັນເອກກະພາບ ເອກກະຣາດຂອງຕົນ

ສົມເດັດເຈົ້າເພັຊຣາດ ອົງພຣະປະມຸກຂອງຂະບວນການລາວອິສຣະ ໄດ້ສະເດັດອອກຈາກໂຮງປະທັບ ຕິດຕາມໂດຍ ພຣະຍາຄຳມ້າວ ວິໄລ ໂບກມືຕ້ອນຮັບປະຊາຊົນພົລເມືອງຢ່າງຍຶ້ມແຍ້ມແຈ່ມໃສ ທ່າມກາງສຽງໄຊໂຍໂຮ່ຮ້ອງຂອງ ມວນຊົນດັງສະນັ່ນຂຶ້ນຫລາຍໆຄັ້ງວ່າ: “ສົມເດັດເຈົ້າເພັຊຣາດ ອົງພຣະປະມຸກໝັ້ນຍືນ”

ສົມເດັດເຈົ້າເພັຊຣາດ ໄດ້ປະກາດຖແລງກ້ອງໄປທົ່ວໂລກຢ່າງເປັນທາງການວ່າ: ສັນຍາແລະການຜູກພັນຕ່າງໆ ທີ່ ມີຣະຫວ່າງຝຣັ່ງເສດກັບລາວ ໄດ້ໝົດຄຸນຄ່າໄປແລ້ວ ນັບຕັ້ງແຕ່ມື້ຝຣັ່ງເສດເສັຽອິໂດຈີນ ໃຫ້ແກ່ຍີ່ປຸ່ນ ນັບຕັ້ງແຕ່ມື້ນີ້ ວັນທີ 12 ຕຸລາ 1945 ເປັນຕົ້ນໄປ ລາວຈະປົກຄອງຕົນເອງ ພຣະຣາຊອານາຈັກລາວເປັນຜືນແຜ່ນດຽວ ບໍ່ມີຜູ້ໃດ ຈະມາແບ່ງແຍກໄດ້ ຈຶ່ງຂໍໃຫ້ໂລກຮັບຮູ້ດັ່ງທີ່ໄດ້ກຳນົດໄວ້ ຢູ່ໃນຂໍ້ຕົກລົງຂອງຫ້າມະຫາອຳນາດ ທີ່ໂປສດັມ ປະກາດຖແລງຂອງສົມເດັດເຈົ້າເພັຊາຣາດຈົບລົງ ພາຍໃຕ້ສຽງໄຊໂຍໂຮ່ຮ້ອງຂອງມົນຊົນດັ່ງສະນັ່ນຫວັ່ນໄຫວ ໄປທົ່ວ ນະຄອນວຽງຈັນ ປະເທດລາວເອກກະພາບ ເອກກະຣາດເຂັ້ມແຂງ

ຫລັງຈາກນັ້ນ ກອງທະຫານລາວອິສຣະ ຖືທຸງຊາດສາມສີຜືນໃຫຍ່ນຳໜ້າອອກສວນສນາມ ໄປຕາມຖນົນເຂົ້າສູ່ຕົວ ເມືອງ ຕິດຕາມໄປດ້ວຍເລົ່ານັກຮຽນນັກສຶກສາ ຍຸວະຊົນ ຍຸວະນາຣີ ລູກເສືອ ຂ້າຣຊການ ແລະປະຊາຊົນພົລເມືອງ ໄປຢ່າງສງ່າຜ່າເຜີຍ ແລະອາດຫານ. ສະແດງໃຫ້ເຫັນວ່າ ເຖິງວ່າປະເທດຊາດ ຈະຕົກເປັນຫົວເມືອງຂຶ້ນ ເມືອງທາດ ແລະຈະຖືກແບ່ງແຍກ ເພື່ອດັບສູນຄວາມຮັກຊາດ ແລະຄວາມເປັນຊາດລາວ ຂອງຕ່າງປະເທດມານານເຖິງ 240 ປີ ແຕ່ມູນເຊື້ອຂອງນ້ຳໃຈຮັກຊາດ ນ້ຳໃຈສາມັກຄີເປັນປຶກແຜ່ນແໜ້ນໜາ ແລະຄວາມພຍາຍາມຢາກເປັນເຈົ້າຕົນເອງ ຂອງປວງຊົນຊາວລາວ ຍັງຝັ່ງແໜ້ນຢູ່ໃນສ່ວນເລິກຂອງດວງໃຈ ບໍ່ເຊື່ອມສູນ

