ປະຫວັດສາດລາວ ບົດທີ: 19

2007-09-07

ໃນຂະນະທີ່ມວນຊົນຊາວລາວທົ່ວປະເທດ ກຳລັງມີຄວາມເບີກບານມ່ວນຊື່ນ ຕ້ອງຮັບແສງສີແຫ່ງ ອິສຣະພາບ ເອກກະຣາດ ແລະອະທິປະໄຕຂອງຕົນ ທີ່ຫາກໍ່ຍາດແຍ່ງມາໄດ້ໄໝ່ໆ ຫລັງຈາກປະເທດຊາດໄດ້ຕົກເປັນຫົວເມືອງ ຂຶ້ນຂອງຕ່າງປະເທດມານານເຖິງ 240 ປີ

ແລະໃນຂະນະທີ່ ຄະນະຣັຖບານລາວອິສຣະ ກຳລັງເອົາໃຈໃສ່ຫາທຸກວິທີທາງເພື່ອແກ້ໄຂຄວາມຍຸ້ຍຍາກສັບສົນ ຂາດ ເຂີນເງິນທອງ ສັດຕຣາອາວຸດ ແລະຂ້າຣາຊການທີ່ມີຄວາມຂັດແຍ່ງກັນພາຍໃນ ກ່ຽວກັບເຣື່ອງຖານະຕຳແໜ່ງໜ້າທີ່ ຣະຫວ່າງສະເດັດເຈົ້າສຸພານຸວົງສ໌ ກັບທ່ານ ສິງ ຣັຕຕະນະສມັຍ ແລະທ່ານ ອຸ່ນ ຊນະນິກອນ

ທີ່ສະເດັດເຈົ້າສຸພານຸວົງສ໌ ບໍ່ຍອມຮັບເປັນຣັຖມົນຕຣີຄົມມະນາຄົມ ທີ່ຣັຖບານຈັດໄວ້ໃຫ້ກ່ອນເດີນທາງມາເຖິງນະຄອນ ວຽງຈັນ ແຕ່ຕ້ອງການຕຳແໜ່ງຣັຖມົນຕຣີປ້ອງກັນປະເທດ ຫລືຢ່າງໜ້ອຍກໍຣັຖມົນຕຣີວ່າການຕ່າງປະເທດ ແຕ່ສະມາ ຊິກສ່ວນຫລາຍໃນຄະນະຣັຖບານບໍ່ເຫັນພ້ອມ ທັງນີ້ກໍເພາະວ່າ ສະເດັດເຈົ້າສຸພານຸວົງສ໌ ເປັນນັກວິຊາການ ບໍ່ແມ່ນ ນັກການທະຫານ

ສ່ວນກະຊວງການຕ່າງປະເທດນັ້ນ ສະເດັດເຈົ້າສຸພານຸວົງສ໌ ກໍບໍ່ເປັນຜູ້ທີ່ຕ່າງປະເທດຮູ້ຈັກມາກ່ອນ ແລະພ້ອມກັນນັ້ນ ກໍມີຄວາມສົງສັຍວ່າ ເປັນເຫດໃດ ສະເດັດເຈົ້າສຸພານຸວົງສ໌ ຈຶ່ງເອົານາຍທະຫານວຽດນາມ 10 ກ່ວາຄົນ ມາເປັນທີ່ ປຶກສາ ແລະທັງເປັນຜູ້ອາລັກຂາ ທັງປະພຶດຕົນບໍ່ສຸພາບຕໍ່ເຈົ້າໜ້າທີ່ຊັ້ນສູງຂອງລາວ ໂດຍເອົາປຶນຈີ້ ທ່ານ ອຸ່ນ ຊນະນິກອນ ບໍ່ຍອມໃຫ້ເຂົ້າພົບເຈົ້າສຸພານຸວົງສ໌ ແລະເອົາປືກຈີ້ທ່ານ ສິງ ຣັຕຕະນະສມັຍ ບັງຄັບໃຫ້ທຳການຖວາຍ ຄວາມເຄົາຣົບສະເດັດເຈົ້າສຸພານຸວົງສ໌ ແຕ່ເພື່ອບໍ່ໃຫ້ມີການຂັດແຍ່ງຫລືແຕກແຍກກັນພາຍໃນ ສົມເດັດເຈົ້າເພັຊຣາດ ຈຶ່ງທົຣງແນະນຳໃຫ້ຄະນະຣັຖບານແຕ່ງຕັ້ງສະເດັດເຈົ້າສຸພານຸວົງສ໌ ເປັນຜູ້ບັນຊາການສູງສຸດແທນທ່ານ ອຸ່ນ ຊນະ ນິກອນ ແລະໃຫ້ລົງໄປຕັ້ງຫລັກຢູ່ເມືອງທ່າແຂກ ແລະແຕ່ງຕັ້ງໃຫ້ ທ່ານອຸ່ນ ຊນະນິກອນ ເປັນຜູ້ຕາງໜ້າຣັຖບານ ລົງ ໄປຄວບຄຸມກິດຈະການຢູ່ໃນສີ່ແຂວງພາກໃຕ້ນັ້ນ