ໃນທີ່ສຸດ ຍອດປາຖນາແຫ່ງຄວາມເປັນຊາດ ເອກກະຣາດ ເອກກະພາບ ປະຊາທິປະໄຕ ເມື່ອດັ່ງປະເທດ ເອກກະຣາດ ທັງຫລາຍໃນໂລກ ກໍ່ປະກົດເປັນຄວາມຈິງຂຶ້ນ ແກ່ປະເທດຊາດ ອັນສຸດແສນຮັກຂອງຕົນ ດັ່ງນັ້ນ, ວັນ ທີ 12 ຕຸລາ 1945 ຈຶ່ງເປັນວັນອັນຍິ່ງໃຫ່ຽທີ່ສຸດ ໃນປວັດສາດຂອງຊາດລາວເຮົາ

ໃນຕອນນຶ່ງ ຄຳປຣາໃສຂອງທ່ານອຸ່ນ ຊນະນິກອນ ຜູ້ຕາຍໜ້າຣັຖບານລາວອິສຣະຕໍ່ທີ່ປະຊຸມຊົນຢູ່ເມືອງສວັນນະເຂດ ວັນທີ 28 ຕຸລາ 1945 ວ່າ: ວັນທີ 12 ຕຸລາ ປີ 1945 ເປັນວັນທີ່ພວກເຮົາຊາວລາວທັງຊາດ ລຸກຮື້ຂຶ້ນປົກແອກ ຂອງນັກລ່າເມືອງຂຶ້ນ ມາເປັນປະເທດເອກກະຣາດ ເສຣີພາບ ປະຊາທິປະໄຕ ແລະມີຣັຖບານເປັນຂອງຕົນເອງ ຄຽງ ຄູ່ກັບປະເທດເອກກຣາດທັງຫລາຍໃນໂລກ

ແຕ່ໃນປັດຈຸບັນນີ້ ນັກລ່າເມືອງຂຶ້ນຝຣັ່ງເສດ ກຳລັງເຕົ້າໂຮມກັນເພື່ອກັບຄືນມາຢຶດເອົາປະເທດລາວ ເປັນຫົວເມືອງ ຂຶ້ນອີກຄັ້ງໄໝ່ ຈຶ່ງຂໍຮຽນຮ້ອງໃຫ້ຊາຍໜຸ່ມຍິງສາວທັງຫລາຍ ສະມັກເຂົ້າເປັນທະການໃນກອງທັບລາວອິສຣະ ເພື່ອ ປົກປ້ອງຄວາມເປັນເອກກະຣາດ ຂອງລາວເຮົາໄວ້ ບໍ່ມີສິ່ງໃດທີ່ຈະປະເສີດ ແລະຍິ່ງໃຫຍ່ໄປກ່ວາຄວາມເປັນເອກ ກະຣາດຂອງປະເທດຊາດ. ທ່ານ ອຸນ ຊນະນິກອນ ກ່ວາຈົບລົງພາຍໃຕ້ສຽງຫໍ່ຮ້ອງຂອງມົນຊົນດັງຂຶ້ນວ່າ : “ເດັດດ່ຽວຕໍ່ຕ້ານການຮຸກຮານຄັ້ງໄໝ່ຂອງນັກລ່າເມືອງຂຶ້ນຝຣັ່ງເສດ” “ນ້ຳໃຈ 12 ຕຸລາ ໝັ້ນຍືນ”.