ເມກໝອກແຫ່ງຄວາມມືດມົນຂອງຣະບອບອານານິຄົມ ກໍເລີ້ມຕັ້ງເຄົ້າຂຶ້ນຢູ່ບົນຂອບຟ້າຂອງລາວ ຄືໃນເມື່ອປະເທດ ຝຣັ່ງເສດ ຖືກກອງທັບເຍັຽຣະມັນເຂົ້າຍຶດຄອງນັ້ນ ທ່ານນາຍພົນ ຊາກສ໌ ເດີໂກ້ນ ພ້ອມດ້ວຍນາທະຫານຈຳນວນນຶ່ງ ໜີອອກໄປລອນດອນ ຈັດຕັ້ງຂະບວນການຝຣັ່ງເສດຂຶ້ນ. ເຖີງວ່ານາຍພົນເດີໂກ້ນ ໜີໄປອາສັຍລີ້ໄພຢູ່ບ້ານເພິ່ນເມືອງ ທ່ານ ແລະກາງອາສັຍຕໍ່ກຳລັງອັງກິດ ແລະສະຫະຣັຖອາເມຣິກາມາຊ່ວຍປົດປ່ອຍປະເທດຝຣັ່ງເສດ ເພາະທ່ານຮູ້ດີວ່າ ຊີວິດການເປັນຢູ່ຂອງຊາວຝຣັ່ງເສດໃຕ້ແອກການຄອບຄອງຂອງຕ່າງປະເທດນັ້ນ ລຳບາກກາກກຳທີ່ສຸດ ແຕ່ທ່ານບໍ່ຮູ້ ຫລືບໍ່ຍອມເຂົ້າໃຈຫົວອົກຂອງຊົນຊາດຕ່າງໆ ທີ່ຕົກຢູ່ໃຕ້ແອກການຄອບຄອງຂອງນັກລ່າອານານິຄົມ ທີ່ສືບທອດກັນ ມາຫລາຍທົດສວັດນັ້ນເລີຍ ດັ່ງນັ້ນ, ເຖິງທ່ານ ເດີໂກ້ນ ຈະໄປອາສັຍໄພເພິ່ງປະເທດອື່ນ ແຕ່ກໍຍັງບໍ່ລົດລະໃນຄວາມ ຕ້ອງການດິນແດນ ແລະຂ້ອຍຂ້າມ້າໃຊ້ ທີ່ສືບທອດກັນມາຕັ້ງແຕ່ສັຕຕະວັດທີ 19 ຢູ່

ໃນປີ 1940 ຫາ ຕົ້ນປີ 1941 ຢູ່ພາຍໃນປະເທດຝຣັ່ງເສດ ມີໜ່ວຍກອງຫລອນ ກອງໂຈນ ຄອຍລອບທຳລາຍຖນົນ ຫົນທາງ ຂົວສະພານ ໃຫ້ເປັນອຸປະສັກແກ່ການເຄື່ອນພົນຂອງກອງທັບເຍັຽຣະມັນເທົ່ານັ້ນ ແຕ່ທ່ານນາຍພົລ ເດີໂກ້ນ ກັບໄປໃຝ່ຝັນເຖິງການປ້ອງກັນສິດອຳນາດ ແລະຜົບປະໂຍດຂອງຝຣັ່ງເສດ ຢູ່ທີ່ຫົວເມືອງຂຶ້ນຢູ່ຫ່າງໄກຕັ້ງຫລາຍພັນ ໂຍດ ຈົນມີການຈັດຕັ້ງສະພາປ້ອງກັນຝຣັ່ງເສດຂຶ້ນ ຢູ່ບົນເກາະອັງກິດ ໃນວັນທີ 24 ກັນຍາ ປີ 1941 ຊຶ່ງປະກອບ ດ້ວຍນາຍພົບ ກາຕູຣ ດ.ຣ ຊິ້ເຊີ້, ຜູ້ສຳເຣັດຣາຊການເມືອງຂຶ້ນ ເຟີຣິສເອບຣູ ນາຍພົລ ເດີຣັສ ມີນັສ, ຂ້າຫລວງ ເມືອງຂຶ້ນ ໂຊໂຕ້ສ໌ ນາວາເອກ ດັສຊັງເຍີ້ ແລະນາຍພົລເຮືອ ມຸຊາຣິເຢີ້

ທ່ານ ນາຍພົບ ເດີໂກ້ນ ຮູ້ດີວ່າ ສະຫະຣັຖອາເມຣິກາ ຈະບໍ່ສະນັບສະນູນ ນະໂຍບາຍລ່າເມືອງຂຶ້ນຂອງຝຣັ່ງເສດ ເປັນອັນຂາດ ເພາະອາເມຣິກັນ ເປັນຊາດທີ່ເທີດທູນເສຣີພາບ ແລະອິສຣະພາບ ເໜືອກ່ວາຊີວິດ ແລະກໍຍ້ອນ ຕ້ອງການຄວາມເປັນອິສຣະພາບ ແລະເປັນເອກກຣາດ ຊາວຢູໂຣບ ແລະອາຊີ ຈຶ່ງອົບພະຍົບຫລົບໜີຈາກບ້ານເກີດ ເມືອງນອນຂອງຕົນ ມາຕັ້ງຮາກຖານຢູ່ບົນທະວີບໄໝ່ ແຕ່ອັງກິດ ເປັນນັກລ່າເມືອງ ຄົງຮ່ວມກອດຄໍກັນໄປໄດ້ດີ ທັງນີ້ ຈະເຫັນໃດ້ຈາກຄຳປະກາດຖແລງຂອງຣັຖບານອັນກິນ ສະບັບ ລົງໃນ ວັນທີ 25 ມິຖຸນາ ປີ 1940 ວ່າ: ຣັຖບານ ອັງກິດ ພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫລືອດ້ານການເງິນ ເພື່ອໃຫ້ຈັກກະພັດລ່າເມືອງຂຶ້ນຝຣັ່ງເສດປະຕິບັດ ຫລ້ອນໜ້າທີ່ຂອງຕົນ.